Ministry News

ບໍລິສັດຫຍ້າສີຟ້າ (BlueGrass Design Group) ມອບຮູບປະທານປະເທດ ແຫ່ງ ສປປ ລາວ ແຕ່ອາດີດເຖິງປະຈຸບັນໃຫ້ກະຊວງ ຍທຂ

2021-07-08 - Administrator

ໃນຕອນບ່າຍຂອງວັນທີ 7 ກໍລະກົດ 2021, ທີ່ຫ້ອງຮັບແຂກ ກະຊວງ ຍທຂ, ໄດ້ຈັດພິທີ ມອບ-ຮັບ ຮູບແຕ້ມປະທານປະເທດ ແຫ່ງ ສປປ ລາວ ແຕ່ອາດີດເຖິງປະຈຸບັນ ໃຫ້ກະຊວງ ຍທຂ,  




ໂດຍຕາງໃຫ້ ບໍລິສັດຫຍ້າສີຟ້າ (BlueGrass Design Group)  ໂດຍ ທ່ານ ປຣະເສີດ ບັນຈົງພັກດີ ເປັນກຽດກ່າວມອບ ແລະ ເປັນກຽດກ່າວຮັບໂດຍ ທ່ານ ລັນ ແສງອາພອນ, ຮອງລັດຖະມົນຕີກະຊວງ ຍທຂ,




ຊຶ່ງຮູບພາບທີ່ນໍາມາມອບໃນຄັ້ງນີ້ລວມມູນຄ່າທັງໝົດ 8,000,000 ກີບ, ຊຶ່ງຮູບພາບດັ່ງກ່າວນີ້ແມ່ນເພື່ອນໍາມາປະດັບປະດາ ໃນຫ້ອງປະຊຸມໃຫຍ່ ກະຊວງ ຍທຂ, ເພື່ອລະລຶກເຖິງຜົນງານ, ຄຸນງາມຄວາມດີຂອງບັນດາທ່ານຜູ້ນຳແຕ່ລະສະໄໝຂອງ ສປປ ລາວ.




ພ້ອມດຽວກັນນັ້ນ, ເພື່ອສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທາງກະຊວງ ຍທຂ ກໍ່ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250