Ministry News

ກອງປະຊຸມໄລຍະກາງຂັ້ນສູນກາງສໍາລັບການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການຕົວເມືອງໜ້າຢູ່ນະຄອນຫຼວງວຽງຈັນ

2020-08-19 - Administrator

ກອງປະຊຸມໄລຍະກາງ ຂັ້ນສູນກາງສໍາລັບການກະກຽມ ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບຕົວເມືອງໜ້າຢູ່ ນະຄອນຫຼວງວຽງຈັນ, ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 14 ສິງຫາ 2020 ທີ່ໂຮງແຮມ ຄຼາວພາຊາ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ; ທ່ານ ທ່ອນແກ້ວ ພຸດທະໄກລາດ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ; ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງ ແຂວງຈໍາປາສັກ, ມີບັນດາທ່ານ ເຈົ້າເມືອງ, ຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກ ທະນາຄານພັດທະນາອາຊີ, CDIA (Cities Development Initiative for Asia), ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ກໍ່ໃຫ້ກຽດເຂົ້າຮ່ວມ.




ຈຸດປະສົງເປົ້າໝາຍຂອງ ກອງປະຊຸມໃນມື້ນີ້ແມ່ນ ເພື່ອປຶກສາຫາລື ທົບທວນ ແລະ ປະກອບຄໍາເຫັນ ໃສ່ຮ່າງບົດລາຍງານ ໄລຍະກາງ, ປະກອບຄໍາເຫັນຕໍ່ ກອບໜ້າວຽກ ແລະ ການປະເມີນລາຄາຂອງບັນດາກິດຈະກໍາຍ່ອຍ ຂອງໂຄງການ  ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃນການໃຫ້ບໍລິການ, ການບໍາລຸງຮັກສາໃຫ້ມີຄວາມຍຶນຍົງ ແລະ ຄວາມມີປະສິດທິຜົນ  (ໂດຍສະເພາະວຽກ O&M) ແລະ ປຶກສາຫາລືບັນຫາທາງດ້ານສິ່ງແວດລ້ອມ-ສັງຄົມ ທີ່ຕິດພັນກັບບັນດາໜ້າວຽກ ໂດຍສະເພາະ 4 ໜ້າວຽກຕົ້ນຕໍ ເຊັ່ນ: 1. ການຄຸ້ມຄອງຂີ້ເຫຍື້ອ( Solid waste management); 2. ການຄຸ້ມຄອງນໍ້າເປື້ອນ( Wastewater management); 3. ການປັບປຸງຜັງເມືອງ ແລະ ພູມມິທັດໃນຕົວເມືອງ( Urban planning/ Streetlife improvement) ແລະ 4. ການສ້າງຂີດຄວາມສາມາດ (Capacity Building).


ທີ່ມາຂອງໂຄງການ, ໂຄງການດັ່ງ​ກ່າວ, ມີກອບວຽກເບື້ອງຕົ້ນມາແຕ່ເດືອນ 5/2019 ໂດຍມີການ​ກຳ​ນົດ​ຮ່ວມ​ກັນຈາກຜູ້ຕາງໜ້າ ຂອງ ADB, ​ຈາກ CDIA (ໜ່ວຍງານຊ່ວຍເຫລືອທາງດ້ານວິຊາການ


ການລິເລີ້ມການ​ພັດ​ທະນາເມືອງສໍາລັບອາຊີ ), ມີກົມເຄ​ຫາ ​ແລະ ​ຜັງ​ເມືອງ ກະຊວງ ຍທຂ ແລະ 3 ​ນະ​ຄອນ ເປົ້າໝາຍຄື ນະຄອນ ​ຫລວງ​ພະ​ບາງ, ນະຄອນ ​ໄກ​ສອນ​ພົມ​ວິ​ຫານ ແລະ ນະຄອນ​ ປາກ​ເຊ. ​ມາຮອດ​ວັນ​ທີ 13/12/2019 ໄດ້ຮັບການ​ເຫັນ​ດີຈາກ ກະຊວງ ແຜນ​ການ ແລະ ການ​ລົງ​ທຶນ ໃຫ້ກະຊວງ ຍທຂ ຮັບເອົາ ໂຄງການ ຊ່ວຍເຫລືອດັ່ງ​ກ່າວ. ໂດຍມອບໃຫ້ກົມ ເຄຫາ ແລະ ຜັງເມືອງ ເປັນຜູ້ເຊັນສັນຍາຮັບເອົາຈາກໜວ່ຍ​ງານ CDIA ເອີ້ນ​ວ່າ​ເປັນ ໂຄງການ ​ກະ​ກຽມ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ເບື້ອງ​ຕົ້ນ ​ຂອງ​ຕົວ​ເມືອງ​ໜ້າ​ຢູ່ໃນ 3 ນະຄອນ ​ມີ​ເລກລະ​ຫັດ​ ADB-RETA 8566 ມູນ​ຄ່າ  650 ພັນ​ ໂດຣາສະຫະລັດ ແລະ ຈະໃຊ້​ເວ​ລາ 6 ເດືອນ. ຈາກນັ້ນ​​ກົມ ເຄຫາ ແລະ ຜັງເມືອງ ໄດ້ປະ​ສານ​ນຳ​ ພະນັກງານ ຍ​ທ​ຂ ແຂວງ​ໃຫ້​ມີ​ການ​ແຕ່ງ​ຕັ້ງ​ທີມງານ ຂື້ນໃນ 3 ນ​ະຄອນ ​ເພື່ອ​ເຮັດ​ວຽກ​​ກັບທີມ​ງານ​ຊ່ຽວ​ຊານ CDIA ແລະ ລວມ​ກັບ​ທີມງານຂອງ​ກົມ​ເຄ​ຫາ ແລະ ຜັງ​ເມືອງ.




