Ministry News

ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຂົນສົ່ງທາງບົກ 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ (CLV)

2013-01-23 - Administrator



ເພື່ອ​ເຮັດ​ໃຫ້ ສ​ປປ ລາວ ມີ​ທາງ​ອອກ​ສູ່​ທະ​ເລ ​ແລະ ທາງ​ເລືອກ​​ໃນ​ການ​ນຳ​ໃຊ້​ທ່າ​ເຮືອ​ທະ​ເລນ້ຳເລິ່ກຫລາຍ​ຂື້ນ, ປະ ຕິບັດ​ນະ​ໂຍບາຍ ຂອງ​ລັດຖະບານ ​ໃນ​ກາ​ນຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ​ໃຫ້ກາຍ​ເປັນ​ປະ​ເທດ​ເຊື່​ອມຕໍ່ ​ແລະ ບໍ​ລິກາ​ນທາງຜ່ານ​ດ້ານ​ຄົມມະນາຄົມ-ຂົນ​ສົ່ງ ​ແລະ ພ້ອມ​ທັງ​ເປັນ​ການ​ຜັນ​ຂະຫຍາຍ​ກອບ​ການ​ຮ່ວມ​ມື​ໃນ​ເຂດ 3 ຫລ່ຽມ​ພັດທະນາ (Development Triangle Area “DTA”) ​ໃຫ້ປະກົດ​ຜົນ​ເປັນ​ຈິງ. ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສປປ ລາວ ຈຶ່​ງ​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ​ຂໍ​ລິ​ເລີ່​ມ​ໃນ​ການ​ສ້າງ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງບົກ 3 ຝ່າຍ ລະຫວ່າງ​ ລາວ-ກຳປູ​ເຈຍ-ຫວຽດ​ນາມ ຂື້ນ ຊຶ່ງ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການນຳ ຂອງ 3 ປະ​ເທດ ໄດ້​ແລກປ່ຽນ​ການ​ຢ້ຽມ​ຢາມ ​ແລະສຳ​ຫລວດ​ເສັ້ນທາງ​ໃນ​ເຂດ 3 ຫລ່ຽມ​ພັດທະນາ ​ຫລາຍ​ຄັ້ງ. ນັບ​ແຕ່​ມີ​ການ​ລິເລີ່​ມດັ່ງກ່າວ, ​ໄດ້​ມີ​ການ​ປຶກສາ​ຫາລື 3 ຝ່າຍ ລາວ-ກຳປູ​ເຈຍ-ຫວຽດນາມ ທັງ​ເປັນ​ທາງ​ການ ​ແລະ​ບໍໍ່ເປັນ​ທາງ​ການ ຈຳນວນ​ຫລາຍ​ຄັ້ງ ສຳລັບ​ການ​ປຶ​ກສາ​ຫາລື​ເປັນ​ທາງ​ການ ມີ 3 ຄັ້ງ​ຄື: ຄັ້ງ​ທີ 1 ປີ 2010 ທີ່​ເມືອງ​ດົ່ງ​ສ່ວາຍ, ​ແຂວງ​ບີ່​ງ​ເຝືອກ, ປະ​ເທດ ຫວຽດນາມ, ຄັ້ງ​ທີ 2 ປີ 2011 ທີ່​ນະຄ​ອນຫຼວງ​ວຽງ​ຈັນ, ສປປ ລາວ ​ແລະ ຄັ້ງ​ທີ 3 ປີ 2012 ທີ່​ເມືອງ​ດາ​ຫລາດ, ​ແຂວງ​ເລີມດົງ, ປະ​ເທດ​ຫວຽດນາມ ຈຶ່ງ​ສາມາດ​ຕົກ​ລັງ​ກັນ​ໄດ້​ເນື້ອ​ໃນ​ຂອງ MOU ສະບັບ​ນີ້. ສຳລັບ​ຈຸດ​ປະສົງ​ຂອງ MOU ​ແມ່ນ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາງບົກ 