Ministry News

ພິທິມອບ-ຮັບໂຄງການກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ບ້ານ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ

2022-05-30 - Administrator


        ໃນວັນທີ 29 ພຶດສະພາ 2022 ໄດ້ມີພິທີມອບ-ຮັບໂຄງການຊ່ວຍເຫຼືອລ້າ  ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ບ້ານ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ຂຶ້ນ, ທີ່ບ້ານນາເຕີຍ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ເຈົ້າແຂວງໆຫຼວງນໍ້າທາ; ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຈິນກົວຟິງ ຜູ້ຕາງໜ້າບໍລິສັດຄຸ້ມຄອງໂຄງການ ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ແຫ່ງ, ທ່ານ ຕ່ຽວໜິງ ຮັກສາການຫົວໜ້າກົງສຸນແຫ່ງ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


        ທ່ານ ໄຊຍະບັນດິດ ອິນສີຊຽງໃໝ່ ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ: ລັດຖະບານ ສປ ຈີນ ເຫັນດີຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ມູນຄ່າ 221,89 ລ້ານຢວນ ໃນນັ້ນ ມູນຄ່າໂຄງການກໍ່ສ້າງ 209,94 ລ້ານຢວນ; ມູນຄ່າຈັດການປະມູນ ແລະ ຕິດຕາມການກໍ່ສ້າງ 4,92 ລ້ານຢວນ ແລະ ມູນຄ່າການຄຸ້ມຄອງໂຄງການຂອງຝາຍຈີນ 7,03 ລ້ານຢວນ, ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ 3 ແຂວງ ຄື: ບ້ານນາເຕີຍ ເມືອງນ້ໍາທາ ແຂວງຫຼວງນ້ໍາທາ; ບ້ານນາໝໍ້ໃຕ້ ເມືອງນາໝໍ້; ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ລວມທັງ ໝົດ 349 ຫຼັງຄາເຮືອນ ປະກອບມີ ເຮືອນ 3 ຂະໜາດຄື: ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ (ຕາມການຕີລາຄາຈາກການປະເມີນ ຜູ້ທີ່ໄດ້ຮັບຜົນກະທົບ).

ພ້ອມນີ້ຍັງປະກອບມີ ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ສຸກສາລາ, ເດີ່ນກິດຈະກໍາຂະໜາດນ້ອຍ, ສະຖານທີ່ສະທາລະນະ, ເສັ້ນທາງເຂົ້າໝູ່ບ້ານ, ເສັ້ນທາງພາຍໃນໝູ່ບ້ານ, ລະບົບໄຟຟ້າ ແລະ ນ້ຳປະປາ, ໂທລະພາບດີຈີຕອນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ເຊິ່ງຄູ່ຮ່ວມສັນຍາ ຕາງໜ້າຝ່າຍລັດຖະບານຈີນ ແມ່ນກະຊວງການຄ້າ, ສປ ຈີນ ແລະ ຕາງໜ້າຝ່າຍລັດຖະບານລາວແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍມີ ບໍລິສັດ ສະຖາບັນສຳຫລວດ-ອອກແບບກໍ່ສ້າງຈີນ ຈໍາກັດ ແລະ ບໍລິສັດ ຮ່ວມຕົວ ທີ່ປຶກສາດ້ານການຄຸ້ມຄອງວິສະວະກອນຈີນ ຈໍາກັດ ເປັນບໍລິສັດ ຄຸ້ມຄອງໂຄງການຝ່າຍຈີນ; ບໍລິສັດ ເຫີໜານຊ່າງເຊິ່ງ ທີ່ປຶກສາທາງດ້ານວິສະວະກຳໂຄງການກໍ່ສ້າງ ແລະ ບໍລິສັດຮ່ວມຕົວ ລາວໂກເບີນ ເອັນຈິເນຍລິງ ແອນ ດີວີລົບເມັນ ຄອນຊາວຕັນ ເປັນບໍລິສັດທີປຶກສາ. ການຈັດຕັ້ງປະຕິບັດໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ລວມມີ 3 ສັນຍາ ແລະ 3 ບໍລິສັດຮັບເໝົາກໍ່ສ້າງຄື: ສັນຍາ 1 ຢູ່ແຂວງຫຼວງນໍ້າທາ; ສັນຍາ 2 ແມ່ນຢູ່ແຂວງອຸດົມໄຊ ແລະ ສັນຍາ 3 ຢູ່ແຂວງຫຼວງພະບາງ ຄື:


