Ministry News

ຄະນະບໍລິຫານງານຊາວໜຸ່ມ ຍທຂ ເປີດກອງປະຊຸມສະຫຼຸບວຽກງານປະຈຳປີ 2021

2022-02-10 - Administrator


    ຄະນະບໍລິຫານງານຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະຈຳປີ 2021 ຂຶ້ນ ໃນຕອນເຊົ້າວັນທີ 9 ກຸມພາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ. ໂດຍການເປັນປະທານຂອງ ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງ ມະຫາຊົນຂັ້ນກະຊວງ; ໂດຍມີສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຍທຂ,  ບັນດາສະຫາຍຮອງເລຂາ, ຄະນະປະຈໍາ, ກະມະການຊາວໜຸ່ມກະຊວງ; ເລຂາ, ຮອງເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມ ກະຊວງ ຍທຂເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິ ຫານງານຊາວໜຸ່ມ ກະຊວງ ຍທຂ ໄດ້ຂຶ້ນຜ່ານບົດສະຫຼຸບ ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XI ໃນໄລຍະປີ 2021 ແລະ ວາງທິດທາງແຜນການປີ 2022; ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຍຸດທະສາດພັດທະນາຊາວໜຸ່ມ ປີ 2021-2030 ແລະ ບົດແນະນໍາ ເລກທີ 333/ລຂ, ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ, ເພື່ອເຮັດໃຫ້ຄະນະໜ່ວຍຊາວໜຸ່ມບັນດາຮາກຖານ, ບັນດາສະຫາຍສະມາຊິກຊາວໜຸ່ມ, ໄວໜຸ່ມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ຍທຂ ຄັ້ງທີ XI ມາເປັນແຜນການ, ແຜນວຽກລະອຽດ ຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ໃນໄລຍະປີ 2022 ແລະ ເພື່ອໃຫ້ບັນດາໜ່ວຍຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ຕິດຕາມ ຊຸກຍູ້ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກໃຫ້ສຳເລັດຜົນຕາມຄາດໝາຍ.      ພ້ອມນີ້, ຍັງໄດ້ຕັ້ງໜ້າສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໃຫ້ເຊື່ອມຊຶມຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ໃຫ້ມີແນວຄິດຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ມີຄວາມເປັນເອກະພາບຕໍ່ທິດທາງນຳພາຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ; ກອງປະຊຸມໃນຄັ້ງນີ້ ຍັງໄດ້ຈັດພິທີມອບໃບຢັ້ງຢືນ 4 ບຸກ ໃຫ້ບັນດາໜ່ວຍຊາວໜຸ່ມຮາກຖານ ແລະ ບັນດາສະມາຊິກຊາວໜຸ່ມ ປະຈໍາປີ 2020.


ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຊຶ່ງຍາມໃດເພີ່ນກໍ່ໃຫ້ຄວາມສຳຄັນຕໍ່ກັບວຽກງານຊາວໜຸ່ມໂດຍ​ທ່ານໄດ້​ເນັ້ນ​​ໃຫ້​ສະມາ​ຊິກ​ຊາວໜຸ່ມ​ທຸກຄົນ ຕ້ອງເອົາ​ໃຈ​ໃສ່​ສຶບຕໍ່ປະຕິບັດ ແລະຮັກສາຜົນງານ​ອັນ​ດີ​ເດັ່ນຂອງຊາວໜຸ່ມປະຊາຊົນປະຕິວັດລາວ​ໄວ້​ຕະຫຼອດ​ໄປສ້າງອົງການ​ຈັດ​ຕັ້ງ​ໃຫ້​ເຂັ້ມ​ແຂງ-​ຮູ້​ນໍາພາ​ຮອບດ້ານຈັດ​ຕັ້ງ​ປະຕິບັດແຜນການ​ຕໍ່ໜ້າ ​ແລະ​ຈຸດໝາຍສູ້​ຊົນ​​ໃຫ້​ສໍາ​ເລັດ​ຕາມ​ຂໍ້​ແຂ່ງຂັນ 4 ບຸກຂອງ ສປປລາວ ເປັນຕົ້ນແມ່ນ ບຸກທາງ​ດ້ານ​ແນວ​ຄິດ​ຍົກ​ສູງ​ສະຕິ​ເຊື່ອໜັ້ນຕໍ່ການ​ນໍາພາ​ຂອງ​ພັກ ປະຊາຊົນ​ປະຕິວັດ​ລາວບຸກທາງດ້ານ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ ​ໃນ​ຂົງ​ເຂດ​ຂະ​ແໜງການຂອງຕົນ​ໃຫ້​ມີ​ປະສິດທິພາບ. ບຸກທາງ​ດ້ານ​ການ​ປັບປຸງ​ການຈັດ​ຕັ້ງ​ ແລະ ບຸກທາງດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳ. ພ້ອມທັງຜັນຂະຫຍາຍຍຸດທະສາດພັດທະນາຊາວໜຸ່ມ ໃຫ້ເປັນແຜນການ, ແຜນວຽກລະອຽດໃນແຕ່ລະໄລຍະເຂົ້າໃນວຽກງານວິຊາສະເພາະຂອງຕົນ,  ​ໃນ​ຕອນ​ທ້າຍ​ທ່ານຍັງຮຽກຮ້ອງ​ໃຫ້ຄະນະບໍລິຫານງານຊວງກະຊວງ, ບັນດາສະຫາຍເລຂາ, ຮອງເລຂາບັນດາໜ່ວຍຊາວໜຸ່ມຮາກຖານ ກໍ່​ຄື​ສະຫາຍສະມາຊິກຊາວໜຸ່ມ​ທຸ​ກສະຫາຍ​ໃຫ້​ພ້ອມກັນບືນຕົວກ້າວຂຶ້ນ ເພື່ອສ້າງ​ຂະ​ບວນການ​ ແລະສາມາດຄັດ​ເລືອກ​ໄດ້ສະມາຊິກຕົວ​ແບບຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ ​ແລະ ​ສາມາດ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ມະຫາຊາວໜຸ່ມທົ່ວ​ໄປກອງປະຊຸມດັ່ງກ່າວ​ໄດ້​ປິດ​ລົງ​ດວ້​ຍຜົນ​ສໍາ​ເລັດ​ອັນ​ຈົບງາມ​.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250