Meeting Reports

ການພົບປະສອງຝ່າຍລາວ-ຈີນ

2014-01-03 - Administrator





ໃນໂອກາດທີ່ທ່ານ ຢາງສວນຖັງ ພ້ອມຄະນະໄດ້ເດີນທາງມາຮ່ວມກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ+ສປ ຈີນ ແຕ່ວັນທີ 18-21 ທັນວາ 2013 ທີ່ເມືອງປາເຊ, ແຂວງຈໍາປາສັກ ນັ້ນ ໃນເວລາ 17:00 ຂອງວັນທີ 19 ທັນວາ 2013 ໄດ້ມີກອງປະຊຸມພົບປະປຶກສາຫາລືສອງຝ່າຍຂື້ນ ທີ່ຫ້ອງປະຊຸມຂອງໂຮງແຮມຈຳປາສັກ ແກຼນ ລະຫວ່າງກະຊວງໂຍທາ ທິການ ແລະຂົນສົ່ງ ແຫ່ງ ສປປ ລາວ ຕາງໜ້າໂດຍທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກັບ ກະຊວງຄົມມະ ນາຄົມຂົນສົ່ງ ແຫ່ງ ສປ ຈີນ ຕາງໜ້າໂດຍທ່ານ ຢາງສວນຖັງ ລັດຖະມົນຕີວ່າການ.  ສອງຝ່າຍໄດ້ປຶກສາຫາລືກັນ ໃນບາງບັນຫາ ດັ່ງນີ້:

