Ministry News

ກະຊວງ ຍທຂ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ

2022-05-06 - Administrator


    ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ແລະ ວັນກຳມະກອນສາກົນ ຄົບຮອບ 136 ປີ ຂຶ້ນໃນວັນທີ 5 ພຶດສະພານີ້ ທີ່sຫ້ອງປະຊຸມໃຫຍ່ກະຊວງ ຍທຂ, ໂດຍການເຂົ້າຮ່ວມຂອງທ່ານນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ຍທຂ; ທ່ານ ວິໄລ ວົງຂະເສີມ ຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ, ມີຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ-ຮອງປະທານ, ຄະນະກຳມະບານຮາກຖານເຂົ້າຮ່ວມ.



    ທ່ານ ວິໄລ ວົງຂະເສີມ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດ ຕັ້ງກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ; ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານເຫັນໄດ້ຜົນງານ ແລະ ມູນເຊື້ອໃນການປະກອບສ່ວນຂອງສະຫະພັນກຳມະບານລາວເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຫັນໄດ້ຄວາມສຳຄັນພາລະບົດບາດ, ໜ້າທີ່ຂອງອົງການຈັດຕັ້ງກຳມະບານລາວໃນໄລຍະໃໝ່ຂອງການປະຕິວັດ, ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ.

      ຈາກນັ້ນ, ທ່ານໄດ້ເລົ່າຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ 1 ພຶດສະພາ 1886 ຊຶ່ງເປັນຂະບວນການຕໍ່ສູ້ເພື່ອທວງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນຢູ່ບັນດາປະເທດທຶນນິຍົມໃນທົ່ວໂລກ  ພາຍໃຕ້ການປົກຄອງຂອງພວກນາຍທຶນ ໃນເວລານັ້ນຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ພວກເຂົາໃຫ້ກຳມະກອນອອກແຮງງານສຸດທີ່ລຳບາກມີຄວາມສ່ຽງສູງຕໍ່ຊີວິດບໍ່ມີເວລາພັກຜ່ອນ ແລະ ເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຕ່ຳບໍ່ມີລະບົບປ້ອງກັນສຸຂະພາບໃນສະຖານທີ່ເຮັດວຽກບໍ່ມີຄວາມປອດໄພບໍ່ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກຳມະກອນ ແລະ ນາຍທຶນນັບມື້ເພີ່ມທະວີຄວາມຮຸນແຮງ ຈົນກ້າວໄປສູ່ຂະບວນການລຸກຮືຂຶ້ນຕໍ່ສູ້ຄັ້ງທຳອິດຂອງຊົນຊັ້ນກຳມະກອນຢູ່ທີ່ປະເທດອັງກິດໃນປີ 1764 ພ້ອມທັງຈັດຕັ້ງອົງການກຳມະບານຂຶ້ນເພື່ອເປັນຕົວແທນນຳພາປົກປ້ອງສິດຜົນປະໂຫຍດຂອງຕົນ. ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດທີ່ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານໄດ້ພ້ອມກັນນັດຢຸດງານເຖິງ 5 ພັນແຫ່ງຢູ່ບັນດາຕົວເມືອງໃຫຍ່ຂອງປະເທດອາເມຣິກາມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ເພື່ອຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີທີ່ວ່າ (ແຕ່ນີ້ຕໍ່ໄປກຳມະກອນຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຽນ). ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສອັນແຂງແຮງເຖິງຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາຕໍ່ສະພາບການດັ່ງກ່າວໃນວັນທີ 14 ກໍລະກົດປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້​ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ຊຶ່ງຖືເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ສະເພາະຢູ່ ສປປ ລາວ ທຸກໆປີໄດ້ມີການລະນຶກເຖິງມູນເຊື້ອຄວາມສຳຄັນຂອງວັນດັ່ງກ່າວ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250