Ministry News

ກອງປະຊຸມຄະນະຊີ້ນຳໂຄງການນໍ້າປະປາ ແລະ ສຸຂາພິບານ (ADB Loan 3041-Lao ແລະ ADB Grant 0604-Lao)

2022-02-16 - Administrator


ກອງປະຊຸມຄະນະຊີ້ນຳໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຈັດຂຶ້ນວັນທີ 14 ກຸມພາ 2022 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ບັນດາແຂວງເປົ້າໝາຍໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



    ກອງປະຊຸມໃນຄັ້ງນີ້ ທ່ານ ຈັນເທພາ ຂັດຕິຍະວົງ ຫົວໜ້າໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຂຶ້ນລາຍງານສະພາບລວມ ແລະ ຄວາມຄືບໜ້າ ຂອງໂຄງການວ່າ: ໂຄງການນໍ້າປະປາ ແລະ ສຸຂາພິບານ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ລວມມູນຄ່າທັງໝົດ 75.060.000 ໂດລາສະຫະລັດ. ໃນນີ້ປະກອບມີເງິນກູ້ຍືມມູນຄ່າ 65.500.000 ໂດລາສະຫະລັດ, ເງິນສົມທົບຈາກລັດຖະບານ 8.760.000 ໂດລາສະຫະລັດ ແລະ ຜູ້ໄດ້ຮັບຜົນປະໂຫຍດປະກອບສ່ວນ 800.000 ໂດລາສະຫະລັດ. ໂດຍແມ່ນກົມນໍ້າປະປາ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຈັດຕັ້ງປະຕິບັດ ມີໄລຍະເວລາໃນການຈັດຕັ້ງປະຕິບັດແຕ່ວັນທີ 13 ກັນຍາ 2018 ຈົນຮອດ ວັນທີ 30 ກັນຍາ 2023 ປະກອບມີບັນດາໜ້າວຽກຫຼັກຄື: ປັບປຸງການປະສານງານຂອງຂະແໜງການ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຊຶ່ງປະກອບມີການສ້າງຄວາມເຂັ້ມແຂງໃນການປະສານງານໂຄງການ, ການຈັດຕັ້ງປະຕິບັດການປັບປຸງນະໂຍບາຍ ຂະຫຍາຍການຈັດ ຕັ້ງປະຕິບັດດ້ານນະໂຍບາຍ, ປັບປຸງການຄຸ້ມຄອງນໍ້າເສຍ ແລະ ຂະຫຍາຍລະບົບນໍ້າປະປາ ພັດທະນາລະບົບນໍ້າປະປາໃໝ່ ໃນບັນດາຕົວເມືອງນ້ອຍ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນໜ້າວຽກນໍ້າປະປາ ແລະ ສຸຂາພິບານ ພ້ອມທັງ ສ້າງຄວາມເຂັ້ມແຂງສຳລັບການຈັດຕັ້ງປະຕິບັດໂຄງການ, ດຳເນີນງານ ແລະ ບູລະນະຮັກສາ.


ໂຄງການນໍ້າປະປາ ແລະ ສຸຂາພິບານ ໄດ້ຈັດຕັ້ງປະຕິບັດຢູ່ 6 ແຂວງ, ລວມມີ 9 ເມືອງ ແບ່ງອອກເປັນ 3 ໄລຍະ ມາຮອດເດືອນ ທັນວາ 2021 ໂດຍລວມ ໃນການຈັດຕັ້ງປະຕິບັດໂຄງການ ພາຍໃຕ້ທຶນ ADB Loan 3041-Lao ສຳເລັດ 88,84%   ແລະ  ADB Grant 0604-Lao ສຳເລັດ 58,40% ສະແດງອອກຄື: ໄລຍະທີ 1 ເມືອງຫຼວງນໍ້າທາ ແລະ ເມືອງລອງ ແຂວງ ຫຼວງນໍ້າທາ; ເມືອງຜາອຸດົມ ແຂວງບໍ່ແກ້ວ ປະຕິບັດສຳເລັດ 100%; ໄລຍະທີ 2 ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄຳໄຊ; ເມືອງບໍ່ແຕນ ແຂວງໄຊຍະບູລີ ປະຕິບັດສຳເລັດ 100% ສ່ວນເມືອງ ແລະ ແຂວງໄຊຍະບູລີ ປະຕິບັດໄດ້ 93,65% ສຳລັບວຽກສ້ອມແປງ ແລະ ຂະຫຍາຍນໍ້າປະປາ ເມືອງປາກຊັນ ພູດທີ 2 ສາມາດປະຕິບັດໄດ້ 29,60%; ໄລຍະທີ 3 ເມືອງ ດາກຈຶງ ແຂວງ ເຊກອງ ປະຕິບັດໄດ້ 91,34% ແລະ ເມືອງສະ  ໜາມໄຊ ແຂວງອັດຕະປື ປະຕິບັດໄດ້ 34,32%; ນອກນີ້ ໂຄງການຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຢູ່ແຂວງຫົວພັນ ມີ ເມືອງຊຳເໜືອ ປະຕິບັດໄດ້ 73,99%, ເມືອງສົບເບົາ ປະຕິບັດສຳເລັດ 100%; ເມືອງລະນາມ ແຂວງເຊກອງ ປະຕິບັດໄດ້ 56,55%; ເມືອງສາມັກຄີໄຊ ແຂວງອັດຕະປື ປະຕິບັດໄດ້ 65,30% ແລະ ແຂວງຫຼວງພະບາງ ມີເມືອງວຽງຄໍາ ປະຕິບັດໄດ້ 36% ແລະ ເມືອງ ນ້ໍາບາກ ປະຕິບັດໄດ້ 5%.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250