  1. ບົດສຶກສາສຳຫຼວດ-ວາງແຜນຕານ່າງເສັ້ນທາງຫຼວງທົ່ວປະເທດ: ຝ່າຍລາວ ສະເໜີໃຫ້ຝ່າຍຈີນ ຈັດສົ່ງຊ່ຽວຊານ ຂອງ ສປ ຈີນ ເພື່ອມາປະເມີນຄືນກ່ຽວກັບບົດລາຍງານໂຄງການດັ່ງກ່າວ, ພ້ອມກັນນັ້ນ ກໍ່ໃຫ້ຊ່ຽວຊານຈາກ ສປ ຈີນ ນຳສະເໜີບົດຮຽນ ແລະ ປະສົບການການວາງແຜນພັດທະນາຕານ່າງຄົມມະນາຄົມຂອງ ສປ ຈີນ ໃນໄລຍະ ຜ່ານມາ, ເພາະວ່າ ປັດຈຸບັນ ກະຊວງ ຍທຂ ກຳລັງມີແຜນການທີ່ຈະຮ່າງແຜນພັດທະນາແຕ່ນີ້ຫາປີ 2020 (ແຜນ 5 ປີຄັ້ງທີ່ 8) ແລະ ຫາປີ 2030 ໂດຍຈະນໍາສະເໜີໃນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ 10. ຕໍ່ກັບການສະເໜີດັ່ງກ່າວ ຝ່າຍຈີນ ມີຄວາມຍິນດີທີ່ຈະຈັດສົ່ງຊ່ຽວຊານດັ່ງກ່າວ ມາເຮັດວຽກກັບຝ່າຍ ລາວໂດຍໄວ.
  2. ການປັບປຸງຄອງເດີນເຮືອໄລຍະທີ 2 ແລະ ການກໍ່ສ້າງທ່າເຮືອ ຈໍານວນ 05 ແຫ່ງ ຢູ່ລຽບແຄມນ້ຳຂອງຕອນ ເໜືອຂອງ ສປປ ລາວ: ຝ່າຍລາວ ໄດ້ນຳສະເໜີຕໍ່ຝ່າຍຈີນ ເພື່ອສະໜັບສະໜູນ ແລະ ເອົາເຂົ້າໃນແຜນການ ຕໍ່ກັບໂຄງການປັບປຸງຄອງເດີນເຮືອໄລຍະທີ 2 ແລະ ການກໍ່ສ້າງທ່າເຮືອ ຈໍານວນ 05 ແຫ່ງ ຢູ່ລຽບແຄມນ້ຳຂອງ ຕອນເໜືອຂອງ ສປປ ລາວ. ຕໍ່ກັບການສະເໜີດັ່ງກ່າວ ຝ່າຍຈີນມີຄວາມຍິນດີທີ່ຈະນຳໄປຄົ້ນຄວ້າ ແລະ ສະໜັບສະໜູນ.
  3. ການຕິດຕັ້ງລະບົບວິທະຍຸສື່ສານ ເພື່ອຄຸ້ມຄອງການເດີນເຮືອຕາມລຳແມ່ນ້ຳຂອງ: ຝ່າຍລາວ ສະເໜີຕໍ່ຝ່າຍຈີນ ເພື່ອສະໜັບສະໜູນຊ່ວຍເຫຼືອເຄື່ອງອຸປະກອນລະບົບວິທະຍຸສື່ສານ ເພື່ອຄຸ້ມຄອງການເດີນເຮືອຕາມລຳນ້ຳຂອງ ໂດຍມີຈຸດປະສົງນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການສື່ສານເວລາເຮືອມີອຸປະຕິເຫດ, ການປ້ອງກັນການຄ້າຂາຍ ເຖື່ອນ ແລະອື່ນໆ. ຝ່າຍຈີນ ຈະນຳເອົາຂໍ້ສະເໜີດັ່ງກ່າວໄປຄົ້ນຄວ້າ ໂດຍປະສານກັບລະບົບການຄຸ້ມຄອງການ ເດີນເຮືອຢູ່ໃນເຂດແມ່ນ້ຳລ້ານຊ້າງ.
  4. ການເປີດຖ້ຽວບິນໂດຍສານວຽງຈັນ-ມາກາວ: ເນື່ອງຈາກວ່າ ຜ່ານມາ ສປປ ລາວ ກັບ ເຂດປົກຄອງພິເສດ ມາກາວ ສປ ຈີນ ໄດ້ມີສັນຍາຂົນສົ່ງທາງອາກາດຮ່ວມກັນແລ້ວ ແຕ່ປັດຈຸບັນຍັງບໍ່ທັນສາມາດເປີດຖ້ຽວບິນ ຂົນສົ່ງໂດຍສານ ວຽງຈັນ ກັບ ມາກາວ ສປ ຈີນ ໄດ້ເທື່ອ, ຊຶ່ງທາງອົງການການບິນຂອງມາກາວ ສປ ຈີນ ໄດ້ແຈ້ງໃຫ້ຊາບວ່າ ສາເຫດທີ່ບໍ່ສາມາດເປີດຖ້ຽວບິນໄດ້ແມ່ນເນື່ອງມາຈາກ ຍົນທີ່ສາຍການບິນລາວ ຈະນຳ ມາໃຊ້ນັ້ນ ເປັນຂະໜາດນ້ອຍ ແລະ ຕໍ່າ ຊຶ່ງທາງຝ່າຍອົງການການບິນຂອງມາກາວ ບໍ່ສາມາດຕັດສິນໄດ້ ຈຳເປັນ ຕ້ອງມີການພິຈາລະນາອະນຸມັດຈາກ ກະຊວງທີ່ກ່ຽວຂ້ອງຂອງ ສປ ຈີນ. ດັ່ງນັ້ນ ຝ່າຍລາວ ຈຶ່ງສະເໜີຕໍ່ຝ່າຍຈີນ ສະໜັບສະໜູນໃຫ້ມີການເປີດຖ້ຽວບິນໂດຍສານໂດຍໄວ. ຝ່າຍຈີນ ຈະນຳໄປພິຈາລະນາ.
  5. ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ: ຝ່າຍລາວ ໄດ້ສະເໜີຕໍ່ຝ່າຍຈີນກ່ຽວກັບການສະໜັບສະໜູນໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ. ຕໍ່ກັບການສະເໜີດັ່ງກ່າວຝ່າຍຈີນ ໄດ້ມີຄວາມເຫັນວ່າ ຝ່າຍຈີນສະໜັບສະໜູນ ການກໍ່ສ້າງທາງລົດໄຟລາວ-ຈີນ, ຊຶ່ງລາຍລະອຽດແມ່ນໄດ້ເວົ້າໃນທີ່ປະຊຸມຢ່າງເປັນທາງການແລ້ວ.
  6. ໂຄງການປັບປຸງທາງ 13 ເໜືອ ແຕ່ຫຼວງພະບາງ-ປາກມອງ, ຍາວປະມານ 103 ກມ: ຝ່າຍລາວ ສະເໜີຝ່າຍຈີນ ສະໜັບສະໜູນໂຄງການປັບປຸງທາງ 13 ເໜືອ ແຕ່ຫຼວງພະບາງ-ປາກມອງ, ຍາວປະມານ 103 ກມ, ຊຶ່ງໂຄງ ການດັ່ງກ່າວນີ້ເປັນໂຄງການສືບຕໍ່ຈາກໂຄງການປັບປຸງທາງ 13 ເໜືອ ແຕ່ອຸດົມໄຊ-ປາກມອງ ທີ່ຈະລົງມືກໍ່ສ້າງ ໃນຕົ້ນປີ 2014 ນີ້. ຝ່າຍຈີນ ຍິນດີນຳໄປຄົ້ນຄວ້າ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ.

ການປະຊຸມລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ນັດພິເສດ: ຝ່າຍລາວ ສະໜັບສະໜູນ ສປ ຈີນ ທີ່ໄດ້ຈັດກອງປະຊຸມ ລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ນັດພິເສດ ທີ່ ນານນິງ ສປ ຈີນ ໃນເດືອນ 9 ປີ 2013 ທີ່ຜ່ານມາ, ແຕ່ຢາກໃຫ້ ກອງປະຊຸມດັ່ງກ່າວຈັດຂື້ນສອງປີຕໍ່ຄັ້ງ. ຕໍ່ການສະເໜີດັ່ງກ່າວຝ່າຍຈີນເຫັນດີຈັດໃນສອງປີຕໍ່ຄັ້ງ ຫຼື ຈັດແບບບໍ່ມີການ ກຳນົດເວລາ ໂດຍອີງໃສ່ສະພາບຕົວຈິງຂອງແຕ່ລະໄລຍະ ເພື່ອຈັດກອງປະຊຸມດັ່ງກ່າວ, ເພາະວ່າ ໃນແຕ່ລະປີກໍ່ໄດ້ ມີກອງປະຊຸມລັດຖະມົນຕີຂົນສົ່ງຈີນ+ອາຊ່ຽນ ແລ້ວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250