Ministry News

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຊຸດທີ 24 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ທີ່ ສະຖາບັນ ໂຍທາທິການ ແລະ ຂົນສົ່ງ

2022-09-27 - Xaiya

ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົ​ນ​ສົ່ງ ໄດ້​ໄຂ​ຊຸດ​ຝຶກ​ອົບ​ຮົມ​ທິດ​ສະ​ດີ​ການ​ເມືອງ ແລະ ການ​ປົກ​ຄອງ ຊຸດ​ທີ 24 ຂຶ້ນ​ ຢ່າງ​ເປັນ​ທາງ​ການ ໃຫ້​ແກ່​ພະ​ນັກ​ງານຫຼັກ​ແຫຼ່ງ ແລະ ພະ​ນັກ​ງານ​ສະ​ມາ​ຊິກ​ພັກ ໃຫ້ກັບບັນ​ດາ​​ກົມກອງ, ສ​ະ​ຖາ​ບັນ ແລະ ລັດ​ວິ​ສາ​ຫະ​ກິດ ອ້ອມ​ຂ້າງ​ກະ​ຊວງ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ,  ຫຼັກ​ສູດ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່ ສະ​ຖາ​ບັນ​ ຍທຂ (ຫຼັກ 19).

ຊຸດ​ຝຶກ​ອົ​ບ​ຮົມ​ດັ່ງ​ກ່າວ​ນີ້ ຈະ​ໃຊ້​ເວ​ລາ 50 ວັນ ຫຼື 10 ອາ​ທິດ​ເຕັມ ຊຶ່ງ​ຈະ​ເລີ້ມ​ແຕ່ ​ວັນ​ທີ 26 ເດືອນ ກັນຍາ ຈົ​ນ​ໄປ​ຮອດ ວັນ​ທີ 01 ເດືອນ ທັນວາ 2022 ຈຶ່ງ​ຈະ​ສຳ​ເລັດ. ໃນ​ຊຸດ​ຮຽນ​ນີ້ ມີ​ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມທັງ​ໝົດ 33 ສະຫາຍ, ຍິງ 09 ສະຫາຍ ຊື່ງ​ມາ​ຈາກ ບັນດາຫ້ອງການ, ກົມກອງ, ສະຖາບັນ ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດ ອ້ອມ​ຂ້າງ ກະ​ຊວງ ຍ​ທ​ຂ.

          ໃນ​ການ​ຈັດ​ຝຶ​ກ​ອົບ​ຮົມ​ຄັ້ງ​ນີ້ ຄາດ​ວ່າ​ຈະ​ມີ ອາ​ຈານ​ເຂົ້າ​ຮ່ວມ​ສິ​ດ​ສອນ​ທັງ​ໝົດ ຈຳ​ນວນ 33 ສະຫາຍ, ຍີງ 10 ສະຫາຍ. ຊຶ່ງ​ຄູ​ອາ​ຈານ​ທັງ​ໝົດ ແມ່ນ​ມາ​ຈາກ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່​ງ​ຊາດ,  ນອກ​ຈາກ​ນັ້ນ ກໍ​ຍັງ​ຈະ​ມີ ​ຄະ​ນະ​ພັກ​ ຄະນະນໍາ ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ,   ກະ​ຊວງ ປ້ອງ​ກັນ​ຊາດ, ປ້ອງກັນ​ຄວາ​ມ​ສະ​ຫງົບ ແລະ ບັນ​ດາ​ກົມ​ອ້ອມ​ຂ້າງ ກະ​ຊວງ ຂອງ ກະ​ຊວງ ຍ​ທ​ຂ ຂອງ​ພວກ​ເຮົາ ຈະ​ໄດ້​ໃຫ້​ກຽດ​ມາ​ຂຶ້ນ​ຫ້ອງ​ໃນ​ບາ​ງ​ຫົວ​ຂໍ້​ຕື່ມ ອັນ​ຈະ​ເຮັດ​ໃຫ້​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ມີ​ເນື້ອ​ໃນ​ໜັກ​ແໜ້ນ​ຂື້ນ​ຕື່ມ.

ຫຼັກ​ສູດ​ທິ​ດ​ສະ​ດີ​ການ​ເມືອງ ແລະ ການ​ປົກ​ຄອງ ນີ້​ປະ​ກອບ​ມີ 5 ພາກ​ສ່ວນ​ໃຫຍ່ ແລະ ມີ​ບົດ​ຮຽນ​ທັງ​ໝົດ​ ຢູ່ 39 ບົດ ເຊັ່ນ:

·         ພ​າກວິ​ຊາ ປັດ​ສະ​ຍາ, ມີ 8 ບົດ.

·         ພາກວິ​ຊາ ເສດ​ຖະ​ສາດ​ການ​ເມືອງ, ມີ 10 ບົດ.

·         ພາກວິ​ຊາ ລັດ​ທິ​ສັງ​ຄົມ​ນິ​ຍົມ ວິ​ທະ​ຍາ​ສາດ, ມີ 8 ບົດ.

·         ພາກວິ​ຊາ ບໍ​ລິ​ຫານ​ສາດ, ມີ 8 ບົດ.

·         ພາກວິ​ຊາ ກໍ່​ສ້າງ​ພັກ, ມີ 5 ບົດ.

          ການ​ຝຶ​ກ​ອົບ​ຮົມ​ຄັ້ງ​ນີ້ ຈະ​ປະ​ກອບ​ມີຫຼາຍ​ກິດ​ຈະ​ກຳ​ເຊັ່ນ: ການ​ຮ່ຳ​ຮຽນ​ທິດ​ສະ​ດີ​ຢູ່​ຫ້ອງ​ຮຽນ, ການ​ຄົ້ນ​ຄວ້າ​ລວມ​ຫ້ອງ, ການ​ຄົ້ນ​ຄວ້າ​ເປັນ​ໜ່ວຍ, ການ​ໄປ​ທັດສະ​ນະ​ສຶກ​ສາຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນຕ່າງໆ ເຊັ່ນ: ຫໍ​ພິ​ພິດ​ຕະ​ພັນ​ຂອງ​ອະ​ດີດ​ຜູ້​ນຳ ແລະ ໄປ​ຖອດ​ຖອນ​ບົດ​ຮຽນ​ນຳ​ຫົວ​ໜ່ວຍ​ຜະ​ລິດ​ເປັນ​ສິນ​ຄ້າ ຫຼື ຫົວ​ໜ່ວຍ​ບໍ​ລິ​ການ​ຕ່າງໆ, ການ​ຂຽນ​ບົດ ແລະ ຜ່ານ​ບົດ​ເປັນ​ໜ່ວຍ ພ້ອມ​ທັງ​ການ​ຮັບ​ລາຍ​ງານ​ສ່ອງ​ແສງ ແລະ ແກ້​ໄຂ​ຂໍ​ຂ້ອງ​ໃຈ​ຕ່າງໆ.

          ຫຼັກ​ສູ​ດ​ດັ່ງ​ກ່າວ​ແມ່ນ​ ສະຫາຍ ສີລິພອນ ອິນທິລາດ, ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນ ໂຍທາທິການ ແລະ ຂົນສົ່ງ, ໃຫ້​ກຽດ​ມາ​ກ່າວ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ຢ່າງ​ເປັນ​ທາງ​ການ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຄະນະພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມາເປັນປະທານຮ່ວມ​ ພ້ອມດ້ວຍແຂກ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ​ໃນ​ພິ​ທີ​ຢ່າງ​ພ້ອມ​ພ​

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250