Ministry News

ກະຊວງ ຍທຂ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 7, ສະໄໝທີ V

2022-04-07 - Administrator


ກະຊວງ ຍທຂ ໄດ້ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 7, ສະໄໝທີ V ຂຶ້ນໃນວັນທີ 7 ເມສາ 2022, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ມີບັນດາສະຫາຍ  ຮອງເລຂາ, ບັນດາສະຫາຍ ຄະນະປະຈໍາພັກກະຊວງ ແລະ ບັນດາສະຫາຍ ກໍາມະການພັກກະຊວງ ເຂົ້າຮ່ວມ.


ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 7, ສະໄໝທີ V ເປັນກອງປະຊຸມທີ່ມີຄວາມ   ໝາຍ, ຄວາມສໍາຄັນ ແລະ ມີເນື້ອໃນເລີກເຊິ່ງ. ຊຶ່ງກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື, ສະຫຼຸບຕີລາຄາ ແລະ ປະກອບຄໍາເຫັນ ຕໍ່ກັບຫຼາຍວຽກງານຂອງຂະແໜງ ຍທຂ ດັ່ງນີ້:  ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໃຫ້ບັນລຸຄາດໝາຍທີ່ກຳນົດໄວ້; ເພື່ອປະຕິບັດແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກກະຊວງ ໃຫ້ເຂັ້ມງວດ, ເພີ້ມທະວິຄວາມສາມັກຄີ ເປັນເອກະພາບພາຍໃນພັກໃຫ້ໜັກແໜ້ນ, ດຳເນີນຊິວິດການເມືອງພາຍໃນພັກເປັນປົກກະຕິ ເຮັດໃຫ້ຄະນະບໍລິຫານງານພັກກະຊວງ ກາຍເປັນແກນນໍາໃນທຸກດ້ານ ແລະ ເຮັດໃຫ້ສຳເລັດທຸກໜ້າທີ່ການເມືອງ, ກໍ່ຄືສູ້ຊົນຈັດຕັ້ງປະຕິບັດຄາດໝາຍແຕ່ລະດ້ານ ຂອງຂະແໜງການ ຍທຂ ໃຫ້ປະກົດຜົນເປັນຈິງ; ແລະ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວນໍາພາ ໃຫ້ມີປະສິດທິຜົນ, ຕິດຕາມ, ກວດກາການປະຕິບັດໜ້າທີ່ ຂອງຄະນະປະຈຳພັກ ແລະ ບັນດາສະຫາຍກຳມະການຄະນະພັກ, ຕາມການມອບໝາຍແບ່ງຄວາມຮັບຜິດຊອບ. ນອກຈາກນີ້ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບການຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງ 3 ເດືອນ (1, 2, 3/2022) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (4, 5, 6/2022); ບົດສະຫຼຸບການເຄື່ອນໄຫວນໍາພາຂອງຄະນະປະຈໍາພັກກະຊວງ 3 ເດືອນ (1, 2, 3/2022) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (4, 5, 6/2022); ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ 3 ເດືອນ (1, 2, 3/2022) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (4, 5, 6/2022); ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂົວ-ທາງ 3 ເດືອນ (1, 2, 3/2022) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (4, 5, 6/2022).

ກອງປະຊຸມຄັ້ງນີ້, ມີເນື້ອໃນສຳຄັນຫຼາຍດ້ານ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ດ້ວຍເວລາອັນເຄັ່ງຮ້ອນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຄະນະບໍລິຫານງານພັກກະຊວງທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈະຕ້ອງພ້ອມກັນຕັດສິນໃຈສູງ, ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງ ຍທຂ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະໄລຍະແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ທາງດ້ານເສດຖະກິດ, ​ວັດທະນະທໍາ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ, ສໍາລັບ ຂະແໜງ ຍທຂ ການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ແມ່ນບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນ, ສ່ວນການຂົນສົ່ງສິນຄ້າພາຍໃນປະເທດ, ລະຫວ່າງປະເທດ ສິນຄ້າທາງອາກາດ, ທາງລົດໄຟ ແມ່ນໄດ້ຈັດຕັ້ງປະຕິບັດ ດ້ວຍທຸກວິທີເພື່ອໃຫ້ການຂົນສົ່ງສິນຄ້າ ໃຫ້ມີການໂລ່ງລຽນ; ຕໍ່ກັບການແຜ່ລະບາດຂອງພະຍາດດັ່ງກ່າວ ເຊິ່ງເປັນສິງທ້າທາຍຕໍ່ກັບວຽກງານຂະແໜງການ ຍທຂ  ທີ່ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ.

ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດ ພາຍໃນຄະນະບໍລິຫານງານພັກ ກະຊວງ ຍທຂ ຕ້ອງເປັນເອກະພາບກັນສູງ ທາງດ້ານທັດສະນະ ແລະ ຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດ ທີ່ເກີດຂຶ້ນຢູ່ໃນກະຊວງ ຍທຂ ໃຫ້ໝົດໄປເທື່ອລະກ້າວ,​ ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍ ທີ່ໄດ້ກໍານົດໄວ້ຢ່າງຈົບງາມ, ຕາມຄຳຂວັນຂອງຂະແໜງ ຍທຂ ທີ່ວ່າ: ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ.








About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250