Ministry News

ຜົນກະທົບຈາກໄພພິບັດທາງທໍາມະຊາດ(ນໍ້າຖ້ວມ) ຢູ່ແຂວງພາກໃຕ້ ເຮັດໃຫ້ເສັ້ນທາງຫລວງແຫ່ງຊາດ, ທາງຫຼວງທ້ອງ ຖິ່ນຖືກເປ່ເພ ແລະ ມາດຕະການແກ້ໄຂ ຮອດ ວັນທີ 10 ກັນຍາ 2019

2019-09-11 - Administrator

ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຂໍຖືເປັນກຽດລາຍງານ ກ່ຽວກັບການຕິດຕາມ, ກວດກາ ແລະ ແກ້ໄຂໄພນໍ້າຖ້ວມ ຢູ່ແຂວງພາກໃຕ້ຂອງປະເທດ ໂດຍສືບຕໍ່ປະສານສົມທົບ ກັບ ພະແນກ ຍທຂ ບັນດາແຂວງ ທີ່ໄດ້ຮັບຜົນກະທົບ ແລະ ມອບໝາຍໃຫ້ໂຄງການກໍ່ສ້າງ ແລະ ໂຄງການສ້ອມແປງທາງຫລວງແຫ່ງຊາດ ຕິດຕາມ, ກວດກາ ແລະ ແກ້ໄຂສະພາບທີ່ເກີດຂື້ນ ເພື່ອເຮັດໃຫ້ການສັນຈອນໄປມາໄດ້ເປັນປົກະຕິໂດຍໄວຊຶ່ງລາຍລະອຽດມີດັ່ງນີ້:


I.     ແຂວງຄໍາມ່ວນ.


1.1.     ເສັ້ນທາງຫຼວງແຫ່ງຊາດ ທາງເລກ 12 (ກມ 55+000-128+000, ຍົມມະລາດ-ລັງຄັງ) ໃນວັນທີ 6 ກັນຍາ 2019 ມີນໍ້າຖ້ວມທາງ 3 ຈຸດ ຄື: ກມ 68+000-72+000 ນໍ້າຖ້ວມເລິກ 15-20 ຊັງຕີແມັດ, ກມ 85+200-85+400 ນໍ້າຖ້ວມເລິກ 10 ຊັງຕີແມັດ ແລະ ກມ 86+200-86+500 ນໍ້າຖ້ວມເລິກ 20 ຊັງຕີແມັດ ແລະ ວັນທີ 7-8 ກັນຍາ 2019 ລະດັບນໍ້າແມ່ນເພີ້ມຂື້ນເລື້ອຍໆ. ໃນວັນທີ 9 ກັນຍາ 2019 ຈຸດນໍ້າຖ້ວມທັງ 3 ຈຸດ ໄດ້ເຊື່ອມຕໍ່ໃສ່ກັນເປັນຈຸດດຽວ ແຕ່ ບ້ານ ນາໂສກ, ກມ 64+000 ຫາ ບ້ານ ໄຮ, ກມ 86+500, ລະດັບນໍ້າຖ້ວມເລິກປະມານ 1,20 ແມັດ ການສັນຈອນຖືກຕັດຂາດ, ພະແນກ ຍທຂ ແຂວງຄໍາມ່ວນ ໄດ້ອອກແຈ້ງການ ເຖິງຜູ້ປະກອບການຂົນສົ່ງພາຍໃນ ແລະ ຜ່ານແດນລະຫວ່າງປະເທດ ປິດການສັນຈອນ ເລີ້ມແຕ່ວັນທີ 7 ກັນຍາ 2019 ເປັນຕົ້ນໄປ ເພື່ອຄວາມປອດໄພ. ມາຮອດວັນທີ 10 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງ 23 ຊັງຕີແມັດ, ການສັນຈອນຍັງບໍ່ສາມາດໄປມາໄດ້.

