Ministry News

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 6 ສະໄໝທີ V

2022-01-19 - Administrator


            ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ 6 ສະໄໝທີ V ໄດ້ເປີດຂຶ້ນໃນວັນທີ 18-19 ມັງກອນ ນີ້ທີ່ກະຊວງ ຍທຂ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂດຍມີຮອງເລຂາຄະນະພັກ, ກຳມະການພັກ, ເລຂາ ແລະ ຮອງເລຂາໜ່ວຍພັກຮາກຖານເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງ ນີ້ແມ່ນເພື່ອເປັນການປຶກສາຫາລື, ສະຫຼຸບຕີລາຄາ ແລະ ປະກອບຄໍາເຫັນຕໍ່ກັບຫຼາຍວຽກງານເປັນຕົ້ນແມ່ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວນໍາພາຂອງຄະນະບໍລິຫານ
ງານພັກກະຊວງ ຍທຂ ປີ
2021 ແລະ ກຳນົດແຜນການ 2022, ຜ່ານບົດສະຫຼຸບການເຄື່ອນໄຫວນໍາພາຂອງຄະນະປະຈຳພັກກະຊວງ ຍທຂ ປີ 2021 ແລະ ກໍານົດແຜນການປີ 2022, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປີ 2021 ແລະ ກຳນົດແຜນການປີ2022, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຜນການ ປີ 2021 ແລະ ກຳນົດແຜນການ ປີ 2022, ຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານການເງິນ ປີ 2021 ແລະ ກຳນົດແຜນການ ປີ2022 ແລະ ຜ່ານບົດສຳຫຼວດນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຍທຂ 1 ປີ ທີ່ຜ່ານມາ ແລະ ຈະໄດ້ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ປະຈຳປີ2021.

    ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວເນັ້ນໃຫ້ບັນດາທ່ານຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການດຳລົງ ຊີວິດຂອງປະຊາຊົນ, ສຳລັບຂະແໜງ ຍທຂ ການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ໄລຍະຜ່ານມາແມ່ນບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນ ສ່ວນການຂົນສົ່ງສິນຄ້າພາຍໃນປະເທດ, ລະຫວ່າງປະເທດ ສິນຄ້າທາງອາກາດ, ທາງລົດໄຟແມ່ນໄດ້ຈັດຕັ້ງປະຕິບັດດ້ວຍທຸກວິທີເພື່ອໃຫ້ການຂົນສົ່ງສິນຄ້າໃຫ້ມີການໂລ່ງລ່ຽນການແຜ່ລະບາດຂອງພະຍາດ ດັ່ງກ່າວໄດ້ເປັນສິງທ້າທາຍຕໍ່ກັບວຽກງານຂະແໜງການ ຍທຂ ທີ່ຈະຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250