Ministry News

ພິທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງ ທາງ 13 ໃຕ້, ຊ່ວງສັນຍາທີ 4 ແຕ່ ກມ 268-ກມ 346

2021-08-05 - Administrator



ໃນຕອນບ່າຍຂອງວັນທີ 05 ສິງຫາ 2021 ທີ່ຫ້ອງປະຊຸມ ກົມຂົວທາງ ກະຊວງ ຍທຂ, ໄດ້ມີພິທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງ ທາງ 13 ໃຕ້, ຊ່ວງສັນຍາທີ 4 ແຕ່ ກມ 268-ກມ 346, ລະຫວ່າງກົມຂົວທາງ ກະຊວງ ຍທຂ ແລະ ບໍລິສັດຮ່ວມທືນກໍ່ສ້າງ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດລາວມີໄຊ ກໍ່ສ້າງ ຈໍາກັດ ແລະ ລັດວິສາຫະກິດກໍ່ສ້າງຄົມມະນາຄົມ, ໂຄງການກປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ຊ່ວງທີ 4 ທີ່ມີລວງຍາວ 78 ກມ (ກມ 268-ກມ 346) ແຂວງຄໍາມ່ວນ, ໂດຍໄດ້ຮັບທືນຈາກທະນາຄານລົງທືນເອີຣົບ ແລະ ກອງທືນທາງ, ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ: ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມອ້ອມຂ້າງກະຊວງ, ຫົວໜ້າລັດວິສາຫະກິດທາງເລກ 8, ບັນດາຫົວໜ້າບໍລິສັດຄູ່ຮ່ວມທືນກໍ່ສ້າງ ແລະ ບັນດາຄະນະກໍາມະການປະມູນໂຄງການປັບປຸງ ແລະ ສ້ອມແປງທາງເລກ 13ໃຕ້.




ໃນພິທີດັ່ງກ່າວ ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13ໃຕ້ ຊ່ວງ 3 ແລະ 4 ຈາກກົມຂົວທາງ ກະຊວງ ຍທຂ, ໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການດັ່ງນີ້: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້, ເລີ່ມແຕ່ ກມ 71 ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ-ກມ 346 ບ້ານ ນາບວບ ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຍາວທັງມົດ 275 ກມ, ໂດຍໄດ້ແບ່ງອອກເປັນ 4 ຊ່ວງສັນຍາຄື: ສັນຍາທີ 1 ແຕ່ ກມ 111, ລວງຍາວ 40 ກມ, ນໍາໃຊ້ງົບປະມານຂອງທະນາຄານໂລກ WB ແລະ ໄດ້ເຊັນສັນຍາໃນວັນທີ 11 ມີນາ 2021, ສັນຍາທີ 2 ແຕ່ ກມ 111-ກມ 190, ລວງຍາວ 79 ກມ, ນໍາໃຊ້ງົບປະມານຂອງທະນາຄານລົງທືນເອຣົບ EIB ແລະ ໄດ້ເຊັນສັນຍາກັນໃນວັນທີ 21 ພຶດສະພາ 2021, ສັນຍາທີ 3 ແຕ່ ກມ 190-ກມ 268, ລວງຍາວ 78 ກມ, ນໍາໃຊ້ທືນງົບປະມານຂອງ ທະນາຄານລົງທືນພື້ນຖານໂຄງລ່າງອາຊີ AIIB ຄາດວ່າຈະໄດ້ເຊັນສັນຍາໃນທ້າຍເດືອນ ສິງຫາ 2021 ແລະ ສັນຍາທີ 4 ແຕ່ ກມ 268-ກມ 346, ລວງຍາວ 78 ກມ, ນໍາໃຊ້ງົບປະມານຂອງທະນາຄານລົງທືນເອີຣົບ EIB.




ໃນການອອກແບບເພື່ອປັບປຸງ ແລະ ສ້ອມແປງ ທາງດັ່ງກ່າວ ແມ່ນເປັນການຍົກລະດັບຈຸດນໍ້າຖ້ວມ, ເພື່ອຕ້ານກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ຂະຫຍາຍໜ້າທາງໃຫ້ກວ້າງອອກໄປຕື່ມ, ບາງຊ່ວງ (ຈາກ 9 ແມັດ ມາເປັນ 12 ແມັດ) ແລະ ເພື່ອໃຫ້ສາມາດຮັບນໍ້າໜັກການບັນທຸກຕາມມາດຕະຖານຂອງອາຊຽນຄື 11ໂຕນ/ເພົາ (ຂອງລາວແມ່ນ 9,1 ໂຕນ/ເພົາ), ສໍາລັບໂຄງສ້າງໜ້າທາງໄດ້ອອກແບບເປັນໜ້າທາງປູຢາງຂົ້ວ AC.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250