Ministry News
ສູນກາງສະຫະພັນກຳມະບານລາວ ເຄື່ອນໄຫວ ຊຸກຍູ້ ວຽກງານກຳມະບານ ກະຊວງ ຍທຂ
ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເຄື່ອນໄຫວ ຊຸກຍູ້, ຕິດຕາມ ວຽກງານຂອງຄະນະບໍລິຫານງານສະຫະພັນກຳມະກະບານກະຊວງ ຍທຂ, ໃນວັນທີ 14 ມີຖຸນາ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ; ໂດຍການເຂົ້າຮ່ວມຂອງສະຫາຍ ວັນສະແຫວງ ອຸດທະຈັກ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍທຂ, ມີບັນດາສະຫາຍ ຮອງປະທານ, ບັນດາສະຫາຍ ຄະນະບໍລິຫານງານສະຫະພັນກໍາມະກະບານກະຊວງ, ປະທານກໍາມະບານຮາກຖານ, ປະທານສະຫະພັນກໍາມະບານຮາກຖານອ້ອມຂ້າງກະຊວງ ຍທຂ.
![](/web/image/6961/MPWT%20Union%20Meeting%20on%2014.6.2022-3.jpg?access_token=197b8bd5-69ca-4c93-add5-d7ecb328484f)
![](/web/image/6962/MPWT%20Union%20Meeting%20on%2014.6.2022-4.jpg?access_token=6476999a-9d86-4a94-b36f-1993447b03f0)
ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ກໍ່ໄດ້ ໂອ້ລົມ ໃຫ້ທິດຊີ້ນຳ ເບື້ອງຕົ້ນ ສະຫາຍກໍ່ໄດ້ ເຫັນດີເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ທາງຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ຍທຂ ສາມາດຍາດມາໄດ້, ພ້ອມກັນນັ້ນ ສະຫາຍປະທານ ຍັງໄດ້ ເນັ້ນໜັກຕື່ມ ເປັນຕົ້ນແມ່ນ ຕ້ອງໄດ້ເພີ່ມທະວີ ສືກສາອົບຮົມແນວຄິດການເມືອງ ໃຫ້ກັບ ບັນດາພະນັກງານ-ລັດຖະກອນ ກໍ່ຄືສະມາຊິກກຳມະບານພາຍໃນກະຊວງ ຍທຂ, ເພີ່ມທະວີ ການຮັກສາມູນເຊື້ອອັນດີງາມຂອງຊາດ ກໍ່ຄືບັນດາເຜົ່າ ແລະ ເພີ່ມທະວີຄວາມສາມະຄີ ເປັນປືກແຜ່ນແໜ້ນໜາ ເພື່ອພ້ອມພາກັນ ສ້າງສາວຽກງານກຳມະບານກະຊວງ ຍທຂ ໃຫ້ບັນລຸຕາມຄຳຂ້ວນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ເຮັດໃຫ້ວຽກງານສະຫະພັນກຳມະບານ ກະຊວງ ຍທຂ ໄດ້ຮັບການພັດທະນາທີ່ດີຂື້ນເທື່ອລະກ້າວ.