1.2.     ເສັ້ນທາງຫຼວງແຫ່ງຊາດ ທາງເລກ 12 (ຊ່ວງຕອນທາງພູ 18 ກມ, ກມ 128+000-ກມ 146+000, ລັງຄັງ-ຊາຍແດນລາວ/ຫວຽດນາມ) ຢູ່ ກມ 143+500 ໃນວັນທີ 6 ກັນຍາ 2019 ໄດ້ມີດິນເຈື່ອນຈໍານວນຫຼາຍເຈື່ອນຖົມທາງໄດ້ແກ້ໄຂແລ້ວ ໂດຍບໍລິສັດແກ້ວໂພສີ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຊຶ່ງເປັນຜູ້ຮັບຜິດຊອບວຽກສ້ອມແປງ ໃນຕອນທາງດັ່ງກ່າວ, ແຕ່ກໍ່ຍັງສືບຕໍ່ເຈື່ອນເປັນໄລຍະ. ໃນວັນທີ 10 ກັນຍາ 2019 ສືບຕໍ່ເຝົ້າລະວັງ ແລະ ແກ້ໄຂດິນເຈື່ອນ ເນື່ອງຈາກວ່າມີຝົນຕົກ ແຕ່ເວລາ 10:00 ໂມງກາງຄືນ ມາຮອດປະຈຸບັນກໍ່ຍັງສືບຕໍ່ຕົກຢູ່, ການສັນຈອນໄປມາໄດ້ສະເພາະແຕ່ ກມ 86+500 (ບ້ານ ໄຮ)ຈຸດນໍ້າຖ້ວມທາງ ຫາ ຊາຍແດນ ລາວ/ຫວຽດນາມ (ດ່ານນາເພົ້າ/ຈໍຫຼໍ).



 II.   ແຂວງສາລະວັນ.

2.1.     ເສັ້ນທາງເລກ 13 ໃຕ້ (ເມືອງຄົງເຊໂດນ-ປາກເຊ), ກມ 609+000 ເຂດ ບ້າຫີນສິ່ວ, ເມືອງຄົງເຊໂດນ ຖືກນໍ້າຖ້ວມທາງ ໃນວັນທີ 5-8 ກັນຍາ 2019 ການສັນຈອນຖືກຕັດຂາດ, ໃນວັນທີ 9 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງຈາກໜ້າທາງ, ຜ່ານການສໍາຫຼວດ ເກັບກໍາຂໍ້ມູນ ເຫັນວ່າສະພາບໜ້າທາງເປ່ເພຫຼາຍສົມຄວນຍ້ອນນໍ້າກັດເຊາະ ແລະ ໃນວັນທີ 10 ກັນຍາ 2019 ບໍລິສັດຫົງຄໍາ ກໍ່ສ້າງຂົວທາງ ຊຶ່ງເປັນຜູ້ຮັບຜິດຊອບວຽກສ້ອມແປງໃນຕອນທາງດັ່ງກ່າວ ໄດ້ເຂົ້າແກ້ໄຂຖົມຈຸດທີ່ເປ່ເພດ້ວຍຫີນຂົບ ເພື່ອໃຫ້ການສັນຈອນໄປມາໄດ້ໂລ່ງລ່ຽນ ແລະ ພ້ອມກັນນັ້ນ, ຖ້າສະພາບອາກາດອໍານວຍ ກໍ່ຈະສ້ອມແປງຄືນດ້ວຍການປູຢາງໃຫ້ສໍາເລັດໂດຍໄວ. 

