Ministry News

ມອບແຜ່ນຮູບພາບກ່ຽວກັບການຕ້ານການສໍ້ລາດບັງຫຼວງໃຫ້ໂຮງຮຽນວິລະຖາວອນ

2022-02-25 - Administrator

   
     ທ້າຍເດືອນກຸມພາ 2022 ນີ້  ກົມກວດກາກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບແຜ່ນຮູບພາບ ກ່ຽວກັບການຕ້ານສໍ້ລາດບັງຫຼວງ, ກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍ ວ່າດ້ວຍ ກວດກາລັດ ໃຫ້ໂຮງຮຽນ ວິລະຖາວອນ ທີ່ໂຮງຮຽນດັ່ງກ່າວ ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ບຸນຊົມ ບຸດຕະວົງ ຄະນະໜ່ວຍພັກຮາກຖານກົມກວດກາ ແລະ ຮອງຫົວໜ້າກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.            

      
    ພິທີດັ່ງກ່າວ ທ່ານ ບຸນຊົມ ບຸດຕະວົງ ຮອງຫົວໜ້າກົມກວດກາໄດ້ກ່າວຈຸດປະສົງໃນການມອບ ແຜ່ນຮູບພາບ ກ່ຽວກັບການຕ້ານສໍ້ລາດບັງຫຼວງ, ກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍ ວ່າດ້ວຍ ກວດກາລັດໃຫ້ໂຮງຮຽນວິລະຖາວອນ ເພື່ອໂຄສະນາ ເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ເພື່ອປູກຈິດສຳນຶກ​ ໃຫ້ອະນຸຊົນ, ​ເຍົາວະຊົນ​ ສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. ເຊິ່ງລາຍການທີ່ນໍາໄປມອບມີຄື: ແຜ່ນຮູບພາບ 4 ຫົວຂໍ້ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈໍານວນ 10 ຊຸດ; ກົດໝາຍວ່າດ້ວຍ ການຕ້ານສໍ້ລາດບັງຫຼວງ ຈໍານວນ 20 ຫົວ ແລະ ກົດໝາຍ ກວດກາລັດ ຈໍານວນ 20 ຫົວ.

ໂດຍໃຫ້ການຕ້ອນຮັບຂອງທ່ານ ນ. ນິຣະວັນ ວິລະຖາວອນ ຜູ້ອໍານວຍການໂຮງຮຽນ, ຄະນະຄູອາຈານ ແລະ ນ້ອງນັກຮຽນ ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະຈາກ ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງທີ່ໄດ້ນໍາເອົາແຜ່ນຮູບພາບ ແລະ ກົດໝາຍມາມອບໃຫ້ໂຮງຮຽນວິລະຖາວອນ ເຊິ່ງບັນດາແຜ່ນຮູບພາບໂຄສະນາ ແລະ ກົດໝາຍດັ່ງກ່າວຈະເຮັດໃຫ້ນ້ອງນັກຮຽນໄດ້ຮຽນຮູ້, ເຂົ້າໃຈເຖິງຜົນຮ້າຍຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ. 


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250