Ministry News

ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2021

2022-02-23 - Administrator

         

    ໃນທ້າຍເດືອນກຸມ​ພາ ປີ 2022 ທີ່ຜ່ານມານີ້ ກົມກວດກາກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວກະຊວງ ປະຈຳປີ 2021 ໂດຍການເປັນປະທານ ຂອງສະຫາຍ ໄຊສົງຄາມ ມະໂນທັມ ປະທານຄະນະກວດກາພັກ ກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຄະນະພັກຮາກຖານ ຜູ້ຊີ້ນຳວຽກງານກວດກາ ແລະ ຜູ້ເຮັດວຽກງານກວດກາເຂົ້າຮ່ວມທັງໝົດ 46 ທ່ານ ຍິງ 8 ທ່ານ.

    
    ໂອກາດດັ່ງກ່າວ ສະຫາຍ ປານທອງ ອິນທິຈັກ ຫົວໜ້າພະແນກກວດກາພັກ ກົມກວດກາ ໄດ້ສະເໜີ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ, ກວດສອບ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ອັນພົ້ນເດັ່ນປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງຄະນະພັກ, ຄະນະກວດກາກະຊວງ ໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນ ​ໄດ້​​ເອົາໃຈໃສ່ນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ, ກວດສອບ ແລະ ຕ້ານການສໍ້ລາດບັງຫຼວງຂອງກະຊວງຢ່າງໃກ້ຊິດ ແລະ ເປັນປົກກະຕິ, ການ​ຕິດຕາມ​ກວດກາການປະຕິບັດຍຸດທະສາດວຽກງານກວດກາ, ການປະຕິບັດກົດລະບຽບຂອງພັກ, ຕິດຕາມການ​ບໍລິຫານ​ລັດ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າ​ແກ້​ໄຂ​ຄໍາ​ຮ້ອງ-ຄໍາ​ສະ​ເໜີ, ແກ້ໄຂຂໍ້ຄົງຄ້າງຕາມຜົນການກວດສອບ, ຕິດຕາມກວດກາ​ຕາມມາດຕະຖານ​ເຕັກນິກໃນການກໍ່ສ້າງ ແລະ ສ້ອມແປງ ແລະ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ. ນອກນີ້, ຍັງໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ 3 ແຜນ​ຍຸດ​ທະ​ສາດ​ຂອງວຽກ​ງານກວດ​ກາ ປະ​ຈຳ​ປີ 2021 ຄື:  1). ການສ້າງ​ລະ​ບົບ​ຄຸ້ມ​ຄອງ ແລະ ກົນ​ໄກ​ປ​ະ​ສານ​ງານ ໃຫ້​ເຊື່ອມ​ຈອດ​ກັບ​ທຸກ​ຮາກ​ຖານພັກ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ: ໄດ້ສ້າງກົນໄກຊ່ວຍວຽກຄະນະກວດກາພັກກະຊວງ ໂດຍອີງໃສ່ກົມກວດກາ, ຄະນະກວດກາ ແລະ ພະແນກກວດກາ ຫຼື ຂະແໜງກວດກາ ຂອງແຕ່ລະຮາກຖານ ເປັນເສນາທິການຊ່ວຍ, ນອກຈາກນັ້ນຍັງໄດ້ສ້າງຕາຕະລາງແບບ​ຟອມ ຕິດຕາມ ລາຍງານ 21 ແບບຟອມ ເຫັນວ່າມີ 24 ພາກສ່ວນໄດ້ຈັດຕັ້ງປະຕິບັດ ເທົ່າກັບ 86 % ຂອງ(25 ຮາກຖານພັກ ແລະ 3 ອົງການຈັດຕັ້ງມະຫາຊົນ) ແລະ  ພ້ອມດຽວກັນນັ້ນ ກໍໄດ້ຈັດຕັ້ງຈຸດ​ປະ​ສານ​ງານວຽກງານກວດກາ-ກວດສອບ ຜ່ານທາງລະບົບເອເລັກໂຕນິກ ເພື່ອປະສານງານ-ແລກປ່ຽນຂໍ້ມູນຂ່າວສານ ກັບ​ບັນດາຮາກ​ຖານ ເຫັນວ່າມີປະສິດທິຜົນດີ. ຜ່ານການຈັດຕັ້ງປະຕິບັດ​ລະ​ບົບ​ຄຸ້ມ​ຄອງ ແລະ ກົນ​ໄກ​ປ​ະ​ສານ​ງານແມ່ນສາມາດ ປະຕິບັດໄດ້ 90%; 2). ໄດ້ດໍາເນີນການປຸກ​ລະ​ດົມ​ຂົນ​ຂວາຍ​ໃຫ້ຄະ​ນະ​ພັກຮາກຖານ, ໜ່ວຍພັກຮາກຖານ ໂດຍ​ສະ​ເພາະ​ ສະ​ຫາຍເລ​ຂາ ໄດ້ໃຫ້​ຄວາ​ມ​ສຳ​ຄັນຕໍ່​ວຽກ​ງານຕິດຕາມ, ກວດ​ກາ, ສ້າງ​ເງື່ອນ​ໄຂ ແລະ ສະໜັບສະໜູນວຽກ​ງານກວດ​ກາ ແລະ ​ເອົາ​ວຽກ​ງານຕິດຕາມ, ກວດ​ກາ​ເປັນ​ເຄື່ອງ​ມືຊ່ວຍໃນການຄຸ້ມຄອງ-​ບໍ​ລິ​ຫານ​ ຂອງຮາກຖານ​ຕົນ, ສະແດງອອກ ປະຈຸບັນມີ​ພ​ະ​ແນກກວດ​ກາ 14 ຮາກຖານພັກ ເທົ່າກັບ 56%, ມີຂະແໜງກວດກາ ທີ່ຂຶ້ນກັບພະແນກອື່ນ ມີ 11 ຮາກຖານ ເທົ່າກັບ 44% (ລວມທັງກົມກວດກາ); ​ມີພະ​ນັກ​ງານກວດ​ກາອາຊີບທັງໝົດ​ຢູ່ກະຊວງ 98 ຄົນ, ປະທານກວດກາ ແລະ  ຜູ້ຮັບຜິດຊອບວຽກງານກວດກາຂອງຮາກຖານພັກ ທັງໝົດ 24 ຄົນ, ຍິງ 03 ຄົນ.    3). ໄດ້ດໍາເນີນການຝຶກ​ອົບ​ຮົມ ວຽກງານກວດກາໃຫ້ແກ່ປະ​ທານກວດ​ກາ, ຜູ້​ຮັບ​ຜິດ​ຊອບ​ວຽກກ​ວດ​ກາ, ພະ​ແນກກວດ​ກາ ແລະ ພະ​ນັກ​ງານກວດ​ກາມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງຕົນ ແລະ ວຽກງານກວດກາຢ່າງເລິກເຊິ່ງ, ການຝືກອົບຮົມວຽກງານກວດກາປີຈຳປີ 2021 ມີຜູ້ເຂົ້າຮ່ວມຈໍານວນ 130 ຄົນ, ຍິງ 27 ຄົນ ຜ່ານການຝຶກອົບຮົມເຫັນວ່າພະນັກງານກວດກາທີ່ເຂົ້າຝຶກອົບຮົມສາມາດນໍາເອົາບົດຮຽນມານໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນໄດ້ດີຂຶ້ນກວ່າເກົ່າ.

