Ministry News

ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫົວໜ້າກອງທຶນ EDCF ສ.ເກົາຫຼີ

2021-08-05 - Administrator

ໃນຕອນບ່າຍຂອງວັນທີ 04 ສິງຫາ 2021 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ LEE DONGGEON ຫົວໜ້າກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ.​ເກົາຫລີີ (EDCF) ປະຈຳ ສປປລາວ, ທີ່ຫ້ອງຮັບແຂກກະຊວງ ຍທຂ.




ໂຄງການ (EDCF) ມີຊື່ເຕັມວ່າ: (Economic Development Cooperation Fund ), ເປັນກອງທືນທີ່ຊ່ວຍທຶນກູ້ຢືມດອກເບັ້ຍຜ່ອນຜັນ ໃຫ້ແກ່ບັນດາໂຄງການ ທີ່ໄດ້ປະຕິບັດສໍາເລັດຄື: ໂຄງການສ້າງມະຫາວິ ທະຍາໄລສຸພານຸວົງ ມູນຄ່າ 20 ລ້ານ USD, ໂຄງການທາງປູຢາງເລກ 4 ແຕ່ຊຽງເງິນ-ໄຊຍະບູລີ, ລວມທັງຂົວນໍ້າຂອງທ່າເດື່ອ-ປາກຄອນ ມູນຄ່າ 25 ລ້ານ USD, ໂຄງການພັດທະນາແຄມຂອງ ນະຄອນຫຼວງວຽງຈັນ ໄລຍະນຶ່ງ ມູນຄ່າ 38.7 ລ້ານ USD, ໂຄງການປັບປຸງທາງຊີເກມປະມານ 4.6 ລ້ານUSD, ໂຄງການສ້າງລະບົບເກັບພາສີອາກອນແບບທັນສະໃໝ ໄລຍະນຶ່ງ ມູນຄ່າ 28 ລ້ານUSD ແລະ ໂຄງການອື່ນໆຈຳນວນນຶ່ງ.




ໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້: ໄດ້ມີການປຶກສາຫາລື ບັນຫາຕ່າງໆ ທີ່ທທາງທືນໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ​​ບັນດາໂຄງການ ຍທຂ ທີ່​ຈະ​ສະ​ເໜີຕໍ່​ກອງ​ທຶນ EDCF ພິຈາລະນາຄື: ໂຄງການພັດທະນາແຄມຂອງ ແຂວງບໍ່ແກ້ວ, ມູນຄ່າປະມານ 80 ລ້ານ USD, ໂຄງການພັດທະນາແຄມຂອງ ແຂວງຄຳ​ມ່ວນ ມູນຄ່າປະມານ 45 ລ້ານ USD, ໂຄງການ​ປັ​ບປຸງ​ທາງ 13 ​ເໜືອ ​ໂພນ​ໂຮງ-ວັງ​ວຽງ ​ແລະ ພັດທະນາ​ຕົວ​ເມືອງ​ວັງ​ວຽງ ມີ​ມູນ​ຄ່າ​ປະມານ 68.5 ລ້ານ USD, ໂຄງການພັດທະນາແຄມຂອງ ແຂວງບໍລິ​ຄຳ​ໄຊ ມູນຄ່າປະມານ 20 ລ້ານ USD, ໂຄງການພັດທະນາແຄມຂອງ ແຂວງວຽງ​ຈັນ ມູນຄ່າປະມານ 20 ລ້ານUSD, ໂຄງການ​ພັດທະນາ​​ແຄມ​ນໍ້າ​ງື່ມ ຢູ່​ນະຄອນຫລວງ ​ແລະ ​ແຂວງວຽງ​ຈັນ, ​ໂຄງການ​ປັບປຸງ​ທາງ 13 ​ໃຕ້​ແຕ່​ກມ 21- ກມ 71 ແລະ ໂຄ​ງການ​ປັບປຸງ​ໂຄງ​ລ່າງ ຕິດ​ພັນ​ກັບ​ການທ່ອງທ່ຽວ 4 ​ແຂວງ​ພາກ​ໃຕ້ ພູ​ພຽງ​ບໍລິ​ເວນ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250