            ສັນຍາ 1: ຮັບເໝົາກໍ່ສ້າງໂດຍບໍລິສັດ ຊຽງໄຮ້ ກໍ່ສ້າງ ຫຸ້ນສ່ວນ ຈຳກັດ ມີມູນຄ່າ 96,23 ລ້ານຢວນ ກໍ່ສ້າງຢູ່ບ້ານນາເຕີຍ ເມືອງນໍ້າທາ ແຂວງຫຼວງນນໍ້າທາ ນຳໃຊ້ເນື້ອທີທັງໝົດ 19,6 ເຮັກຕາ ມີຈຳນວນ 159 ຫຼັງຄາເຮືອນ ໃນນັ້ນ: ຂະໜາດໃຫຍ່ມີ 76 ຫຼັງ, ຂະໜາດກາງ ມີ 45 ຫຼັງ ຂະໜາດນ້ອຍ 38 ຫຼັງ;

ສັນຍາ 2: ຮັບເໝົາກໍ່ສ້າງໂດຍບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນແຂວງຢຸນນານ ຈຳກັດ ມູນຄ່າ 42,49 ລ້ານຢວນ ມີເຮືອນຈຳນວນ 83 ຫຼັງ, ກໍ່ສ້າງຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ຈຳນວນ 60 ຫຼັງ, ນຳໃຊ້ເນື້ອທີກໍ່ສ້າງທັງໝົດ 12,4 ເຮັກຕາ ໃນນັ້ນ: ຂະໜາດໃຫຍ່ 10 ຫຼັງ, ຂະໜາດກາງ 3 ຫຼັງ, ຂະໜາດນ້ອຍ 47 ຫຼັງ, ແລະ ຢູ່ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ຈຳນວນ 23 ຫຼັງ, ນຳໃຊ້ເນື້ອທີ່ກໍ່ສ້າງທັງໝົດ 8,7 ເຮັກຕາ, ຂະໜາດໃຫຍ 5 ຫຼັງ, ຂະໜາດກາງ 3 ຫຼັງ ແລະ ຂະໜາດນ້ອຍ 15 ຫຼັງ;

ສັນຍາ 3: ຮັບເໝົາກໍ່ສ້າງໂດຍ ບໍລິສັດ ໂນຣິນໂກ ຮ່ວມມືສາກົນຈຳກັດ ມີມູນຄ່າ 70,29 ລ້ານຢວນ ກໍ່ສ້າງຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ມີຈຳນວນ 107 ຫຼັງຄາເຮືອນ, ນຳໃຊ້ເນື້ອທີ່ກໍ່ສ້າງທັງໝົດ 23,76 ເຮັກຕາ, ໃນນັ້ນ: ຂະໜາດໃຫຍ 13 ຫຼັງ, ຂະໜາດກາງ 68 ຫຼັງ ແລະ ຂະໜາດນ້ອຍ 26 ຫຼັງ.

ໂຄງການກໍ່ສ້າງບ້ານຈັດສັນ ແມ່ນໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 17 ເມສາ 2021 ແລະ ສຳເລັດວັນທີ 30 ມີນາ 2022 ຕາມແຜນການທີ່ກຳນົດໄວ້. ເຊິ່ງໂຄງການດັ່ງກ່າວນີ້ແມ່ນຈະຊ່ວຍປະກອບສ່ວນເຂົ້າໃນການພັດທະນາຕົວເມືອງໃນຊົນນະບົດ ກໍ່ຄືການສ້າງທີ່ຢູ່ອາໃສໃຫ້ແກ່ປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນ 4 ບ້ານ 3 ແຂວງ ຈຳນວນ 349 ຫຼັງ ໃຫ້ແກ່ 349 ຄອບຄົວ ສຳລັບພົນລະເມືອງທັງໝົດ 1.875 ຄົນ ໄດ້ມີເຮືອນຢູ່ທີດີກວ່າແຕ່ກ່ອນ, ພ້ອມມີໄຟຟ້າໄຊ້, ໄດ້ໄຊ້ນໍ້າປະປາທີ່ຖືກສຸຂະອານາໄມ, ໄດ້ຊົມໂທລະພາບລະບົບດີຈີຕອນ ມີທາງເບຕົງເຂົ້າຫາໝູ່ບ້ານ, ພາຍໃນບ້ານເຊິ່ງເຮັດປະຊາຊົນມີຄວາມເພິ່ງພໍໃຈ ແລະ ເປັນການຊຸກຍູ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ.


