Ministry News

ກະຊວງ ຍທຂ ຈັດຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານຂະຫຍາຍພັກ

2022-07-01 - Administrator


    ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ວຽກງານຂະຫຍາຍພັກ ແລະ ວຽກງານປ້ອງກັນພັກ-ພະນັກງານ ໃຫ້ແກ່ຄະນະພັກ ແລະ ຜູ້ຮັບຜິດຊອບວຽກພັກ ຂອງບັນດາຮາກຖານ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນວັນທີ 29 ມີຖຸນາ 2022 ທີ່ຫ້ອງປະຊຸມ ກອງສະໜາມບິນລາວ ໂດຍການເປັນປະທານຂອງ ສະຫາຍ ຈັນທະລາ ພີມມະຈັກ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ໂດຍການເຂົ້າຮ່ວມຂອງບັນດາຮາກຖານພັກຂອງ ບັນດາກົມ, ຫ້ອງການ, ສະຖາບັນ, ກອງວິຊາການ ແລະ ບັນດາລັດວິສາຫະກິດ້ອອມຂ້າງກະຊວງ ຍທຂ.

ກອງປະຊຸມຝຶກອົບຮົມວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ, ວຽກງານປ້ອງກັນພັກ-ພະນັກງານ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ສ້າງຄວາມເປັນເອກະພາບ ໃຫ້ແກ່ຄະນະພັກ ແລະ ຜູ້ຮັບຜິດຊອບວຽກພັກ ຂອງບັນດາຮາກຖານ ກ່ຽວກັບແນວທາງ, ລະບຽບ, ຫຼັກການ ຂອງວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ ແລະ ວຽກງານປ້ອງກັນພັກ-ພະນັກງານ ຂອງກະຊວງ ຍທຂ ກໍຄືການຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງພັກຂັ້ນຮາກຖານ, ຍົກສູງຄຸນນະພາບສະມາຊິກພັກ-ວຽກງານຂະຫຍາຍພັກໃນໄລຍະໃໝ່ ໃນທົ່ວອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ. 


ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບົນພື້ນຖານການຍົກສູງຄຸນນະພາບການນຳພາຂອງການຈັດຕັ້ງຮາກຖານພັກ ແລະ ຍົກສູງຄຸນນະພາບຂອງສະມາຊິກພັກ ເພື່ອເຮັດໃຫ້ພັກມີບົດບາດສຳຄັນຕໍ່ການຄົງຕົວ ແລະ ຂະຫຍາຍຕົວ. ການຈັດຕັ້ງຮາກຖານພັກເ ປັນແກນນຳໃນລະບົບການເມືອງຢູ່ຂັ້ນຮາກຖານ, ເປັນບ່ອນຈັດຕັ້ງປະຕິບັດທຸກແນວທາງແຜນນະໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ເປັນບ່ອນຕິດພັນໂດຍກົງກັບມະຫາຊົນ, ຖ້າຢາກໃຫ້ຮັກສາໄດ້ບົດບາດການນຳພາຂອງພັກ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກ່ອນອື່ນໝົດ ການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ ໃນການຈັດຕັ້ງນັ້ນ ກໍຕ້ອງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ປະຕິບັດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ. ໄລຍະ​ຜ່ານ​ມາ ຄະນະບໍລິຫານງານ​ພັກ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່ຕໍ່​ກັບວຽກ​ງານກໍ່ສ້າງ​ໜ່ວຍ​ພັກ​ປອດໃສ, ເຂັ້ມແຂງ, ໜັກແໜ້ນ ​ໂດຍ​ຜັນ​ຂະຫຍາຍ​ບັນດາ​ນິຕິ​ກໍາ​ຂອງ​ພັກມາເປັນ​ນິຕິ​ກໍາ ຂອງອົງ​ຄະນະ​ພັກ​ກະຊວງ ​ແລະ ຊີ້​ນໍາ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ທົ່ວ​ເຖິງ ​ເປັນ​ຕົ້ນແມ່ນ: 1.) ໄດ້​ອອກ​ ຄໍາແນະ​ນຳ​ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 060/ຄພກຊ, ລົງວັນທີ 27 ກຸມພາ 2019 ກ່ຽວກັບການກໍ່ສ້າງ     ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; 2.) ໄດ້​ສ້າງໂຄງ​ຮ່າງ ​ແຜນການ ແລະ ​ບົດ​ສະຫຼຸບ ​ໃນການກໍ່ສ້າໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ​; ສ້າງຕາຕະລາງ​ຕີ​ລາຄາ​ແບ່ງ​ປະ​ເພດ​ໜ່ວຍ​ພັກ; ຕາຕະລາງ​ຕີ​ລາຄາ​ແບ່ງ​ປະ​ເພດສະມາຊິກພັກ; ຮ່າງບົດສໍາຫຼວດຂອງສະມາຊິກພັກ ​ເພື່ອ​ສົ່ງ​ໃຫ້​ບັນດາ​ຮາກ​ຖານ​ພັກ ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດຢ່າງ​ເປັນ​ເອກະ​ພາບ​ກັນທົ່ວ​ອົງຄະ​ນະ​ພັກ​ກະຊວງ; 3.) ໄດ້​ອອກ​ ແຈ້ງການ​ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 431/ຄພກຊ, ລົງວັນທີ 15 ທັນວາ 2021 ກ່ຽວກັບການສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 


