Ministry News

ກອງປະຊຸມວິທະຍາສາດ ກະກຽມເນື້ອໃນໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ

2020-08-21 - Administrator

ກອງປະຊຸມວິທະຍາສາດ ກະກຽມເນື້ອໃນໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ, ໂດຍການເປັນປະທານ ຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງ ຍທຂ, ມີບັນດາຫ້ອງການ, ກົມ, ສະຖາບັນ, ກອງ, ລັດວິສາຫະກິດທີ່ຂື້ນກັບກະຊວງ ຍທຂ, ພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ, ຕາງໜ້າຈາກກະຊວງອ້ອມຂ້າງ, ມະຫາວິທະຍາໄລແຫ່ງຊາດ (ຄະນະທີ່ກ່ຽວຂ້ອງກັບ ວຽກງານ ຍທຂ) ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.




ໂດຍປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 04/ຄລສພ, ລົງວັນທີ 07/05/2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ ແລະຮາກຖານພັກໃນຂອບເຂດທົ່ວປະເທດ ແລະຄໍາສັ່ງແນະຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 784/ຄຈສພ, ລົງວັນທີ 14/09/2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 04/ຄລສພ, ກອງປະຊຸມວິທະຍາສາດຄັ້ງນີ້ ມີຈຸດປະສົງ ເພື່ອລະດົມຄວາມຄິດໃສ່ ຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ; ໃນຄັ້ງນີ້ຈະໄດ້ລົງເລິກປຶກສາຫາລື ແລະ ລະດົມແນວຄວາມຄິດ ໃສ່ບັນດາແຜນງານຈຸດສຸມບູລິມະສິດ ຂອງ ຮ່າງແຜນພັດທະນາ 5 ປີ 2021-2025 ຂອງກະຊວງ ຍທຂ ທີ່ຈະເປັນເນື້ອໃນຕົ້ນຕໍ ໃນບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ເຊິ່ງຈະຖືກໄຂຂື້ນໃນໄວໆ. ໂດຍອີງຕາມການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ 2016-2020 ຂອງກະຊວງ ຍທຂ; ແລະອີງໃສ່ກາລະໂອກາດ ແລະທ່າແຮງທາງດ້ານການພັດທະນາໃນໄລຍະໃໝ່, ກະຊວງ ຍທຂ ໄດ້ກໍານົດ 14 ແຜນງານ ຈຸດສຸມບູລິມະສິດ ໃນຮ່າງແຜນພັດທະນາ 5 ປີ 2021-2025. ກອງປະຊຸມຈະໃຊ້ເວລາຢູ່ໜຶ່ງວັນ, ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນເພາະວ່າເປັນກອງປະຊຸມວິທະຍາສາດ ໂດຍທີ່ຈະຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງ ກ່ຽວກັບກຳນົດບັນດາຄາດໝາຍ, ຕົວຊີ້ບອກ; ແຜນວຽກຈຸດສຸມເພື່ອບັນລຸຕາມຄາດໝາຍ ແລະ ສິ່ງທ້າທ້າຍຫຼືກົນໄກການຈັດຕັ້ງປະຕິບັດບັນດາ ແຜນວຽກຈຸດສຸມ ໃນສະພາບປົກກະຕິໃໝ່ (New Normal) ຫຼືສະພາບທີ່ໄດ້ຮັບຜົນກະທົບຈາກ Covid-19 ທີ່ປະເທດເຮົາກໍ່ຄືທົ່ວໂລກກຳລັງປະເຊີນຢູ່.



ລະດັບຄາດໝາຍຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າລະດົມແນວຄິດ ແລະສ້າງຄວາມເປັນເອກະພາບ ໃນບັນດາຄາດໝາຍ, ຕົວຊີ້ບອກ, ແຜນວຽກຈຸດສຸມ ແລະກົນໄກການຈັດຕັ້ງປະຕິບັດ ໃນສະພາບ New Normal ຂອງແຕ່ລະແຜນງານບູລິມະສິດ; ບົນພື້ນຖານເນື້ອໃນ ແລະໝາກຜົນຂອງກອງປະຊຸມໃນຄັ້ງນີ້ ຈະຖືກບັນຈຸເຂົ້າໃນ ເນື້ອໃນຂອງຮ່າງບົດລາຍງານການເມືອງ ກໍ່ຄືຮ່າງມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະມີຂື້ນໃນໄວໆນີ້.  


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250