Ministry News

ກອງປະຊຸມຊຸກຍູ້ວຽກງານຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ

2021-07-21 - Administrator

ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາວຽກຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ, ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບ ລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ ແລະ ໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 02 ທັນວາ 2021 ທີ່ຈະມາເຖິງນີ້.



ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2021 ທີ່ຫ້ອງປະຊຸມ ພະແນກ ຍທຂ ແຂວງຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ, ມີທ່ານ ຮອງເຈົ້າຄອງນະຄອນຫຼວງວຽຈັນ, ທ່ານ ຮອງເຈົ້າແຂວງໆວຽງຈັນ, ທ່ານຮອງເຈົ້າແຂວງຫຼວງພະບາງ, ທ່ານຮອງເຈົ້າແຂວງແຂວງອຸດົມໄຊ, ທ່ານຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ຮອງຜູ້ອໍານວຍການໃຫຍ່ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ...




ຈາກນັ້ນຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ການລາຍງານຂອງ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ຄໍາຖາມເຈາະຈີ້ມຂອງທ່ານປະທານກອງປະຊຸມ ໂດຍສະເພາະແມ່ນການປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະ ວິທີແກ້ໄຂບັນຫາທີ່ຖືກຕ້ອງ,​ ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250