3 ປະ​ເທດ​ ໄດ້​ໄປມາຫາສູ່​ກັນ ​ແລະ ຂ້າມ​ແດນ​ຜ່ານ​ປະ​ເທດ​ໜຶ່ງ ​ໄປ​ຫາ​ອີກ​ປະ​ເທດ​ໜຶ່ງ ຢ່າງ​ສະດວກ​ສະບາຍ​ໂດຍ​ຜ່ານ​ດ່ານ​ສາກົນ​ທຸກ​ດ່ານ ຂອງ​ແຕ່ລະ​ປະ​ເທດ. ​ໃນ​ເບື້ອງ​ຕົ້ນ​ແມ່ນ​ກຳນົດ​ເອົາ​ພາຫະນະ​ປະ​ເທດ​ລະ 150 ຄັນ ​ແລະ ສາມາດ​ເພີ່ມ​ຈຳນວນ​ໄດ້​ບົນ​ພື້ນຖານ​ການ​ເຫັນ​ດີ ຈາກ​ປະ​ເທດ​ພາຄີ ທັງ 3, ສ່ວນ​ພາຫະນະ​ທີ່​ບໍ່​ເຮັດ​ທຸລະ​ກິດ​ເຊັ່ນ: ລົດ​ທາງ​ການ ​ແລະ ການ​ທູດ​ແມ່ນ​ສາ​ມາດໄປ​ໄດ້. ສຳລັບຜົນ​ປະ​ໂຫຍ​ດທີ່​ຈະ​ໄດ້​ຮັບ​ຈາກ​ການ​ລົງ​ນາມ MOU ສະບັບ​ນີ້ ​ແມ່ນ​ສ້າ​ງ​ໂອກາດ​ໃຫ້ ສປປ ລາວ ​ໄດ້​ມີ​ທາງ​ເລືອກ​ໃນ​ການ​ອອກ​ສູ່​ທ່າ​ເຮືອ​ທະ​ເລ ຂອງ​ກຳປູ​ເຈຍ ​ແລະ ຫວຽດນາມ ​ແລະ​ສາມາດ​ຜ່ານ​ກຳປູ​ເຈຍ ​ໄປ​ຫາ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ຫວຽດນາມ ດ້ວຍ​ໄລຍະ​ທາງ​ທີ່​ສັ້ນ. ຮ່ວມ​ລົງ​ນາມ MOU ດັ່ງກ່າວ​ປະກອບ​ດ້ວຍ​ລັດ​ຖະມົນຕີ​ວ່າການ​ກະຊວງ​ຂົນ​ສົ່ງ 3 ປະ​ເທດ​ຄື: 1) ພະນະ​ທ່ານ ສົມ​ມາດ ພົລ​ເສນາ, ລັດຖະມົນຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ​ແຫ່ງ ສປປ ລາວ,​ 2) ພະນະ​ທ່ານ​ ຕຣາມ ອິບ ຕຶກ (Tram lv Tek), ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງຣາຊະ​ອານາຈັກ​ກຳປູ​ເຈຍ ​ແລະ 3) ພະນະ​ທ່ານ ດີ່ງ ຫລ້າ ທັງ (Ding La Thang), ລັດຖະມົນ​ຕີ​ວ່າ​ການກະຊວງຄົມມະນາຄົມ-ຂົນ​ສົ່ງ ​ແຫ່ງ ສສ ຫວຽດນາມ, ນອກຈາກ​ນັ້ນ, ຍັງ​ມີ​ພະນະ​ທ່ານ ຊັດ​ຊາດ ສິດ​ທິພັນ (Chatchard Sittipunt),​ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ ​ແຫ່ງຣາຊະ​ອານາ​ຈັດ​ໄທ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິຍານ ​ແລະ​ຜູ້​ສັງ​ເກດ​ການ ມີ​ພະນະ​ທ່ານ ດຣ. ສອນ​ໄຊ ສີ​ພັນ​ດອນ ​ເຈົ້າ​​ແຂວງໆ​ຈຳປາ​ສັກ ​ເຂົ້າ​ຮ່ວມ​ໃນ​ນາມ​ເປັນ​ເຈົ້າ​ພາບ​ພິທີ​ລົງ​ນາມ​ໃນ​ຄັ້ນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250