2.2.     ເສັ້ນທາງຫຼວງແຫ່ງຊາດ ທາງເລກ 15 (ນາປົ່ງ-ສາລະວັນ), ກມ 13+000 ຫ້ວຍກອດ ເຂດ ເມືອງວາປີ ຖືກນໍ້າຖ້ວມທາງ ໃນວັນທີ 3-8 ກັນຍາ 2019 ການສັນຈອນຖືກຕັດຂາດ, ວັນທີ 9 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງຈາກໜ້າທາງ, ຜ່ານການສໍາຫຼວດ ເກັບກໍາຂໍ້ມູນ ເຫັນວ່າສະພາບໜ້າທາງເປ່ເພຫຼາຍສົມຄວນຍ້ອນນໍ້າກັດເຊາະ ແລະ ໃນວັນທີ 10 ກັນຍາ 2019 ບໍລິສັດສົມໄຊ ຈະເລີນການກໍ່ສ້າງ ຊຶ່ງເປັນຜູ້ຮັບຜິດຊອບວຽກສ້ອມແປງໃນຕອນທາງດັ່ງກ່າວ ໄດ້ເຂົ້າແກ້ໄຂຖົມຈຸດທີ່ເປ່ເພດ້ວຍຫີນຂົບ ເພື່ອໃຫ້ການສັນຈອນໄປມາໄດ້ໂລ່ງລ່ຽນ ແລະ ພ້ອມກັນນັ້ນ, ຖ້າສະພາບອາກາດອໍານວຍ ກໍ່ຈະສ້ອມແປງຄືນດ້ວຍການປູຢາງໃຫ້ສໍາເລັດໂດຍໄວ.

2.3.     ເສັ້ນທາງຫຼວງແຫ່ງຊາດ ທາງເລກ 15 (ສາລະວັນ-ຊດ.ຫວຽດນາມ, ກມ 77+800) ເຂດ ເມືອງສາລະວັນ, ຖືກນໍ້າໄຫຼຊຸ ດິນຖົມທາງເຂົ້າທໍ່ລ່ຽມທັງສອງຂ້າງ ລວມທັງດິນຖົມຫຼັງທໍ່ຂາດ ໃນວັນທີ 5 ກັນຍາ 2019, ລົດບໍ່ສາມາດສັນຈອນຜ່ານໄປມາໄດ້, ໃນວັນທີ 6 ກັນຍາ 2019 ແລະ ໄດ້ກໍ່ສ້າງເຮັດຂົວໄມ້ນ້ອຍເພື່ອໃຫ້ລົດຈັກໄປມາໄດ້, ພ້ອມກັນນັ້ນກໍ່ໄດ້ຖົມດິນເຮັດທາງເວັ້ນເພື່ອແກ້ໄຂການສັນຈອນ ສໍາເລັດ ໃນເວລາ 10:00 ໂມງ ຂອງ ວັນທີ 8 ກັນຍາ 2019 ໄດ້ເປີດການສັນຈອນຜ່ານໄດ້ ທັງລົດນ້ອຍ ແລະ ລົດບັນທຸກໜັກ. ເພື່ອແກ້ໄຂການສັນຈອນ ແລະ ຮັບປະກັນ ໃນກໍລະນີຝົນຕົກແຮງຈະເຮັດໃຫ້ທາງເວັ້ນຂາດ ບໍລິສັດສົມໄຊ ຈະເລີນການກໍ່ສ້າງ ຊຶ່ງເປັນຜູ້ຮັບຜິດຊອບວຽກສ້ອມແປງໃນຕອນທາງດັ່ງກ່າວ ໄດ້ຕິດຕັ້ງຂົວເຫຼັກເບເລປະເພດ 2ແຖວ 1ຊັ້ນ ໃສ່ຈຸດທໍ່ຂາດ ເພື່ອຮັບປະກັນສັນຈອນໄປມາໄດ້ຈົນກວ່າໝົດລະດູຝົນນີ້ ຄາດວ່າຈະສໍາເລັດປູແຜ່ນພື້ນຂົວ ແລະ ເທເບຕົງທາງເຂົ້າຂົວ ສໍາເລັດໃນວັນທີ 10 ກັນຍາ 2019 ແລະ ຈະສາມາດເປີດການສັນຈອນຜ່ານຂົວໄດ້ ເປັນປົກກະຕິ ໃນວັນທີ 11 ກັນຍາ 2019 ເປັນຕົ້ນໄປ.





