Ministry News

ພິທີເປີດການບໍລິການນໍ້າປະປາ ກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ ແລະ ເມືອງປາກແຊງ ແຂວງຫຼວງພະບາງ

2022-03-25 - Administrator



ໃນຕອນບ່າຍວັນທີ 23 ມີນາ 2022 ທີ່ຜ່ານມາ, ໄດ້ຈັດພິທີເປີດການບໍລິການນໍ້າປະປາ ກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ ແລະ ກຸ່ມບ້ານ ປາກເກງ-ຫາດຮວາຍ ເມືອງປາກແຊງ ແຂວງຫຼວງພະບາງ, ໂຄງການຊຸກຍູ້ສົ່ງເສີມດ້ານນໍ້າ ແລະ ສຸຂາອານະໄມ ໂດຍການມີສ່ວນຮ່ວມຈາກອົງການຈັດຕັ້ງທາງສັງຄົມ, ເອກະຊົນ ແລະ ແມ່ຍິງ, ຂື້ນທີ່ບ້ານ ອູ້, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ; ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ແຂວງຫຼວງພະບາງ; ມີບັນດາທ່ານ ຫົວໜ້າ, ຮອງຫົວ  ໜ້າກົມ, ຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຍທຂ ປະຈຳແຂວງ ຫຼວງພະບາງ, ຫົວ ໜ້າມູນນິທິ ອິດມິດເວດ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກບັນດາກະຊວງແຜນການ, ກະຊວງ ການເງິນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.



ໂຄງການນໍ້າປະປາກຸ່ມບ້ານເມືອງຂາຍ ແມ່ນຕັ້ງຢູ່ ບ້ານອູ້, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ ເປັນໂຮງງານຜະລິດນໍ້າປະປາຂະໜາດນ້ອຍ ແລະ ມີກໍາລັງການຜະລິດແມ່ນ 1,200 m3/ມື້; ເຊຶ່່ງການກໍ່ສ້າງໂຮງງານຜະລິດນໍ້າປະປາແຫ່ງນີ້ ແມ່ນມີ3 ໜ້າວຽກທີ່ສຳຄັນຄື: 1. ສ່ວນຂອງໂຮງງານ ແລະ ຫ້ອງການ; 2. ສ່ວນຂອງອ່າງເກັບນໍ້າສູງ ແລະ ອິນເທັກ(ດູດນໍ້າຈາກແມ່ນນໍ້າຂອງ) ເປັນຕົ້ນ:  ການກໍໍ່ສ້າງໂຮງງານ, ຫ້ອງການ, ອ່າງນໍ້າສູງ ແລະ ວຽກວ່າງສາຍທໍໍ່ນໍ້າກວມເອົາ 7 ໝູ່ບ້ານ ລວມຄວາມຍາວທັງໝົດປະມານ 30 km ລວມທັງສາຍທໍໍ່ໃຫຍ່ ແລະ ສາຍທໍໍ່ແຈກເຂົ້າບ້ານປະຊາຊົນ ພ້ອມທັງຕິດຕັ້ງກົງເຕີນໍ້າເຂົ້າເຮືອນໃຫ້ປະຊາຊົນ ຈຳນວນທັງໝົດ 844 ໜ່ວຍ ແລະ ຕິດຕັ້ງສຳເລັດແລ້ວ 620 ໜ່ວຍ, ປະມານ (80%);  ແລະ ໄດ້ທົດລອງໃຊ້ນໍ້າປະປາ ຕັ້ງແຕ່ເດືອນ 09/2021 ຈົນເຖິງ ປະຈຸບັນ  ແມ່ນຍັງໃຫ້ບໍລິການຟຣີ ເປັນເວລາ 6 ເດືອນແລ້ວ; ພາຍຫຼັງພິທີເປີດການນໍາໃຊ້ຢ່າງເປັນທາງການແລ້ວ ບໍລິສັດ ຈະໄດ້ອອກແຈ້ງການ ເລີ່ມເກັບຄ່ານໍ້າເປັນຕົ້ນໄປ, ເຊິ່ງລາຄານໍ້າປະປາແມ່ນອີງຕາມລາຄານໍ້າປະປາຂອງລັດວິສາຫະກິດນໍ້າປະປາແຂວງຫຼວງພະບາງວາງອອກເປັນພື້ນຖານໃນການຄິດໄລ່ລາຄານໍ້າປະປາ. ທັງນີ້ ກໍເພື່ອຮັບປະກັນການສະໜອງນໍ້າປະປາທີ່ສະອາດປອດໄພມີຄຸນນະພາບ ແລະ ມີຄວາມຍືນຍົງ ໃຫ້ປະຊາຊົນພາຍໃນກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ ແລະ ກຸ່ມບ້ານ ປາກເກງ-ຫາດຮວາຍ ເມືອງປາກແຊງ ແຂວງຫຼວງພະບາງ, ກໍຄືໃຫ້ສາມາດຕອບສະໜອງນໍ້າປະປາ ໃຫ້ແກ່ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມນະຄອນຫຼວງພະບາງ ນະຄອນສີຂຽວໃຫ້ນັບມື້ນັບຫຼາຍຂຶ້ນ. ໃນໂອກາດນີ້ ແຂກທີ່ເຂົ້າຮ່ວມພິທີດັ່ງກ່າວ ຍັງໄດ້ຍ່າງຊົມເບິ່ງໂຮງງານຜະລິດນໍ້າປະປາ ບ້ານອູ້, ນະຄອນຫຼວງພະບາງຕື່ມອີກ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250