Ministry News

ກອງປະຊຸມ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020, 5 ປີ(2016-2020) ແລະ ປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 30 ປີ

2021-08-10 - Administrator

ໃນຕອນເຊົ້າວັນທີ 05 ສິງຫາ 2021 ຜ່ານມາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020, 5 ປີ(2016-2020) ແລະ ປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16 ກຸມພາ 1982 - 16 ກຸມພາ 2021)  ໂດຍການເປັນປະທານ ຂອງ ສະຫາຍ ໄຊສົງຄາມ ມະໂນທັມ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຫົວໜ້າກົມກວດກາ;  ມີບັນດາສະຫາຍ ກຳມະການພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຮອງປະທານກວດກາ, ຫົວໜ້າພະແນກກວດກາ,ພະນັກງານທີ່ເຮັດວຽກງານກວດກາ, ຜູ້ຮັບຜິດຊອບວຽກງານກວດກາ ຂອງສາມອົງການຈັດ ຕັ້ງມະຫາຊົນ ຂັ້ນກະຊວງ, ສະມາຊິກພັກພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມທັງໝົດ 61 ສະຫາຍ, ຍິງ14 ສະຫາຍ.




   ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ ບົດສະຫຼຸບ ການເຄື່ອນໄຫວວຽກງານກວດກາ 5 ປີ(2016-2020) ແລະ ທິດທາງແຜນການປີ 2021 ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເປັນເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ແລະ ຄົ້ນຄວ້າອອກເປັນນິຕິກໍາກ່ຽວກັບວຽກງານກວດກາ ທັງໝົດ 14 ສະບັບ, ມີທັງເປັນມະຕິຂອງຄະນະບໍລິຫານງານສູນກາງພັກ, ເປັນຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ພ້ອມທັງໄດ້ແນະນຳເຜີຍແຜ່, ເຊື່ອມຊຶມດ້ວຍຫຼາຍຮູບການຄື: ຈັດກອງປະຊຸມຝຶກອົບຮົມ, ສໍາມະນາ, ອອກວາລະສານ 30 ສະບັບ, 309 ບົດ, ພິມອອກມີ 114.068 ຫົວ; ບົດຂ່າວອອກໂທລະພາບ, ໜັງສືພິມ, ວາລະສານອື່ນ 449 ຄັ້ງ; ສະຄຣິບລາຍການວິທະຍຸ 280 ເທບ ມີ 723 ຂ່າວ. ສະເພາະ ປີ 2020 ໄດ້ຄົ້ນຄວ້ານິຕິກໍາ 03 ສະບັບ, ບົດວາລະສານ 46 ບົດ, 6 ສະບັບ, 19.734 ຫົວ; ຂຽນຂ່າວຜ່ານສື່ອື່ນໆ 168 ຄັ້ງ; ສະຄຣິບລາຍການວິທະຍຸ 80 ເທບ. ພ້ອມກັນນັ້ນກໍ່ໄດ້ຕິດຕາມ, ກວດກາ ການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດລະບຽບພັກ, ບັນດາມະຕິ, ຄຳສັ່ງ ຂອງສູນກາງພັກ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆ, ກວດກາການປັບປຸງກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃນເມື່ອກ່ອນ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຸບັນ. ນອກຈາກນີ້ ຄະນະພັກຂັ້ນຕ່າງໆ ໄດ້ມີການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ບັນດາເອກະສານຕ່າງໆດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ໄດ້ຄົ້ນຄວ້າຫັນເປັນນິຕິກຳ, ເປັນແຜນງານ, ໂຄງການລະອຽດຂອງຂັ້ນຕົນ ແລະ ນຳພາຈັດຕັ້ງປະຕິບັດມີຜົນສຳເລັດຫຼາຍດ້ານ; ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເປັນເຈົ້າການປະຕິບັດ; ໄດ້ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກສອດຄ່ອງກັບຫຼັກການຂອງພັກ; ສະມາຊິກພັກສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ການເມືອງ; ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ, 3 ທິດນໍາຂອງພັກ ເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກເຕີບໃຫຍ່ຂະຫຍາຍຕົວ ດ້ານປະລິມານ ແລະ ຄຸນນະພາບ.




ກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງປາຖະກະຖາ ລະນຶກວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ; ເຊິ່ງທ່ານປະມານກອງປະຊຸມໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ແລະ ແລະ ຜົນງານການເຄື່ອນໄຫວຂອງວຽກງານດັ່ງກ່າວ, ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງກວ້າງຂວາງ ແລະ ໃນນີ້ກໍເພື່ອເປັນການສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຂົ້າໃຈພາລະບົດບາດ, ຄວາມສໍາຄັນ ຂອງອົງການກວດກາພັກ-ລັດ ທັງເປັນເຈົ້າການໃນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ເຮັດໃຫ້ການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ສໍາເລັດຕາມຈຸດປະສົງລະດັບຄາດໝາຍ; ຕອນທ້າຍຂອງກອງປະຊຸມ ສະຫາຍ ສະຫາຍ ໄຊສົງຄາມ ມະໂນທັມ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຫົວໜ້າກົມກວດກາ ໄດ້ເນັ້ນໜັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ ໃນການຄົ້ນຄວ້າເຊື້ອມຊືມ ເອກະສານກ່ຽວກັບວຽກງານກວດກາ ເພື່ອຈະໄດ້ສະຫຼຸບຕີລາຄາ ແນວຄິດພະນັກງານ-ລັດຖະກອນ, ການປະຕິບັດໜ້າທີ່ວຽກງານ ໃຫ້ປາກົດຜົນເປັນຈິງ ຕາມຄາດໝາຍທີ່ວາງໄວ້, ໂດຍໃຫ້ປະຕິບັດຖືກຕ້ອງສອດຄ່ອງກັບກົດໝາຍ, ລະບຽບການ ແລະ ຂໍ້ຫ້າມຕ່າງໆທີ່ວາງໄວ້.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250