Ministry News

ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

2022-03-17 - Administrator


            ກອງປະຊຸມໃຫຍ່ຄັ້ງທີ IV ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ຈັດຂຶ້ນວັນທີ 15 ມີນາ 2022 ທີ່ສູນເຝິກອົບຮົມລາວ-ຍີ່ປຸ່ນ (ICTC) ເປັນປະທານຂອງທ່ານ ປຣະຈິດ ໄຊຍະວົງ ປະທານສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍສະມາຊິກສະມາຄົມ ແລະ ຂະແໜງການກ່ຽວຂ້ອງ.

        
       ທ່ານ ປຣະຈິດ ໄຊຍະວົງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງສະມາຄົມໄລຍະຜ່ານມາ (2016-2020) ບາງຕອນໃຫ້ຮູ້ວ່າ ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າສ້າງຕັ້ງຂຶ້ນໃນປີ 2003 ປັດຈຸບັນມີສະມາຊິກ 51 ຫົວໜ່ວຍ ການພັດທະນາເສດຖະກິດໄດ້ດຳເນີນໄປໃນສະພາບທີ່ປະເທດພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທານຫຼາຍດ້ານທີ່ສົ່ງຜົນໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດບໍໄດ້ຕາມຄາດໝາຍຂອງແຜນການ ເຖິງແນວໃດກໍຕາມເຫັນວ່າໂຄງປະກອບເສດຖະກິດມະຫາພາກໂດຍສະເພາະຂະແໜງການບໍລິການຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວມອັດຕາການເຕີບໂຕເສດຖະກິດ (GDP) ເປັນສ່ວນໃຫຍ່ ໃນນັ້ນ ມູນຄ່າຈໍລະຈອນສິນຄ້າສະເລ່ຍເພີ່ມຂຶ້ນ 10,2% ຂອງ GDP ເທົ່າກັບ 285.153 ຕື້ກີບ ຫຼຸດແຜນການທີ່ວາງໄວ້ 1,8% (ແຜນການ 12%) ການບໍລິການຂົນສົ່ງ-ຈັດສົ່ງດຳເນີນປົກກະຕິ ໂດຍອີງໃສ່ທີ່ຕັ້ງຂອງປະເທດລາວທີ່ບໍມີຊາຍແດນຕິດກັບທະເລແຕ່ເປັນຈຸດເຊື່ອຕໍ່ກັບບັນດາປະເທດໃນພາກພື້ນ ການຂົນສົ່ງທາງບົກ ແລະ ທາງລາງຜ່ານປະເທດລາວ ເຊິ່ງເປັນທາງເລືອກໜຶ່ງຂອງການຄ້າລະຫວ່າງປະເທດໃນພາກພື້ນທີ່ໄດ້ປຽບທາງດ້ານເວລາການສົ່ງມອບສິນຄ້າໃນຄະນະທີ່ຄ່າຂົນສົ່ງທາງທະເລມີແນວໂນມເພີ່ມຂຶ້ນ ພ້ອມກັນນັ້ນການຂົນສົ່ງພາຍໃນໄດ້ພັດທະນາເປັນລະບົບຕໍ່ເນື່ອງຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ເຕີບໂຕໄປຄຽງຄູ່ກັບການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ກະສິກຳ ການຄ້າພາຍໃນ ແລະ ລະຫວ່າງປະເທດ.

         ຄຽງຄູາກັບການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການຂົນສົ່ງ ແລະ ຈັດສົ່ງສິນຄ້າຍັງມີຫຼາຍປັດທີ່ຈະຕ້ອງເອົາໃຈໃສ່ປັບປຸງເຊັ່ນ ບັນຫາຜູ້ປະກອບການຂົນສົ່ງນອກລະບົບ ກະແຈກກະຈາຍ ເຄື່ອນໄຫວແບບບໍໝອບເໝົາເຮັດໃຫ້ການຄຸ້ມຄອງເກັບກຳຂໍ້ມູນຂອງຜູ້ປະກອບການບໍຊັດເຈນ ການເຕົ້າໂຮມ ແລະ ກະແຈກກະຈາຍສິນຄ້າບໍທັນຕອບສະໜອງບໍລິມາດສິນຄ້າໃຫ້ແກ່ການຂົນສົ່ງຍ້ອນຄວາມບໍດຸນດ່ຽງຂອງການຄ້າ ການຄຸ້ມຄອງຄ່າໃຊ້ຈ່າຍທີ່ຕິດພັນກັບການຂົນສົ່ງເປັນຕົ້ນຄ່າກວດສິນຄ້າ ຄ່າຜ່ານສາງ ຝາກສາງ ຄ່າບໍລິການສາງຕ່າງໆບໍທັນທົ່ວເຖິງ ສະນັ້ນຈິ່ງເຮັດໃຫ້ລາຄາຂົນສົ່ງສິນຄ້າພາຍໃນສູງເມືອທຽບກັບປະເທດໃກ້ຄຽງ.

         ທິດທາງແຜນການໃນຕໍ່ໜ້າສືບຕໍ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຍທຂ ກົດໝາຍ ນິຕິກຳທີ່ຕິດພັນກັບວຽກງານຂົນສົ່ງ ແລະ ຈັດສົ່ງສິນຄ້າພາຍໃນ ກຳນົດເປົ້າໝາຍ ແລະ ແຜນງານການພັດທະນາຂີດຄວາມສາມາດຂອງຄະນະບໍລິຫານງານ ເຮັດໜ້າທີ່ເສນາທິການທີ່ສາມາດສະໜອງຂໍ້ມູນຂ່າວສານໃຫ້ແກ່ພາກລັດ ເຕົ້າໂຮມຜູ້ປະກອບການ ຍົກລະດັບຂີດຄວາມສາມາດໃຫ້ມີຄວາມເຂັ້ມແຂງ ແລກປ່ຽນຂໍ້ມູນຂ່າວສານເພື່ອຍົກລະດັບຄວາມສາມາດດ້ານວິຊາຊີບ ການບໍລິຫານຢ່າງຕໍ່ເນື່ອງ ແລະ ອື່ນໆ.

         ນອກຈາກນີ້ກອງປະຊຸມໄດ້ມອບໂລ້ທີ່ລະນຶກໃຫ້ແກ່ຄະນະບໍລິຫານງານສະມາຄົມເພື່ອເປັນການຊົມເຊີຍຜົນງານການປະຕິບັດວຽກງານໄລຍະຜ່ານມາ 12 ທ່ານ ພ້ອມກັນນັ້ນຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຈາກນັ້ນກໍໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 9 ທ່ານ ຜ່ານການປ່ອນບັດເລືອກຕັ້ງທ່່ານ  ສາຄອນ ພິລາງາມ ເປັນປະທານ ທ່ານ ພຶດສະພາ ພູມມະສັກ  ທ່ານ ວຽງຄອນ ສິດທິໄຊ ທ່ານ ສີສະຫວັນ ມາຢົ່ງເຊິນ ທ່າານນາງ ທຸນສະຫວັນ ສີຈັນທອງທິບ ເປັນຮອງ ແລະ 4 ທ່ານເປັນຄະນະ ໂອກາດນີ້ກໍໄດ້ຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີກະຊວງ ຍທຂ ຕື່ມອີກ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250