Ministry News

ກອງປະຊຸມເປີດກວ້າງປະກອບຄໍາເຫັນ ໃສ່ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ

2020-09-03 - Administrator

  ກອງປະຊຸມເປີດກວ້າງ ເພື່ອປະກອບຄໍາເຫັນ ໃສ່ຮ່າງດໍາລັດ ວ່າດ້ວຍ ການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ ແລະ ປະກອບຄໍາເຫັນໃສ່ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງເຈົ້າໜ້າທີ່ກວດກາ ການຂົນສົ່ງທາງບົກ ໄດ້ ຈັດຂື້ນໃນວັນທີ 2 ກັນຍາ 2020 ຢູ່ທີແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ ແລະ  ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ, ໂດຍການເຂົ້າຮ່ວມມີຜູ້ຕາງໜ້າຈາກຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸດຕິທໍາ, ກະຊວງປ້ອງກັນຄວາມສະຫງົບ, ອົງການທຽບເທົ່າ, ຫ້ອງວ່າການແຂວງ, ບັນດາກົມ, ກອງ, ຫ້ອງການ, ພະແນກ ຍທຂ ແຂວງ ທົ່ວປະເທດ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.




 ປະຈຸບັນ ວຽກງານການຂົນສົ່ງທາງບົກ ນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ຍັງຂາດການຄຸ້ມຄອງທີ່ມີປະສິດທິຜົນ ລວມທັງວຽກງານການຈະລາຈອນທາງບົກ, ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ. ຖ້າຫາກວຽກງານການຂົນສົ່ງ ແລະ ວຽກງານ ການຈະລາຈອນ ຂາດການຄຸ້ມຄອງຢ່າງເປັນລະບົບ ຈະເຮັດໃຫ້ລັດເສຍລາຍຮັບຢ່າງມະຫາສານ, ສະນັ້ນ ກະຊວງ ຍທຂ ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ ຄຸ້ມຄອງວຽກງານດັ່ງກ່າວ ເພື່ອໃຫ້ມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ.  ຕໍ່ບັນຫາດັ່ງກ່າວ ກະຊວງ ຍທຂ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຮອງຮັບ ແລະ ເປັນບ່ອນອີງໃນການຄຸ້ມຄອງວຽກງານດັ່ງກ່າວ ໃຫ້ແທດເໝາະ ແລະ ສົມຄູ່ກັບສະພາບການ ຂະ ຫຍາຍຕົວທາງດ້ານເສດຖະກິດໃນປະຈຸບັນ.


    ດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດລະບຽບຈະລາຈອນ ສະບັບເລກທີ 188/ນຍ, ລົງວັນທີ 03/07/2007 ໄດ້ຈັດຕັ້ງປະຕິບັດມາເປັນເວລາເກືອບ 14 ປີ ຊຶ່ງນິຕິກໍາດັ່ງກ່າວໄດ້ເປັນເຄື່ອງມືທີ່ສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການກວດກາ, ປັບໃໝ ແລະ ສຶກສາອົບຮົມ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ, ເຮັດໃຫ້ວຽກງານດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍໃນລະດັບໜຶ່ງ,  ແຕ່ຍ້ອນ ທີ່ຜ່ານມາ ເສດຖະກິດຂອງ ສປປ ລາວ ມີບາດກ້າວຂະຫຍາຍຕົວໃນລະດັບດີພໍສົມຄວນ, ປະຊາຊົນມີລາຍຮັບເພີ່ມຂຶ້ນ, ຈໍານວນພາຫະນະທີ່ຂຶ້ນທະບຽນກໍໄດ້ເພີ່ມຂຶ້ນໃນແຕ່ລະປີປະມານ 14%,  ຜູ້ໃຊ້ລົດໃຊ້ຖະໜົນກໍເພີ່ມຂຶ້ນ.  ຄຽງຄູ່ກັບການເພີ່ມຂຶ້ນຂອງຍານພາຫະນະນັ້ນ ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ກໍເພີ່ມຂຶ້ນເຊັ່ນດຽວກັນ. ສະນັ້ນ ກະຊວງ ຍທຂ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ປັບປຸງ ດໍາລັດ ວ່າດ້ວຍ ການປັບ ໃໝ ແລະ ມາດຕະການຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວ ທາງດ້ານເສດຖະກິດ ໃນປະຈຸບັນ, ສໍາລັບເຈົ້າໜ້າທີ່ກວດກາການຂົນສົ່ງທາງບົກ ຍັງບໍ່ທັນໄດ້ສ້າງຕັ້ງ ແລະ ບໍ່ທັນມີລະບຽບການໃດ ເພື່ອຄຸ້ມຄອງວຽກງານດັ່ງກ່າວ, ຮ່າງ ດໍາລັດ ວ່າດ້ວຍ ການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ ສະບັບປັບປຸງ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງເຈົ້າໜ້າທີ່ກວດກາ ການຂົນສົ່ງທາງບົກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ, ອະນຸກໍາມະການເນື້ອໃນ ແລະ ໄດ້ຮ່າງສໍາເລັດໂດຍພື້ນຖານ.  ມື້ນີ້ ກະຊວງ ຍທຂ ໄດ້ເຊື້ອເຊີນ ບັນດາທ່ານທັງໝົດ ເພື່ອເຂົ້າຮ່ວມກອງປະຊຸມເພື່ອ ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງດໍາລັດ ແລະ ຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ ມີເນື້ອໃນລະອຽດ, ຄົບຖ້ວນ, ສົມເຫດສົມຜົນ ແລະ ເພື່ອໃຫ້ສອດຄ່ອງສະພາບການຂະຫຍາຍຕົວທາງດ້ານເສດຖະກິດໃນປະຈຸບັນ.  ຫຼັງຈາກນັ້ນ ກະຊວງ ຍທຂ ຈະໄດ້ນໍາເອົາຄໍາສະເໜີ ແລະ ຄໍາຄິດຄໍາເຫັນ ຈາກບັນດາທ່ານ ໄປພິຈາລະນາ ເພື່ອປັບປຸງໃຫ້ສົມບູນ ແລະ ຈະນໍາສະເໜີຂັ້ນເທິງ ພິຈາລະນາຮັບຮອງ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250