ສິ່ງທີ່ໂຄງການເຮັດໄດ້ຜ່ານມາ ແມ່ນສຳ​ເລັດ​ການ​ຜ່ານບົດ​ລາຍ​ງານໄລ​ຍະຕົ້ນ​​ ຂອງ​ແຕ່​ລະ​ນະ​ຄອນ ໃນວັນ​ທີ່ 6/2/2020 ຕາມ​ກອບ​ວຽກທີ່​ທີມ​ງານຊຽວ​ຊານ CDIA ໄດ້​ສຶກ​ສາມີ 4 ຫົວ​ຂໍ້​ຄື 1. ເລື້ອງ​ຂີ້​ເຫຍື້ອ; 2. ເລື້ອງນໍ້າເປື້ອນ; 3. ເລື້ອງ​ພູ​ມີ​ທັດຕົວເມືອງ ແລະ 4. ເລື້ອງ ການ​ສ້າງ​ຄວາມ​ເຂັ້ມ​ແຂງດ້ານບຸ​ຄະ​ລາ​ກອນ. ຕໍ່ມາໃນເດືອນ 3/2020  ກໍ່ມີ​ການ​ສືບຕໍ່​ວຽກງານໄລ​ຍະ​ກາງ​ຂອງ ໂຄງການ ແຕ່​ກໍ່​ບໍ່​ໄດ້ຄາດ​ຄິດ​ໃນ​ເວ​ລາ​ດຽວ​ກັນ​ກໍ່​ເກີດໂຣ​ລະ​ບາດ COVID-19 ຈຶ່ງ​ເປັນ​ຜົນ​ກະ​ທົບຕໍ່​ວຽກດັ່ງ​ກ່າວ ​ທີ່ຈະ​​​​ໃຫ້​ສຳ​ເລັດ​ບົດ​ລາຍ​ງານ​ໄລ​ຍະ​ກາງໃນ​ເດືອນ 5/2020 ນັ້ນຕ້ອງ​ຊັກ​ຊ້າ​ອອກ​ໄປ ແລະ ​ໃນເດືອນນີ້​ເອງຫ້ອງ​ການ CDIA ກໍ່​ມີ​ການ​ສັ່ງ​ໂຈ໊ະວຽກ​ງານ​ຂອງ​ທີມຊ່ຽວ​ຊານ​​ໃວ້​ກ່​ອນຈົນມາຮອດເດືອນ 7/2020 ນີ້ຈຶ່ງ​ໄດ້​ໃຫ້​ສືບ​ຕໍ່, ປະ​ຈຸ​ບັນ​ໂຄງ​ການ​ກໍ່​ສຳ​ເລັດ​ບົດ​ລາຍ​ງານ​ໄລ​ຍະ​ກາງ ແລະ ຈະ​ໄດ້​ນຳ​ສະ​ເໜີ​ຜ່ານ​ທີ່​ປະຊຸມ​ໂດຍ​​ໃຫ້ຜູ້​ຕາງ​ໜ້າຂອງ​ທີມ​ງານຊຽວ​ຊານ CDIA ນຳ​ສະ​ເໜີ​ເຖິງ​ຜົນ​ໄດ້​ຮັບ​ໃນ​ການ​ສຶກ​ສາ​ຄວາມ​ເປັນໄປ​ໄດ້ເບື້ອງ​ຕົ້ນໃນ​ການ​ລົງ​ທືນ ພັດ​ທະ​ນາ​ຕົວ​ເມືອງ​ໜ້າ​ຢູ່​ໃນ 3 ນະ​ຄອນ.​



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250