Ministry News

ໂຄງການກໍ່ສ້າງຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 5 ຄືບໜ້າ 69,10% ລື່ນຄາດໝາຍ 0,08%

2023-03-24 - Xaiya

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ສັນຍາ 1 ວຽກກໍ່ສ້າງຂົວນ້ຳຂອງລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ມາຮອດທ້າຍເດືອນກຸມພາ 2023 ສະເລ່ຍຄວາມຄືບໜ້າລວມ ທັງ 2 ສັນຍາ ໃນເດືອນກຸມພາ 2023 ເທົ່າກັບ 69,02%, ປະຕິບັດໄດ້ຕົວຈິງ 69,10%, ລື່ນຄາດໝາຍ 0,08%.

ອີງໃສ່ບົດລາຍງານປະຈຳເດືອນກຸມພາ 2023ຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໄດ້ເລີ່ມສ້າງຂຶ້ນມາແຕ່ເດືອນສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ໄລຍະການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ທັງສອງສັນຍາມີໄລຍະຄໍ້າປະກັນ 24 ເດືອນ.

      ສຳລັບການຈັດຕັ້ງປະຕິບັດແຜນການກໍ່ສ້າງພາຍໃນເດືອນກຸມພາ 2023 ສັນຍາ 1:  ວຽກກໍ່ສ້າງຂົວນໍ້າຂອງ ລວມທັງທາງເຂົ້າຂົວ ຕາມແຜນການໃນເດືອນ 2 ປີ 2023 ເທົ່າກັບ 2,10%, ປະຕິບັດໄດ້ຕົວຈິງ 1,24% ຫຼຸດຄາດໝາຍ -0,86%  (ແຜນການລວມທີ່ວາງໄວ້ຂອງສັນຍາ 1  ແມ່ນ 53,28%, ແຕ່ປະຕິບັດໄດ້ຕົວຈິງ ເທົ່າກັບ 55,5%, ລື່ນຄາດໝາຍ +2,67%) ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ຕາມແຜນການທີ່ວາງໄວ້ໃນເດືອນກຸມພາ 2023 ແມ່ນ 4,50%, ແຕ່ປະຕິບັດໄດ້ຕົວຈິງ 3,20%, ຫຼຸດຄາດໝາຍ -1,30% (ສະເພາະແຜນການລວມຂອງສັນຍາ 2 ຮອດທ້າຍເດືອນກຸມພາ  ເທົ່າກັບ 84,76%, ແຕ່ປະຕິບັດໄດ້ຕົວຈິງ ເທົ່າກັບ 82,26% ຫຼຸດຄາດໝາຍ -2,50%) ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດຂອງທັງ 2 ສັນຍາ ໃນເດືອນກຸມພາ 2023 ເທົ່າກັບ 69,02%, ປະຕິບັດໄດ້ຕົວຈິງ 69,10%, ລື່ນຄາດໝາຍ 0,08%.

ສຳລັບວຽກງານໄກ່ເກ່ຍສິ່ງກີດຂວາງ ທີ່ຖືກຜົນກະທົບຈາກແລວທາງໂຄງການກໍ່ສ້າງຂົວຂ້າມນ້ໍາຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ແມ່ນມີເນື້ອທີ່ດິນສວນຕົ້ນໄມ້ຂອງປະຊາຊົນທັງໝົດ 52,4 ເຮັກຕາ, ລວມເປັນມູນຄ່າທັງໝົດ 5,33 ຕື້ກວ່າກີບ ໂດຍນໍາໃຊ້ທຶນສົມທົບພາຍໃນຂອງລັດຖະບານລາວເຂົ້າໃນການຊໍາລະສະສາງ, ຜ່ານມາໄດ້ຈ່າຍໃຫ້ປະຊາຊົນໄປແລ້ວຈໍານວນ 4,392  ຕື້ກວ່າກີບ ເທົ່າກັບ 82,40%

ທ່ານໃຫ້ຮູ້ຕື່ມວ່າ: ແຜນການຂອງວຽກງານການກໍ່ສ້າງໃນເດືອນ ມີນາ 2023: ສັນຍາ 1 ຊ່ວງ 2B, ແຜນການປະຕິບັດວຽກໃນເດືອນ 2,31%, ແຜນການລວມທັງໝົດ 55,59%; ສັນຍາ 2 ຊ່ວງ 3, ແຜນການປະຕິບັດວຽກໃນເດືອນ 5,08%, ແຜນການລວມທັງໝົດ 89,84%; ແຜນການປະຕິບັດວຽກໃນເດືອນມີນາ 2023 ທັງສອງສັນຍາ 3,69%, ແຜນການລວມທັງໝົດ 72,71%. ພ້ອມນີ້ຍັງມີຂໍ້ສະເໜີຂັ້ນເທິງໃນການພິຈາລະນາ ຄົ້ນຄ້ວາແຫຼ່ງທຶນທີ່ຍັງເຫຼືອ ຈຳນວນ 3.218,12 ລ້ານກີບ ເພື່ອມາຈ່າຍໃຫ້ປະຊາຊົນໃຫ້ຄົບຖ້ວນ ແລະ ຈ່າຍທົດແທນຄືນໃຫ້ຜູ້ຮັບເໝົາຕາມຈຳນວນ ທີ່ໄດ້ຢືມມາກ່ອນໃຫ້ສຳເລັດໃນປີ 2023.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250