Ministry News

ກອງປະຊຸມວິຊາການໄລຍະສັ້ນ , ການລົງກວດກາຂົວ, ຈັດຂຶ້ນໂດຍ ໂຄງການພັດທະນາ ຄວາມອາດສາມາດການສ້ອມແປງ ແລະ ຄຸ້ມຄອງຂົວ (JICA BMM)

2021-08-02 - Administrator

ກອງປະຊຸມວິຊາການໄລຍະສັ້ນ , ການລົງກວດກາຂົວ, ຈັດຂຶ້ນໂດຍ ໂຄງການພັດທະນາ ຄວາມອາດສາມາດການສ້ອມແປງ ແລະ ຄຸ້ມຄອງຂົວ (JICA BMM), ໄດ້ຈັດຂຶ້ນໃນວັນທີ ວັນທີ 26 ກໍລະກົດ 2021, ທີ່ພະແນກ ຍທຂ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ທ່ານລໍາພູນ ຄູນພັກດີ, ຮອງຫົວໜ້າ ພະແນກຄຸ້ມຄອງທາງຫຼວງ, ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີບັນດາວິຊາການຈາກ ພະແນກຄຸ້ມຄອງທາງຫຼວງ (DOR), ສະຖາບັນອົບຮົມໂຍທາທິການ ແລະ ຂົນສົ່ງ (PTTI) ແລະ ພະແນກ ຍທຂ ແຂວງວຽງຈັນ ແລະ ພະແນກ ຍທຂ ແຂວງສະຫວັນນະເຂດ ພ້ອມທັງບັນດາອາຈານ ຈາກມະຫາວິທະຍາໄລແຫ່ງຊາດ (NUOL) ໄດ້ເຂົ້າຮ່ວມກອງປະຊຸມວິຊາການ ເພື່ອລົງກວດກາຂົວ ທີ່ຈັດຂື້ນພາຍໃຕ້ ໂຄງການພັດທະນາຄວາມສາມາດ ໃນການສ້ອມແປງ ແລະ ຄຸ້ມຄອງຂົວ (JICA-BMM) ທີ່ສະໝັບສະໝູນ ໂດຍອົງການ ໄຈກາ (JICA)..






ກອງປະຊຸຸມດັ່ງກ່າວ ໄດ້ແບ່ງອອກເປັນສອງພາກຄື: ພາກທິດສະດີໃນຫ້ອງຮຽນຕອນເຊົ້າ ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບວິທີການກວດກາຂົວ, ຂັ້ນຕອນ ແລະ ຫຼັກການສໍາຄັນໃນການກວດກາຂົວ ແລະ ການກຳນົດຄວາມເສຍຫາຍຂອງຂົວ



ແລະ ຕອນບ່າຍໄດ້ດຳເນີນການລົງຝຶກການກວດກາຂົວຢູ່ພາກສະໝາມ ເພື່ອເປັນການທົດສອບຄວາມຮູ້ຂອງຜູ້ເຂົ້າຮ່ວມ ໃນການກວດກາ ແລະ ບົ່ງມະຕິຄວາມເສຍຫາຍຂອງຂົວຫ້ວຍໄລ ລຽບຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 9. ຫຼັງຈາກການສຳຫວຼດແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ນຳສະເໜີ ຄວາມເສຍຫາຍທີ່ສຳຄັນ ທີ່ສັງເກດເຫັນນຳສະມາຊິກທີມງານ ແລະ ໄດ້ປະເມີນລະດັບຄວາມເຂົ້າໃຈ ຂອງພວກເຂົາທີ່ໄດ້ຮັບໃນກອງປະຊຸມວິຊາການ. 90% ຂອງຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ຕອບວ່າພວກເຂົາ ສາມາດນຳໃຊ້ ສິ່ງທີ່ພວກເຂົາໄດ້ຮຽນຮູ້ຈາກກອງປະຊຸມ ເຂົ້າໃນວຽກງານປະຈຳວັນຂອງພວກເຂົາເຈົ້າ ແລະ ຊ່ຽວຊານຈາກ ໂຄງການ JICA-BMM ຈະສືບຕໍ່ເຮັດວຽກ ຮ່ວມກັບທີມງານປະສານງານຂອງໂຄງການ ເພື່ອປັບປຸງເຮັດໃຫ້ບັນດາຂັ້ນຕອນໃນການກວດກາຄວາມເສຍຫາຍຂອງຂົວນັ້ນ ມີຄວາມເໝາະສົມນໍາໃຊ້ໄດ້ ຜ່ານການຝຶກການປະຕິບັດການກວດກາຂົວຕົວຈິງ.






ທ່າມກາງການແຜ່ລະບາດ ຂອງພະຍາດໂຄວິດ COVID-19 ໃນທົ່ວໂລກ ແລະ ການຈັດກອງປະຊຸມຄັ້ງນີ້ ແມ່ນໄດ້ປະຕິບັດຕາມບັນດາລະບຽບຄໍາສັ່ງ ຂອງລັດຖະບານເພື່ອປ້ອງກັນການຕິດເຊື້ອໂຄວິດ COVID-19, ການເຝິກອົບຮົມໃນຫ້ອງຮຽນ ແລະ ພາກສະໜາມ ແມ່ນໄດ້ປະຕິບັດ ມາດຕະການປ້ອງກັນທີ່ຈໍາເປັນເຊັ່ນ: ຈໍາກັດຈໍານວນຜູ້ເຂົ້າຮ່ວມ, ໃສ່ຜ້າປີດປາກ ແລະ ໃຊ້ເຈວລ້າງມືເພື່ອຂ້າເຊື້ອ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250