Department News

GIS Subworking Group

2022-08-10 - Department of Housing and Urban Planning


ໂຄງການພັດທະນາຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ທີ່ໄດ້ຮັບການຊ່ຽວເຫຼືອລ້າຈາກອົງການ JICA ເພື່ອສ້າງຄວາມສາມາດໃນການຄຸ້ມຄອງຕົວເມືອງ ແລະ ສົ່ງເສີມການພັດທະນາຕົວເມືອງແບບປະສານກົມກຽວໂດຍການຮ່ວມມືລະຫວ່າງ ພາກລັດ-ເອກະຊົນ ແລະ ຊຸມຊົນ ເຊິ່ງ ໃນປະຈຸບັນນີ້, ທາງໂຄງການໄດ້ຄັດເລືອກພື້ນທີ່ພາຍໃນເຂດເມືອງໄຊເສດຖາ ເປັນພື້ນທີ່ທົດລອງໃນການວາງແຜນຜັງພາຍໃນເຂດ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ບັນລຸໄປຕາມຄາດໝາຍ ແລະ ມີຜົນສໍາເລັດຕາມແຜນການ ແມ່ນຈະໄດ້ລົງສໍາຫຼວດເກັບກໍາຂໍ້ມູນສະພາບປະຈຸບັນໃນຂອບເຂດອ້ອມຮອບສະຖານີລົດໄຟລາວ-ໄທ ຄໍາສະຫວາດ ໂດຍກວມເອົາ 5ບ້ານຄື: ບ້ານຄໍາສະຫວາດ, ບ້ານສົມສະຫງ່າ, ບ້ານໂນນຫວາຍ, ບ້ານເມືອງນ້ອຍ ໃນລະຫວ່າງເດືອນສິງຫາ ຫາ ເດືອນ ພະຈິກ 2021 ໂດຍມອບໃຫ້ບໍລິສັດ SPACE EYE LAO SOLE Co., Ltd. ໃນຄັ້ງວັນທີ 10 ສິງຫາ 2022 ແລະ ບໍລິສັດທີ່ປຶກສາແມ່ຂອງ ເປັນຜູ້ຈັດຕັ້ງປະຕິບັດການສໍາຫຼວດຄັ້ງນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250