Ministry News

ຍັງມີ 3 ຂໍ້ຄົງຄ້າງ ໃນການແບ່ງຄວາມຮັບຜິດຊອບ ລະຫວ່າງ ກະຊວງ ຍທຂ ແລະ ທ້ອງຖິ່ນ ໄລຍະ 3 ປີ 2019-2021

2022-03-19 - Administrator



ເພື່ອເຮັດໃຫ້ການຄຸ້ມຄອງແຕ່ລະໂຄງການກໍ່ສ້າງມີຄວາມຊັດເຈນ ແລະ ການດຳເນີນງານໄປໄດ້ຢ່າງໂລ່ງລ່ຽນ ໃນປີ 2019-2021 ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດແບ່ງຄວາມຮັບຜິດຊອບ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ້ອງຖິ່ນ ໃນໄລຍະ 2019-2021 ເຫັນວ່າສະເພາະ ຂໍ້ຄົງຄ້າງຂອງວຽກງານຂົວທາງ ມີ 3 ຂໍ້.

 

ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານຕໍ່ກອງປະຊຸມ ວຽກງານ ໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປີ 2022 ຄັ້ງ ວັນທີ 24-25 ກຸມພາ 2022 ຜ່ານມາວ່າ: ຜ່ານການຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ້ອງຖິ່ນ ໃນໄລຍະ 2019-2021 ເຊິ່ງໃນປີ 2019 ກະຊວງ ຍທຂ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 6655/ຍທຂ, ລົງວັນທີ 29 ມີນາ 2019 ວ່າດ້ວຍການແບ່ງວຽກວິຊາສະເພາະຕາມທິດສາມສ້າງ ລະຫວ່າງ ກະຊວງ ຍທຂ ກັບພະແນກ ຍທຂ ວຽກງານແຂວງ ແລະ ນະຄອນຫຼວງ, ແລະ ໄດ້ພ້ອມກັນລົງລາຍເຊັນເອກະສານການແບ່ງຄວາມຮັບຜິດຊອບວຽກງານວິຊາສະເພາະລະຫວ່າງ ບັນດາກົມຄື: ກົມຂົວທາງ, ກົມຂົນສົ່ງ, ກົມການບິນພົນລະເຮືອນ, ກົມນໍ້າປະປາ, ກົມເຄຫາ-ຜັງເມືອງ ແລະ ກົມທາງນ້ຳ ກັບບັນດາ ພະແນກ ຍທຂ ແຂວງ ແລະ ນະຄອນຫຼວງ ທົ່ວປະເທດ. ໃນການແບ່ງວຽກຄັ້ງນີ້ບັນດາກົມ ໄດ້ສຸມໃສ່ປະຕິບັດພາລະບົດບາດ ຕາມ 5 ໜ້າທີ່ຄຸ້ມຄອງມະຫາພາກ ຂອງອົງການຂັ້ນສູນກາງ, ໃນນີ້ ໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ສ້າງເງື່ອນໄຂອໍານວຍຄວາມສະດວກ ເປັນຕົ້ນແມ່ນ ການມອບບຸກຄະລາກອນ, ການມອບວຽກ ແລະ ງົບປະມານໃຫ້ທ້ອງຖິ່ນຫຼາຍຂື້ນ ແນໃສ່ເຮັດໃຫ້ວຽກງານສາມສ້າງ ໄດ້ຮັບການເສີມຂະຫຍາຍຢ່າງໝັ້ນທ່ຽງ, ບັນດາພະແນກ ຍທຂ ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກຕົວຈິງ, ຄຽງຄູ່ກັບການປັບປຸງແບບແຜນວິທີການເຮັດວຽກໃຫ້ກະທັດຮັດ, ຮັບປະກັນຄຸນນະພາບ ແລະ ຄວາມໂປ່ງໃສ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຫຼາຍຂຶ້ນ.

 

