Ministry News

ກອງປະຊຸມສາມັນຄົບຄະນະພັກກະຊວງ ຍທຂ ຄັ້ງທີ 20, ສະໄໝທີ IV (ເປີດກວ້າງ) ແລະ ທາບທາມບຸກຄະລາກອນຂອງຄະນະພັກ ກະຊວງ ຍທຂ ສະໄໝທີ V (ຮອບທີ 2)

2020-09-01 - Administrator

     ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນກອງປະຊຸມສາມັນຄົບຄະນະ ຄັ້ງ​ທີ 20, ສະ​ໄໝທີ IV (ເປີດກວ້າງ) ຂຶ້ນຢ່າງເປັນທາງການໃນວັນທີ 28 ສິງຫາ 2020, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ເພາະວ່າເປັນກອງປະຊຸມຄັ້ງສຸດທ້າຍ ຂອງແຜນດຳເນີນງານຄະນະພັກກະຊວງ ຍທຂ ສະໄໝທີ IV ແລະ ທາບທາມເລືອກເຟັ້ນເອົາເປົ້າໝາຍບຸກຄະລາກອນ ຈະລົງສະໝັກເລືອກຕັ້ງເປັນຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຸດ ໃໝ່ ສະໄໝທີ V (ຮອບທີ 2); ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປະລິນຍາເອກ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະຂົນສົ່ງ; ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ກຳມະການພັກກະຊວງ, ຄະນະຮັບຜິດຊອບ ບຸກຄະລາກອນຂັ້ນສູນກາງ, ບັນດາສະຫາຍ ເລຂາ, ຮອງເລຂາ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ  ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.







  ກອງປະຊຸມຄັ້ງນີ້, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ເພາະວ່າເປັນກອງປະຊຸມຄັ້ງສຸດທ້າຍ ຂອງແຜນດຳເນີນງານຄະນະພັກກະຊວງ ຍທຂ ສະໄໝທີ IV, ຊຶ່ງຈະພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືວຽກງານຕ່າງໆ ດັ່ງນີ້: ຮ່າງບົດລາຍງານການເມືອງ ກອງປະຊຸມໃຫຍ່ຄັ້ງທີ; ຮ່າງແຜນພັດທະນາຂະແໜງ ຍທຂ ໃນ 5 ປີ ຕໍ່ໜ້າ 2021-2025; ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກະຊວງ ໃນ 5 ປີ ຜ່ານມາ (2016-2020) ແລະ ດໍາເນີນການທາບທາມເລືອກເຟັ້ນເອົາເປົ້າໝາຍບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເປັນຄະນະພັກກະຊວງ ໂຍທາທິການ ແລະຂົນສົ່ງ ຊຸດໃໝ່ ສະໄໝທີ V ຮອບທີ 2.


   ເນື່ອງຈາກວ່າກອງປະຊຸມໃນຄັ້ງນີ້ ມີເນື້ອໃນສຳຄັນຫຼາຍດ້ານ ດັ່ງທີ່ໄດ້ກ່າວມານັ້ນ ແລະດ້ວຍເວລາທີ່ຈຳກັດ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນ ຕໍ່ຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາຂະແໜງ ຍທຂ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກະຊວງ ທີ່ໄດ້ນຳພາໃນ 5 ປິ ຜ່ານມາ ໃຫ້ຖືກກັບສະພາບຕົວຈິງທີ່ໄດ້ເຄື່ອນໄຫວນຳພາຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນນີ້, ກໍ່ສະເໜີບັນດາສະຫາຍຄົ້ນຄວ້າ ຕັດສິນໃຈຢ່າງມີເຫດຜົນ ເພື່ອຮັບປະກັນໃຫ້ແກ່ການເລືອກເຟັ້ນເອົາບຸກຄະລາກອນ ຮອບທີ 2 ເປັນພື້ນຖານໃຫ້ແກ່ຮອບທີ 3 ແລະ ເປັນຜູ້ສະໝັກເປັນຄະນະພັກກະຊວງ ສະໄໝທີ V.


    ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍນັ້ນ, ຂໍຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ມີຄວາມຮັບຜິດຊອບການເມືອງສູງ, ໂດຍສະເພາະແມ່ນການເລືອກເຟັ້ນເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການກ່ຽວພັນກັບກະຊວງ ຍທຂ, ເປັນບຸກຄົນທີ່ມີຄວາມສັດຊື່ ຈິງໃຈ, ມີປະສົບການໃນວຽກງານຕົວຈິງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະມະຫາຊົນ, ປະຕິບັດລະບອບແບບ ແຜນວິທີເຮັດວຽກ ແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະກົດໝາຍເຂັ້ມງວດ.


    ພ້ອມດຽວກັນນີ້ ກໍ່ຂໍຮຽກຮ້ອງມາຍັງບັນດາສະຫາຍທັງໝົດ ຈົ່ງພ້ອມກັນຕີຖອຍ ແລະຫລີກລ້ຽງແນວຄິດອັກຄະຕິຕໍ່ກັນດ້ານໃດດ້ານໜຶ່ງ, ຊຶ່ງຈະນໍາພາໄປສູ່ການສ້າງຄວາມແຕກແຍກຄວາມສາມັກຄີພາຍໃນພັກ ແລະ ສ້າງຜົນເສຍຫາຍໃຫ້ແກ່ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ຂາດໂອກາດເຂົ້າຮ່ວມເປັນຄະນະພັກກະຊວງ ຍທຂ.


   ດ້ວຍມູນເຊື້ອອັນດີງາມ ຂອງສະມາຊິກພັກຂອງກະຊວງ ຍທຂ, ເຊື່ອໝັ້ນ ແລະ ມີຄວາມຫວັງຢ່າງສູງວ່າ ກອງປະຊຸມໃນຄັ້ງນີ້ ຈະສາມາດລະດົມໄດ້ຄຳຄິດຄຳເຫັນທີ່ດີທີ່ເປັນວິທະຍາສາດ ແລະ ຈະສາມາດເລືອກເຟັ້ນໄດ້ບັນດາສະຫາຍທີ່ມີມາດຖານ ແລະເງື່ອນໄຂຄົບຖ້ວນ ເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ V ເພື່ອສືບຕໍ່ເປັນຄັນທຸງນຳໜ້າ ນຳພາກະຊວງ ຍທຂ ໃຫ້ມີບາດກ້າວບຸກທະລຸໃໝ່ຮອບດ້ານ ຕາມຄໍາຂວັນຂອງຂະແໜງ ຍທຂ ທີ່ວ່າ: "ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫລມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ ການປ່ຽນແປງດິນຟ້າອາກາດ, ເຊື່ອມຈອດ ແລະ ຍືນຍົງ". 






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250