III. ແຂວງຈໍາປາສັກ.

3.1.     ເສັ້ນທາງຫຼວງແຫ່ງຊາດ ທາງ 13 ໃຕ້ (ກມ 654+000, 663 ແລະ 664) ເຂດ ບ້ານສີວິໄລ, ເມືອງຊະນະສົມບູນ ແລະ ນະຄອນປາກເຊ ໃນວັນທີ 4-6 ກັນຍາ 2019, ເກີດມີນໍ້າຖ້ວມທາງ ຄວາມຍາວ 1.200 ແມັດ, ເລິກ 70 ຊັງຕີແມັດ ການສັນຈອນບໍ່ສາມາດຜ່ານໄດ້. ໃນວັນທີ 9 ກັນຍາ 2019 ນໍ້າໄດ້ຫຼຸດລະດັບລົງຈາກໜ້າທາງ ການສັນຈອນໄປມາໄດ້ແຕ່ຕ້ອງລະມັດລະວັງ ເນື່ອງຈາກສະພາບໜ້າທາງ ແລະ ບ່າທາງຖືກນໍ້າກັດເຊາະຮອດເຄິ່ງກາງທາງ, ບໍລິສັດປັນຍາທິລາດ ຊຶ່ງເປັນຜູ້ຮັບຜິດຊອບວຽກສ້ອມແປງໃນຕອນທາງດັ່ງກ່າວ ໄດ້ເຂົ້າແກ້ໄຂດ້ວຍການຖົມຫີນ ແລະ ໃນວັນທີ 10 ກັນຍາ 2019 ໄດ້ສືບຕໍ່ແກ້ໄຂເພື່ອຮັບປະກັນການສັນຈອນ, ຖ້າສະພາບອາກາດອໍານວຍ ກໍ່ຈະສ້ອມແປງຄືນດ້ວຍການປູຢາງໃຫ້ສໍາເລັດໂດຍໄວ.

3.2.     ເສັ້ນທາງຫຼວງແຫ່ງຊາດ ທາງເລກ 18 ເອ (ເມືອງປະທຸມພອນ-ເຊຄໍາພໍ) ກມ 3+800 ເຂດ ບ້ານທ່າຮູ້, ເມືອງປະທຸມພອນ ໃນວັນທີ 4-6 ກັນຍາ 2019 ເກີດມີນໍ້າຖ້ວມທາງ, ເລິກ 50 ຊັງຕີແມັດ, ໃນວັນທີ 6 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງແຕ່ກໍ່ຍັງສູງຢູ່ ການສັນຈອນໄປມາໄດ້ ແຕ່ຕ້ອງໄດ້ລະມັດລະວັງ. ມາຮອດວັນທີ 9 ກັນຍາ 2019 ນໍ້າໄດ້ຫຼຸດລະດັບລົງຈາກບ່າທາງແລ້ວ ການສັນຈອນໄປມາໄດ້ແຕ່ຕ້ອງລະມັດລະວັງ ເນື່ອງຈາກສະພາບບ່າທາງຖືກນໍ້າກັດເຊາະຮອດໃຈກາງທາງ ປະຈຸບັນກໍາລັງກະກຽມເຄື່ອນຍ້າຍກົນຈັກເຂົ້າສ້ອມແປງ.



IV. ແຂວງເຊກອງ.


4.1.     ເສັ້ນທາງຫຼວງແຫ່ງຊາດ ທາງ 16 ເບ (ເຊກອງ-ດັກຈຶງ), ກມ 37+100 ແລະ ກມ 80+200 ເຂດ ເມືອງລະມາມ ແລະ ເມືອງດັກຈຶງ, ໃນວັນທີ 3-4 ກັນຍາ 2019, ເກີດມີດິນເຈື່ອນຫຼາຍຈຸດ, ການສັນຈອນຖຶກຕັດຂາດ, ໃນວັນທີ 5 ກັນຍາ 2019 ໄດ້ແກ້ໄຂຕັກດິນເຈື່ອນອອກໝົດແລ້ວ ການສັນຈອນໄປມາໄດ້ເປັນປົກກະຕິ.


