Ministry News

ຊາວຫນຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ຮ່ວມໃຈບໍລິຈາກເລືອດ ພາຍໃຕ້ຫົວຂໍ້ " ເມື່ອໃດຊາດຕ້ອງການ ຊາວຫນຸ່ມຂານອາສາ"

2021-06-16 - Administrator



 ຊາວຫນຸ່ມກະຊວງ​ ໂຍທາທິການ​ ແລະ​ ຂົນສົ່ງ​ ຮ່ວມໃຈບໍລິຈາກເລືອດ ພາຍໃຕ້ຫົວຂໍ້ " ເມື່ອໃດຊາດຕ້ອງການ ຊາວຫນຸ່ມຂານອາສາ"​ ໃນວັນທີ 16 ມິຖຸນາ 2021 ທີ່ສູນເລືອດແຫ່ງຊາດ ໂດຍການນໍາພາ​ຂອງສະຫາຍ ລິດຕາ ຂັດທິຍະ ຄະນະປະຈຳພັກກະຊວງ, ຫົວໜ້າກົມຂົວທາງ ແລະ ສະຫາຍ ບຸນມາ ຫຼວງບັນດິດ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ;  ມີບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ເລ​ຂາ​​-ຮອງເລຂາໜ່ວຍ​ຮາກ​ຖານຊາວໜຸ່ມ ບັນດາກົມ, ສະຖາບັນ, ກອງ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ຍທຂ, ພ້ອມດ້ວຍບັນດາສະຫາຍສະມາຊິກຊາວໜຸ່ມພາຍໃນກະຊວງ ຍທຂ ຮ້ອຍກວ່າສະຫາຍເຂົ້າຮ່ວມໃນຄັ້ງນີ້.




   ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຢູ່ໃນ ສປປ ລາວ ກໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ  ແລະ ການແຜ່ລະບາດຂອງພະຍາດໄຂ້ເລືອດອອກ ເຊິ່ງເຮັດໃຫ້ມີຄວາມຕ້ອງການນໍາໃຊ້ເລືອດເຂົ້າໃນການປິ່ນປົວຄົນເຈັບຢູ່ໂຮງໝໍມີຈຳນວນຫຼວງຫຼາຍ. ເຊິ່ງເປັນການບໍລິຈາກເລືອດເພື່ອຊ່ວຍເຫຼື່ອສັງຄົມ ທີບໍ່ຫວັງຜົນຕອບແທນ, ​​ມີ​ຄວາມ​ພາກ​ພູມ​ໃຈ ແລະ ຍິນ​ດີ​ທີ່​ໄດ້​ໃຫ້​ເລືອດ ຄື​ໃຫ້​ຊີ​ວິດ ແລະ ໃຫ້​ອະ​ນາ​ຄົດ​ແກ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ, ການບໍລິຈາກເລືອດ ເປັນ​ສິ່ງ​ທີ່​ດີ-ປອດ​ໄພ ແລະ ຄື​ການ​ໃຫ້​ທີ່​ແທ້​ຈິງ ເພາະເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເນື່ອງຈາກປະຈຸບັນມີຄົນຈໍານວນບໍ່ໜ້ອຍທີ່ເຈັບປ່ວຍພວມລໍຖ້າຄວາມຊ່ວຍເຫຼືອຈາກພວກເຮົາ, ທັງເປັນການປູກຈິດສໍານຶກໃຫ້ສັງຄົມ ມີການປະກອບສ່ວນໃນການບໍລິຈາກເລືອດຫຼາຍຂຶ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີ ແລະ ມີຈິດໃຈເອື້ອເຟື້ອເພື່ອແຜ່ແກ່ເພື່ອມະນຸດດ້ວຍກັນ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250