       ນອກຈາກນີ້, ຍັງໄດ້ເຄື່ອນໄຫວວຽກງານຕິດຕາມ ກວດກາ ການປະຕິບັດກົດໝາຍ, ມະຕິ, ຄຳສັ່ງ, ດຳລັດ, ຂໍ້ຕົກລົງ, ແຈ້ງການ, ລະບຽບການ, ພາລະບົດບາດ, ຂອບເຂດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂັ້ນຂອງຕົນ ທັງໝົດ 35 ເປົ້າໝາຍ, ໃນນີ້ຕິດຕາມ, ກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ປົກກະຕິ 18 ພາກສ່ວນ; ກວດກາໂຄງການເລີ່ມແຕ່ຫົວທີ 16 ໂຄງການ (ຂັ້ນກະຊວງ 7 ແລະ ຂັ້ນກົມ 9 ພາກສ່ວນ) ແລະ ກວດກາຕາມຄຳສັ່ງ 9 ເປົ້າໝາຍ.  ໄດ້ດໍາເນີນການຄົ້ນຄວ້າ ສ້າງນິຕິກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານຕິດຕາມ, ກວດກາຂະແໜງ ຍທຂ; ໄດ້ຄົ້ົ້ນຄວ້າຄຳຮ້ອງ-ຄຳສະເໜີ ຂອງສັງຄົມ  9 ສະບັບ ໃນນີ້ຄໍາຮ້ອງຟ້ອງ-ຮ້ອງທຸກ ຕໍ່ການຈັດຕັ້ງພັກ, ສະມາຊິກພັກ 1 ສະບັບ, ຄໍາສະເໜີຂອງພົນລະເມືອງຕໍ່ອົງການລັດ ແລະ ພະນັກງານ-ລັດຖະກອນ 8 ສະບັບ ການພິຈາລະນາແກ້ໄຂຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ ເຊິ່ງໄດ້ຄົ້ນຄວ້າແກ້ໄຂແລ້ວ 5 ສະບັບ, ຍັງພວມສືບຕໍ່ 4 ສະບັບ; ໄດ້ສ້າງເງື່ອນໄຂການຮັບຄໍາຮ້ອງ-ຄໍາສະເໜີ ໃຫ້ເປັນລະບົບຖືກຕາມສາຍໄຍການຈັດຕັ້ງ, ໃຫ້ພົນລະເມືອງ ໄດ້ສົ່ງຂ່າວ-ປະກອບຄໍາເຫັນຕໍ່ການຈັດຕັ້ງ, ສະ ມາຊິກພັກ-ພະນັກງານດ້ວຍຫຼາຍຮູບການເຊັ່ນ: ການຮັບຕ້ອນ ແລະ ການເຂົ້າພົບເພື່ອລາຍງານ, ສື່ມວນຊົນ, ສື່ອອນລາຍ, ໂທລະສັບສາຍດ່ວນ ແລະ ຕູ້ຮັບຄໍາຮ້ອງ ແລະ ຮູບການອື່ນໆ.