ຜ່ານ​ການ​ລົງ​ຕິດ​ຕາມ, ຊຸກ​ຍູ້ ແລະ ປະ​ເມີນ​ຜົນ ​ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່​ບັນດາ​ຮາກ​ຖານ​ພັກ ​ນັບ​ແຕ່​ປີ 2019-2021 ສາ​ມາດ​ຮັບ​ຮອງ​ເປັນ​ໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນໜ່ວຍພັກ ແລະ ​ເດັ່ນ​ກວ່າ​ໝູ່​ແມ່ນໜ່ວຍພັກ​ຮາກ​ຖານ ລັດ​ວິ​ສາຫະກິດ​ວິສະວະ​ກໍາ​ຄົມມະນາຄົມ ໄດ້​ຮັບ​ຮອງ​ເປັນ​ໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນແລ້ວ 3 ຄັ້ງ (ໄດ້ເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ 12 ຄັ້ງ) ແລະ ໃນປີ 2021​ ໃນຈໍານວນ 21 ຮາກ​ຖານ​ພັກ ມີ​ໜ່ວຍ​ພັກ​ໄດ້​ຮັບ​ໃບ​ຢັ້ງຢືນ​ ເປັນ​ໜ່ວຍ​ປອດໃສ, ເຂັ້ມແຂງ, ໜັກແໜ້ນ  ຈໍານວນ 14 ໜ່ວຍພັກ ກວມ​ເອົາ 67% ຂອງຮາກຖານພັກທັງໝົດ. ພ້ອມກັນນີ້,​ ກໍ່ເຫັນວ່າ    ຄະນະພັກບາງຮາກຖານຍັງບໍ່ທັນເຂົາໃຈຢ່າງເລິກເຊີ່ງຕໍ່ກັບວຽກງານການກໍ່ສ້າງ​ໜ່ວຍ​ພັກ​ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ການຊີ້ນໍາຍັງຈໍາກັດ ແລະ ບາງຮາກຖານພັກຍັງບໍ່​ທັນປະຕິບັດ ໄດ້ຕາມແຜນການ​ທີ່ກຳນົດໄວ້ ແລະ ຍັງບໍ່ທັນຕໍ່ເນື່ອງ​.



