Ministry News

ກອງປະຊຸມ ສາມັນຄົບຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5 ສະໄໝທີ III

2013-01-15 - Administrator

ໃນ​ຕອນເຊົ້າຂອງວັນ​ທີ 14 ມັງກອນ 2013 ຢູ່​ທີ່ຫ້ອງ​ປະຊຸມ​ເບີ 3 ​ຂອງກະຊວງຍທຂໄດ້​ມີພິທີເປີດ​ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ພັກ​ກະຊວງ​ໂຍທາ​ທິການ​ແລະຂົນ​ສົ່ງຄັ້ງ​ທີ 5 ສະ​ໄໝ​ທີ III ຂື້ນ, ​ໂດຍ​ພາຍໃຕ້ການ​ເປັນ​ປະທານ​ຂອງ​ທ່ານສົມ​ມາດພົລ​ເສນາລັດຖະມົນ​ຕີ​ວ່າການ​ກະ​ຊວງ​​ໂຍທາ​ທິການ​ແລະ​ຂົນ​ສົ່ງພ້ອມ​ຄະນະພັກທົ່ວກະຊວງກໍໄດ້ເຂົ້າຮ່ວມ​.     


ກອງ​ປະຊຸມໃນ​ຄັ້ງ​ນີ້, ສຸດ​ທີ່​ມີ​ຄວາມ​ໝາຍຄວາມ​ສຳຄັນ​ເພາະເປັນການ​ກັນ​ຕີ​ລາຄາ​ຄືນ​ໃນການ​ປະ​ຕິບັດ ມະຕິ​ຂອງກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ພັກ​ກະຊວງ ຄັ້ງ​ທີ 4 ສະ​ໄໝ​ທີ III ຂອງ​ອົງຄະ​ນະພັກ​ກະຊວງ ທີ່ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ແຜນການ 3 ​ເດືອນ ຕໍ່ໜ້າ, ພ້ອມ​ທັງ​ພິຈາລະນາ ບັນຫາ​ສຳ​ຄົນ​ຕ່າງ​ໆ ​ເພື່ອ​ສຶບຕໍ່​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ 4 ບຸກທະລຸ ກໍ່​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະ​ຊວງ ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຂອງ​ຂະ​ແໜງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້ປະກົດ​ຜົນ​ເປັນ​ຈິງ ​ແລະ ສຶບຕໍ່​ນຳພາ​ກະຊວງ​ ຍທຂ ສຸ່ມ​ໃສ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງ​ຄົມ​ຂອງ​ລັດ 5 ປີ ​ຄັ້ງ​ທີ VII ພ້ອມ​ກັນ​ສູ້​ຊົນ​ ເຮັດ​ໃຫ້​ປະ​ເທດ​ຊາດ​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ດ້ອຍພັດທະນາ ​ໃນ​ປີ 2020. ​


​ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ຄົ້ນຄ້ວາ​ຕີ​ລາຄາ, ພິຈາລະນາ ​ແລະ​ຮັບຮອງ​ເອົາ​ຫຼາຍ​ບັນຫາ​ທີ່​ສຳຄັນ​ຄື: ສະຫລຸ​ບຕີ​ລາຄາການ​ປະຕິບັດ​ວຽກ​ງານ 3 ​ເດືອນ​ທ້າຍ​ປີ 2012 ​ແລະ​ວາງ​ທິດທາງແຜນການ​ໃນ​ຕໍ່ໜ້າ ຂອງ​ອົງຄະ​ນະ​ພັກ​ກະ​ຊວງ, ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ຂອງ​ຄະນະ​ປະຈຳ​ພັກ​ກະຊວງ, ລາຍ​ງານ​ການ​ເຄື່ອນ​ໄຫວ​ນຳພາ​ຂອງ ຄະນະ​ພັກ​ຮາກ​ຖານກົມ​ເຄ ​ແລະ ຜັງ​ເມືອງ,  ລາຍ​ງານ​ການ​ເຄື່ອນ​ໄຫວ​ນຳພາ​ຂອງ ໜ່ວຍ​ພັກ​ຮາກ​ຖານ ກົມ​ໂຍທາ​ທິ​ການ ທາງ​ນ້ຳ ແລະ ລາຍ​ງານ​ກ່ຽວກັບ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ກະຊວງ ປະຈຳປີ 2012.


 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250