     ໄດ້ປັບປຸງກົງຈັກການຈັດຕັ້ງ ຕາມບົດແນະນໍາ ສະບັບເລກທີ 192/ຄກສພ ຄື: ຢູ່ຂັ້ນກະຊວງມີປະທານຄະນະກວດກາພັກ (ເປັນຄະນະປະຈໍາພັກກະຊວງ) ແລະ ມີຮອງປະທານກວດກາ 02 ສະຫາຍ (ເປັນຮອງຫົວໜ້າກົມກວດກາ), ບັນດາໜ່ວຍພັກຮາກຖານ ກໍ່ມີຜູ້ກວດກາຂອງໜ່ວຍພັກ, ໄດ້ສ້າງຕັ້ງພະແນກກວດກາ ມີ 01 ຫ້ອງການ, 10 ກົມ, 2 ກອງ, 2 ສະຖາບັນ, ນອກຈາກນີ້ຍັງໄດ້ສ້າງຕັ້ງພະແນກກວດກາຂອງບັນດາລັດວິສາຫະກິດໄດ້ 4 ແຫ່ງ ແລະ ສ້າງຕັ້ງຂະແໜງກວດກາຂອງບັນດາພະແນກ ຍທຂ ແຂວງ, ນະຄອນຫຼວງໄດ້ທັງໝົດ: 17 ແຂວງ ໃນທົ່ວປະເທດ (ບໍ່ທັນໄດ້ສ້າງຕັ້ງ 1 ແຂວງຄື: ແຂວງ ໄຊສົມບູນ); ຄະນະບໍລິຫານງານພັກກະຊວງ ໄດ້ປັບປຸງ  6 ຄະນະພັກຮາກຖານມາເປັນ  ໜ່ວຍພັກຮາກຖານ: ຫ້ອງການກະຊວງ, ກົມຂົວທາງ, ກອງສະໜາມບິນລາວ, ລັດວິສາຫະກິດການບິນລາວ, ລັດວິສາຫະກິດວິສະວະກໍາ ຄົມມະນາຄົມ, ລັດວິສາຫະກິດກໍ່ສ້າງທາງ, ມາຮອດປະຈຸບັນ ມີທັງມົດ 25 ໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກະຊວງ.

      

     ກອງປະຊຸມ ຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ  ຕໍ່ບົດສະຫຼຸບວຽກງານກວດກາ, ກວດສອບ ແລະ  ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ປີ 2021​ ໂດຍ ສະເພາະບັນດາມາດຕະການແກ້ໄຂຈຸດອ່ອນ-ຄົງຄ້າງ ແລະ ວິທີການ, ກົນໄກຈັດຕັ້ງປະຕິບັດ ວຽກງານປະຈໍາປີ 2022 ອີກດ້ວຍ.

     ຕອນທ້າຍກອງປະຊຸມໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ໄຊສົງຄາມ ມະໂນທັມ ປະທານຄະນະກວດກາພັກ ກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະສະຫາຍໄດ້ເນັ້ນໜັກຕໍ່ບັນດາ ມາດຕະການແກ້ໄຂຈຸດອ່ອນ-ຄົງຄ້າງ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນປີ 2022 ເພື່ອເຮັດໃຫ້ວຽກງານຕິດຕາມ, ກວດກາພັກ-ລັດຂອງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຮັບໝາກຜົນ ແລະ ເຂັ້ມແຂງ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມຈົ່ງນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດຢ່າງມີແຜນການ, ແຜນງານ ໃຫ້ໄດ້ຮັບໜາກຜົນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250