ສຳ​ຫຼັບ​ວຽກງານຂະຫຍາຍພັກ ອົງຄະນະ​ພັກ​ກະຊວງ ​ກໍໄດ້​ເອົາ​ໃຈ​ໃສ່​ຊີ້​ນຳເປັນປະຈໍາ ແລະ ຖືເອົາຄຸນນະພາບເປັນຕົ້ນຕໍ, ຊຶ່ງໄດ້ຄົ້ນຄວ້າສ້າງນິຕິກໍາຂອງຄະນະບໍລິຫານງານພັກກະຊວງຂຶ້ນ ເພື່ອກໍານົດວິທີການ ແລະ ຂັ້ນຕອນຂະຫຍາຍພັກ ໃຫ້ລະອຽດຂຶ້ນຕື່ມ ເປັນຕົ້ນແມ່ນ ໄດ້ອອກ ຄໍາແນະນໍາ ຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ເລກທີ 173/ຄພກຊ, ລົງວັນທີ 14 ກັນຍາ 2017 ກ່ຽວກັບວຽກງານຂະຫຍາຍພັກ ແລະ ແຈ້ງການແນະນໍາ ເລກທີ 214/ຄພກຊ, ລົງວັນທີ 04 ມີຖຸນາ 2020 ກ່ຽວກັບການຈັດຕັ້ງຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ. ​ໃນໄລຍະຜ່ານມາ ການໃຫ້ຄົ້ນຄວ້າມະຫາຊົນກ້າວໜ້າເຂົ້າພັກ ແລະ ເລື່ອນສະມາຊິກພັກ    ສໍາຮອງເປັນສົມບູນ ຕາມກົດລະບຽບພັກ ຢ່າງເຂັ້ມງວດ, ຊຶ່ງໄດ້ຜ່ານຂັ້ນຕອນການຄົ້ນຄວ້າຢ່າງເປັນລະບົບ, ໂດຍເລີ່ມຈາກການຄົ້ນຄວ້າຕົກລົງເຫັນດີຂອງຮາກຖານພັກ, ແລ້ວນໍາມາຜ່ານຫ້ອງການຄະນະບໍລິຫານງານພັກກະຊວງ ເພື່ອຄົ້ນຄວ້າໄປຕາມລະບຽບ ແລະ ນໍາສະເໜີ ຄະນະປະຈໍາພັກກະຊວງ ພິຈາລະນາຕົກລົງ, ຊຶ່ງເຮັດໃຫ້ປະລິມານ ແລະ ຄຸນນະພາບຂອງສະມາຊິກພັກ ໄດ້ຮັບການປັບປຸງດີຂຶ້ນ. ໃນປີ 2021 ໄດ້ພິຈາລະນາອະນຸມັດໃຫ້ມະຫາຊົນກ້າວ ໜ້າຮຽນສະໜັບ       ສະໜູນ ຈໍານວນ 41 ສະຫາຍ, ຍິງ 17 ສະຫາຍ; ຮຽນກົດລະບຽບພັກ ຈໍານວນ 46 ສະຫາຍ, ຍິງ 21 ສະຫາຍ, ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງໄດ້ ຈໍານວນ 29 ສະຫາຍ, ຍິງ 12 ສະຫາຍ, ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກສົມບູນໄດ້ ຈຳນວນ 39 ສະຫາຍ,​ ຍິງ 14 ສະຫາຍ; ປັດຈຸບັນທົ່ວອົງຄະນະພັກກະຊວງ ມີສະມາຊິກພັກທັງໝົດ 741 ສະຫາຍ, ຍິງ 195 ສະຫາຍ, ສໍາຮອງ 64 ສະຫາຍ, ຍິງ 32 ສະຫາຍ, ແຕ່ເຫັນວ່າຄະນະພັກບາງຮາກຖານການຄົ້ນຄວ້າເອກະສານຂະຫຍາຍພັກຍັງບໍ່ທັນເລິກເຊິ່ງ, ບໍ່ທັນເອກະພາບໃນຂັ້ນຕອນການຂະຫຍາຍພັກ ເຮັດໃຫ້ມີລັກສະນະຊັກຊ້າ ເອກະສານກັບໄປກັບມາຫຼາຍເທື່ອ, ການຂະຫຍາຍພັກຍັງມີລັກສະນະຟ້າວຟັ່ງ, ການຕິດຕາມທົດສອບວຽກງານຕົວຈິງຍັງບໍ່ທັນແທດເຖິງ ເຮັດໃຫ້ຄຸນນະພາບຂອງສະມາຊິກພັກຈຳນວນໜຶ່ງບໍ່ທັນຮັບປະກັນ.

ພ້ອມກັນນີ້ການຝຶກອົບຮົມຊຸດນີ້, ຈະໄດ້ຮັບຮູ້ກ່ຽວກັບວຽກງານປ້ອງກັນ ພັກ-ພະນັກງານ ເຊີ່ງເປັນວຽກງານສຳຄັນຕົ້ນຕໍໃນວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃນແຕ່ລະໄລຍະຂອງການປະຕິວັດ, ແນ່ໃສ່ຕອບຕ້ານກັບກົນອຸບາຍຂອງພວກຈັກກະພັດ ແລະ ອິດທິກຳລັງ   ປໍລະປັກ ກໍ່ຄືກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງພັກ-ລັດ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ    ພາຍໃນພັກ, ໃນຖັນແຖວພະນັກງານ-ສະມາຊິກພັກ ເພື່ອເຮັດໃຫ້ພັກມີຄວາມເຂັ້ມ    ແຂງ, ປອດໃສ ແລະ ໜັກແໜ້ນທາງດ້ານການເມືອງ; ປອດໃສທາງດ້ານແນວຄິດ; ເຂັ້ມແຂງດ້ານການຈັດຕັ້ງ ແລະ ເປັນເອກະພາບໃນດ້ານການກະທຳ, ມີຄວາມສາມາດໃນການນຳພາ-ບັນຊາທີ່ດີ ໃນທຸກຂົງເຂດ   ໜ້າທີ່ການເມືອງພັກ-ລັດໄດ້ມອບໝາຍໃຫ້.

ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້, ເຖິງວ່າຈະມີເວລາຈຳກັດພຽງແຕ່ 3 ວັນ ເທົ່ານັ້ນ, ແຕ່ເນື້ອໃນເອກະສານ ທີ່ນຳສະເໜີມີຄວາມໝາຍຄວາມສຳຄັນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງເຊີດຊູຄວາມຮັບຜິດຊອບ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນ ສົນທະນາກັນໃຫ້ເລິກເຊິ່ງ, ເພື່ອຍາດແຍ່ງເອົາບົດຮຽນ ເພື່ອນຳໄປປັບປຸງແກ້ໄຂຮາກຖານພັກຂອງຕົນໃນຕໍ່ໜ້າ, ໃຫ້ມີ​ຄວາມປອດໃສ, ເຂັ້ມແຂງ,           ໜັກແໜ້ນ, ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ. 


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250