4.2.     ເສັ້ນທາງຫຼວງແຫ່ງຊາດ ທາງ 1 ໄອ, ກມ 9+800 ເຂດ ເມືອງລະມາມ, ໃນວັນທີ 3-4 ກັນຍາ 2019, ເກີດມີນໍ້າຖ້ວມທາງ ແລະ ຂົວຫ້ວຍລໍາພັນ, ເລິກ 2.0 ແມັດ, ການສັນຈອນຖຶກຕັດຂາດ, ໃນວັນທີ 5 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງ ການສັນຈອນໄປມາໄດ້ເປັນປົກກະຕິ, ສະພາບ

ໜ້າທາງເປ່ເພເລັກນ້ອຍ.

 V.  ແຂວງອັດຕະປື.

5.1.     ເສັ້ນທາງຫຼວງແຫ່ງຊາດ ທາງ 1 ໄອ (ເຊກອງ-ອັດຕະປື) ກມ 39-40 ເຂດ ເຂື່ອນຫ້ວຍເຫາະ, ເມືອງສາມັກຄີໄຊ ໃນວັນທີ 3-5 ກັນຍາ 2019, ເກີດມີນໍ້າຖ້ວມທາງ ຄວາມຍາວ 1.200 ແມັດ, ເລິກ 70ຊັງຕີແມັດ, ການສັນຈອນຖຶກຕັດຂາດ ບໍ່ສາມາດສັນຈອນໄປແຂວງເຊກອງ ແລະ ແຂວງຈໍາປາສັກໄດ້, ໃນວັນທີ 6 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງ ຍັງເຫຼືອ 1 ຈຸດ ຄວາມເລິກ 50 ຊັງຕີແມັດ, ການສັນຈອນໄປມາໄດ້ ແຕ່ຕ້ອງໄດ້ລະມັດລະວັງ. ໃນວັນທີ 9 ກັນຍາ 2019 ນໍ້າໄດ້ຫຼຸດລະດັບລົງຈາກໜ້າທາງ ການສັນຈອນໄປມາໄດ້ເປັນປົກກະຕິ, ສະພາບໜ້າທາງ ແລະ ບ່າທາງເປ່ເພເລັກນ້ອຍ.

5.2.     ເສັ້ນທາງຫຼວງແຫ່ງຊາດ ທາງ 18 ເອ (ເມືອງສາມັກຄີໄຊ-ເມືອງສະໜາມໄຊ-ເຊຄໍາພໍ) ໃນວັນທີ 3-6 ກັນຍາ 2019, ເກີດມີນໍ້າຖ້ວມທາງຫຼາຍຈຸດ ເລິກ 50-100 ຊັງຕີແມັດ, ການສັນຈອນໄປມາຖືກຕັດຂາດ. ໃນວັນທີ 9 ກັນຍາ 2019 ລະດັບນໍ້າຍັງບໍ່ຫຼຸດລົງ ຢູ່ຊ່ວງ ກມ 64+000 (ຂົວເຊປຽນ) ໄປຫາ ເຊຄໍາພໍ (ຊດ.ຈໍາປາສັກ) ລະດັບນໍ້າເລິກປະມານ 1,60 ແມັດ ການສັນຈອນຍັງບໍ່ສາມາດໄປມາໄດ້. ໃນວັນທີ 10 ກັນຍາ 2019 ລະດັບນໍ້າໄດ້ເພີີ້ມຂື້ນຕື່ມເລັກນ້ອຍ ການສັນຈອນຍັງຖືກຕັດຂາດ.


 


ສໍາລັບມູນຄ່າຄວາມເສຍຫາຍທີ່ເກີດຂື້ນ ຈະໄດ້ເກັບກໍາ, ສັງລວມ ລາຍງານໃຫ້ຊາບ ຕາມພາຍຫຼັງ, ຫຼັງຈາກລະດັບນໍ້າໄດ້ຫຼຸດລົງເປັນປົກກະຕິ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250