Ministry News

ກອງປະຊຸມຄະນະຊີ້ນຳ ໂຄງການຂະຫຍາຍ ນໍ້າປະປາ ສຸຂາພິບານ ແລະ ອະນາໄໃ ຢູ່4 ແຂວງ ພາກເໜືອ ຂອງ ສປປ ລາວ

2022-11-11 - Xaiya

ໃນວັນ 08 ຕຸລາ 2022 ໄດ້ເປີດກອງປະຊຸມ ເພື່ອລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການຂະຫຍາຍ ນ້ຳປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ ໃຫ້ກຽດເປັນປະທານກອງປະຊຸມ

ໂດຍ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ແລະ ຫົວໜ້າກົມ ນໍ້າປະປາ ຫົວໜ້າກົໃອະນາໄມ ກະຊວງສາທາລະນະສຸກ ຫົວໜ້າໂຄງການ ແລະ ພະນັກທີ່ກ່ຽວຂ້ອງ ກໍ່ໃຫເກຽດເຂົ້າຮ່ວມ.

 

        ໃນໄລຍະຜ່ານມາ, ພ້ອມທັງ ນໍາສະເໜີ ສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ, ແລະ ແບບແຜນວຽກໃນຕໍ່ໜ້າຂອງໂຄງການດັ່ງກ່າວ ເພື່ອຂໍທິດຊີ້ນໍາຈາກຄະນະຊີ້ນໍາ ໃນການແກ້ໄຂ ບັນຫາ ແລະ ປັບປຸງການຈັດຕັ້ງປະຕິບັດໂຄງການໃຫ້ບັນລຸເປົ້າໝາຍ ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ພາລະບົດບາດໜ້າທີ່ຂອງ ກົມນໍ້າປະປາ ຕໍ່ກັບໂຄງການ ແລະ ຍຸດທະສາດການພັດທະນາຂະແໜງນໍ້າປະປາ ແລະ ສຸຂາພິບານ;

       ພາລະບົດບາດໜ້າທີ່ຂອງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຕໍ່ກັບໂຄງການ;ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຮອດປະຈຸບັນ;ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນເອກະສານ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.ກອງປະຊຸມເຫັນດີຮັບຮອງເອົາເນື້ອໃນ, ສາເຫດ, ຜົນຂອງຄວາມລ້າຊ້າ ແລະ ຂໍ້ຄົງຄ້າງ ເພື່ອປັບປຸງແຜນວຽກໃຫ້ສໍາເລັດ ໃນປີ 2024;

     ຄວາມສໍາເລັດຂອງແຕ່ລະໜ້າວຽກໃຫ້ປະເມີນເປັນເປີເຊັນ ເພື່ອສ້າງໂຄງຮ່າງບົດສະຫຼຸບ ຫົວໜ້າໂຄງການຈະໄດ້ຄົ້ນຄວ້າພິຈາລະນາ ກ່ຽວກັບຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໂຄງການ ລະຫວ່າງ ໜ່ວຍງານຄຸ້ມຄອງໂຄງການ (PMU), ໜ່ວຍງານຄຸ້ມຄອງອົງປະກອບໂຄງການ (CMU), ໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນ ແຂວງ ແລະ ເມືອງ (PIU), ແລະ ບໍລິສັດທີ່ປຶກສາ (PIA) ຄືນ;

ບັນດາທ່ານ ຫົວໜ້າພະແນກ ແລະ ຫົວໜ້າກົມ ຈະຕ້ອງໄດ້ປຶກສາກັນພາຍໃນ ຕໍ່ການຈັດຕັ້ງປະຕິບັດໂຄງການ ໃນແຕ່ລະຊ່ວງໄລຍະ ອີງຕາມໜ້າວຽກອັນຮີບດ່ວນ;ມອບໃຫ້ ກົມນໍ້າປະປາ ຈະຕ້ອງໄດ້ສືບຕໍ່ຊີ້ນໍາວຽກໃຫ້ສໍາເລັດຕາມແຕ່ລະອົງປະກອບ;ປັບປຸງຄືນຂອດປະສານງານໃຫ້ໄດ້ດີ (ກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ);

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250