ຂໍ້ຄົງຄ້າງສະເພາະຂອງວຽກງານຂົວທາງ ມີ 3 ຂໍ້ ຄື: 1)ໂຄງປະກອບສຳປະສິດບາງອັນຂອງສູດຄິດໄລ່ລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ສະບັບປັບປຸງປີ 2019 ຍັງບໍ່ທັນສົມບູນ ແລະ ໃນເມື່ອ ກໍລະນີ ທີ່ລາຄາວັດສະດຸກໍ່ສ້າງ, ລາຄານ້ຳມັນ, ຄ່າແຮງງານ ແລະ ອື່ນໆ ມີການຂຶ້ນລົງໃນແຕ່ລະໄລຍະ ແຂວງສະເໜີຄິດໄລ່ ແລະ ຮັບຮອງລາຄາຫົວໜ່ວຍໄດ້ເອງບໍ່ ຫຼື ຈຳເປັນຕ້ອງໄດ້ໃຫ້ກະຊວງ ຍທຂເປັນຜູ້ຮັບຮອງ. ເຊິ່ງຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ພວກເຮົາຈະມີທິດທາງວິທີການແກ້ໄຂດັ່ງນີ້: ມີບາງສໍາປະສິດຍັງບໍ່ທັນສອດຄ່ອງກັບຕົວຈິງ ເຊິ່ງຈະຕ້ອງໄດ້ແຕ່ງຕັ້ງຄະນະວິຊາການປັບປຸງໃຫ້ສອດຄ້ອງກ່ອນ; ເມື່ອປັບປຸງສຸດສອດຄ້ອຽແລ້ວ ຈະໄດ້ຈັດຝຶກອົບຮົມໃຫ້ວິຊາການທີ່ຮັບຜິດຊອບວຽກນີ້, ຂອງພະແນກ ຍທຂ ແຂວງ; ສໍາລັບບັນຫາທີ່ພະແນກ ຍທຂ ແຂວງ ສະເໜີຮັບຮອງເອົາລາຄາຫົວໜ່ວຍໄດ້ເອງນັ້ນ ແມ່ນຈະໄດ້ປະຊຸມປຶກສາຫາລືກັນໃນຕໍ່ໜ້າ; 2) ໂຄງການສ້ອມແປງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ມີລັກສະນະສະເພາະຄືພາຍຫຼັງສໍາເລັດລະດູຝົນຕ້ອງ ດໍາເນີນຂະບວນການຈັດຊື້ຈັດຈ້າງ ເພື່ອກະກຽມສ້ອມແປງ ຖ້າຈະລໍຖ້າໃຫ້ໄດ້ຮັບການອະນຸມັດຈິ່ງດໍາເນີນຄະບວນການດັ່ງກ່າວແມ່ນຈະບໍ່ທັນກັບເວລາ. ເຊິ່ງຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ກະຊວງ ຍທຂ ຈະໄດ້ເຮັດວຽກ ກັບ ກະຊວງແຜນການ ແລະ ການລົງທຶນ ແລະ ອົງການກວດກາລັດ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນ ຊອກຫາວິທີແກ້ໄຂ (ຕົວຢ່າງ: ສາມາດດໍາເນີນຂະບວນການ ຈັດຊື້ຈັດຈ້າງ ແລະ ຈັດຕັ້ງປະຕິບັດ ໄປພ້ອມກັນກັບການດໍາເນີນຂະບວນການສ້າງແຜນ): ຫຼັງຈາກນັ້ນ ລາຍງານລັດຖະບານເພື່ອຂໍທິດຊີ້ນໍາ ໃນການແກ້ໄຂບັນຫາດັ່ງກ່າວ.

3) ວຽກງານສ້ອມແປງ ແລະ ບູລະນະຮັກສາທາງ ຍັງມີບັນຫາຈຳນວນໜຶ່ງ ຄື: ງົບປະມານທີ່

ຈັດສັນໃຫ້ແຕ່ໂຄງການປະຈໍາປີ ແມ່ນຍັງບໍ່ສົມຄູ່ກັບການຈັດຕັ້ງປະຕິບັດວຽກ ເຮັດໃຫ້ເກີດມີໜີ້ສິນຄຸ້ມເຄື່ອ. ເຊິ່ງຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ພວກເຮົາຈະມີທິດທາງວິທີການແກ້ໄຂດັ່ງນີ້: ວຽກງານສ້ອມແປງ ແລະ ບູລະນະຮັກສາທາງ ຕິດພັນກັບການນຳໃຊ້ງົບປະມານກອງທືນທາງ ທີ່ໄດ້ກໍານົດໄວ້ໃນລັດກອງທຶນາງ ສະບັບເລກທີ 130/ນຍ ລົງວັນທີ 1 ມິຖຸນ 2016 ເພື່ອໃຫ້ແທດເໝາະກັບສະພາ ໃນປະຈຸບັນຈໍາເປັນຕ້ອງໄດ້ມີການປັບປຸງດຳລັດກອງທຶນທາງ ເຊິ່ງກະຊວງ ຍທຂ ກໍາລັງດໍາເນີນຂະບວນການຄົ້ນຄ້ວາຄວາມເປັນໄປໄດ້ໃນເບື້ອງຕົ້ນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250