Ministry News

ກະຊວງ ຍທຂ ປາຖະກະຖາວັນສຳຄັນ ຂອງພັກ ຂອງຊາດ

2022-02-03 - Administrator


    ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂຶ້ນໃນວັນທີ 2 ກຸມພາ ຜ່ານມາທີ່ ກະຊວງ ຍທຂ, ໂດຍໃຫ້ກຽດປາຖະກະຖາ ໂດຍທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

    ຈຸດປະສົງໃນການປາຖະກະຖາຄັ້ງນີ້ ເພື່ອເປັນການທົບທວນຫວນຄືນມູນເຊື້ອ  ແລະ ຄວາມໝາຍສຳຄັນຂອງວັນຊາດທີ 2 ທັນວາ, 46 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ  ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ. ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ, ເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້. ຄວາມໝາຍ ຄວາມສຳຄັນຂອງທາງລົດໄຟ,ຄວາມເປັນມາຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຜົນສຳເລັດຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ  ຜົນໄດ້ຮັບຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250