        ທ່ານ ນາງ ວິໄລຄຳ ໂພສາລາດ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ແມ່ນ 2 ຊາດ, 2 ພັກ-ລັດ ທີມີສາຍພົວພັນກັນຢ່າງສະໜິດແໜ້ນ ແລະ ຮອບດ້ານ ທັງເປັນຄູ່ຮ່ວມຊາຕາກຳ ເຊິ່ງໄດ້ສະແດງອອກໃຫ້ເຫັນຢາງປະຈັກຕາຄືການຮ່ວມມື-ລົງທຶນເຂົ້າໃນໂຄງການລະດັບຊາດ ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານລາວ ໃນການນໍາພາປະເທດໃຫ້ກາຍເປັນປະເທດເຊື່ອມໂຍ່ງ, ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ທັງສອດຄ່ອງກັບຍຸດທະສາດຂອງລັດຖະບານ ສປ ຈີນ ໃນການພັດທະນາຕາມຂໍ້ລິເລີ່ມ ໜຶ່ງແລວ-ໜຶ່ງເສັ້ນທາງ.

ພາຍໃຕ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ອັນມີຄວາມໝາຍຄວາມສຳຄັນດັ່ງກ່າວ, ລັດຖະບານແຫ່ງ ສປ ຈີນ ຍັງໄດ້ໃຫ້ທຶນຊ່ວຍເຫຼືອລ້າ ເຂົ້າໃນການພັດທະນາຕົວເມືອງໃນຊົນນະບົດຕື່ມກໍຄືການສ້າງເຮືອນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໃນ 4 ບ້ານ 3 ແຂວງ.

ໃນນາມຕາງໜ້າໃຫ້ ລັດຖະບານກໍຄື ຄະນະນຳ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຕີລາຄາສູງຕໍ່ ລັດຖະບານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອລ້າ ດ້ານທຶນຮອນໃນການພັດທະນາຕົວເມືອງ ໃນເຂດຊົນນະບົດເວົ້າລວມ, ເວົ້າສະເພາະແມ່ນໄດ້ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນຢູ່ (ເມືອງຊຽງເງິນ ແຂວງຫຼວງພະບາງ, ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ເມືອງນໍ້າທາ ແຂວງຫຼວງນ້ໍາທາ) ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ເຊິ່ງເຫັນວ່າເປັນການຊ່ວຍເຫລືອທີ່ມີປະສິດທິຜົນສູງສົມຄວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພວກເຮົາ ເວົ້າລວມ, ເວົ້າສະເພາະ ກໍຄືບັນດາເມືອງທີ່ນອນໃນໂຄງການນີ້. ສະນັ້ນ, ໃນນາມຕາງໜ້າໃຫ້ ລັດຖະບານ ກໍຄືເຈົ້າຂອງໂຄງການ ຂໍສະແດງຄວາມຂອບໃຈເປັນຢາງຍິ່ງ ດ້ວຍຄວາມຈິງໃຈ ແລະ ດີໃຈຢ່າງສຸດຂີດມາຍັງ ລັດຖະບານແຫ່ງ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ມີຄວາມເຊືອໝັ້ນ ແລະ  ຫວັງຢາງຍິ່ງວ່າ ລັດຖະບານແຫ່ງ ສປ ຈີນ ຈະສືບຕໍ່ສະໜັບສະໜູນໃຫ້ຄວາມຊ່ວຍເຫຼື່ອເພີ່ມຕື່ມໃນຕໍ່ໜ້າ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250