Ministry News

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2022

2022-02-24 - Administrator



ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2022 ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 24 ກຸມພາ 2022  ແລະ ຈະໄດ້ດຳເນີນໃນລະຫວ່າງວັນທີ 24-25 ກຸມພາ 2022 ເປັນເວລາ 02 ວັນ ໃນຮູບແບບເຊິ່ງໜ້າ ແລະ ຜ່ານວິດີໂອທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ 17 ແຂວງ ແລະ ນະຄອນຫຼວງ, ບັນດາກົມ, ຫ້ອງການ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ຕາງໜ້າບັນດາກະຊວງ ອ້ອມຂ້າງ.

ກອງປະຊຸມໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2022 ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ພ້ອມທັງ 2 ວາລະແຫ່ງຊາດຂອງລັດຖະບານ ໄລຍະປີ 2021-2023 ກ່ຽວກັບ “ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະປີ 2021-2023” ແລະ “ການແກ້ໄຂບັນຫາຢາເສບຕິດ” ເຂົ້າໃນວຽກງານຂອງຕົນ ດ້ວຍຈິດໃຈບຸກທະລຸຢ່າງແຂງແຮງ ຕິດພັນກັບການສ້າງຂະບວນການ ຕ້ອນຮັບວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ຢ່າງເປັນຂະບວນຟົດຟື້ນ.



ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສະຫລຸບຕີລາຄາ ປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ຍທຂ ໄລຍະ 3 ປີ ແຕ່ປີ 2019 ຫາ ປີ 2021 ຜ່ານມາ; ຄົ້ນຄວ້າສ້າງແຜນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ຍທຂ ຮອດປີ 2023; ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສາມສ້າງຂອງກະຊວງ ທີ່ຕິດພັນກັບການແບ່ງຄວາມຮັບຜິດຊອບລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ໄດ້ເອກະພາບກັນໃນກອງປະຊຸມ ຍທຂ ທົ່ວປະເທດ ປີ 2018 ທີ່ຜ່ານມາ; ຄົ້ນຄ້ວາວຽກງານທີ່ເປັນຈຸດສຸມບູລິມະສິດຂອງຂະແໜງການ ຍທຂ ໃນຊຸມປີຕໍ່ໜ້າ. ໂດຍອີງຕາມຈຸດປະສົງຂ້າງເທິງນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກໍານົດເປັນແຕ່ລະຫົວຂໍ້ ເພື່ອພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ປະກອບຄຳຄິດຄຳເຫັນ ໃສ່ 8 ຫົວຂໍ້ດັ່ງນີ້:

1)    ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ ແລະ ບັນດາວຽກພົ້ນເດັ່ນ ໃນໄລຍະປີ 2019-2021 ຂອງກະຊວງ ຍທຂ;

2)    ທິດທາງແຜນການລວມຂອງແຜນພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມຮອດປີ 2023 ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງ ຍທຂ;

3)    ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບ ວຽກງານ ຍທຂ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ;



4)    ການພັດທະນາຂີດຄວາມສາມາດພະນັກງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ມີຄວາມຊໍານານງານກາຍເປັນມືອາຊີບເທື່ອລະກ້າວ;

5)    ສະຫຼຸບຕີລາຄາວຽກງານການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງ ທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນ ຂອງ ສປປ ລາວ;

6)   ການພັດທະນາຕົວເມືອງ, ນໍ້າປະປາ ແລະ ສຸຂາພິບານ ຕິດພັນກັບການພັດທະນາໂຄງລ່າງ   ທີ່ຄົງທົນເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ຕົວເມືອງໜ້າຢູ່ ແລະ ທັນສະໄໝ;

7)    ກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບໃນ ສປປ ລາວ ຕິດພັນກັບການຍົກລະດັບການບໍລິການດ້ານຂົນສົ່ງ;

8)    ການຄຸ້ມຄອງຊັບສິນທາງຫຼວງ ໃຫ້ສາມາດຄົງທົນຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ມີຄວາມຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;

ພິເສດ, ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດໃນຄັ້ງນີ້ ຍັງຈະໄດ້ຮັບກຽດອັນສູງຈາກ ພະນະທ່ານ ພັນຄໍາ ວິພາວັນ, ກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ຈະໄດ້ສະລະເວລາອັນມີຄຸນຄ່າເປັນກຽດມາໂອ້ລົມ ແລະ ໃຫ້ການຊີ້ນຳກອງປະຊຸມກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ໃນຄັ້ງນີ້.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250