Ministry News

ຄະນະຜູ້ແທນຂັ້ນສູງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຢ້ຽມຢາມ ແລະ ປຶກສາຫາລື ກ່ຽວກັບ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ມຽນມາ

2013-01-11 - Administrator

 ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຈໍ ລິນ, ລັດຖະມົນຕີວ່າການ ກະຊວງ ກໍ່ສ້າງ ແຫ່ງ ສ. ມຽນມາ, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ.ມຽນມາ ໃນລະຫວ່າງວັນທີ 8-10 ມັງກອນ 2013 ໂດຍມີຈຸດປະສົງ ເພື່ອສືບຕໍ່ປຶກສາ ຫາລື ກັບ ກະຊວງ ກໍ່ສ້າງ, ສ.ມຽນມາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ - ມຽນມາ ລະຫວ່າງ ຊຽງກົກ (​ແຂວງ​ຫຼວງນ້ຳທາ, ສປປລາວ) ແລະ ແກ້ງລາບ (ສ.ມຽນມາ). ກອງປະຊຸມພົບ ປະສອງຝ່າຍຄັ້ງນີ້ ​ໄດ້ຈັດຂື້ນ ​ໃນ​ເວລາ 13:00 ​ໂມງ ຂອງ ວັນ​ທີ 9 ມັງກອນ 2013 ທີ່ ຫ້ອງປະຊຸມ​ ກະຊວງ ກໍ່ສ້າງ, ນະຄອນຫຼວງເນປີຕໍ ໂດຍທັງສອງຝ່າຍ ໄດ້ຄົ້ນຄ້ວາ​ປຶກສາ​ຫາລື, ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ແລະ ຕົກລົງ ເປັນເອກະພາບກັນ ກ່ຽວກັບບັນຫາດ້ານເຕັກນິກການກໍ່ສ້າງ, ການຈັດຊື້ຈັດຈ້າງບໍລິສັດທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ, ການກຳນົດເຂດກໍ່ສ້າງ ແລະ ວັນເວລາວາງສີລາລືກເປີດການກໍ່ສ້າງຂົວດັ່ງກ່າວ ຊຶ່ງ ຈະໄດ້ຈັດຂື້ນໃນວັນທີ 16 ກຸມພາ 2013 ທີ່ຈະມາເຖິງນີ້.


ພ້ອມດຽວກັນນີ້, ໃນວັນດຽວກັນຄະນະ​ຜູ້​ແທນ ກະຊວງ ຍທຂ ຍັງ​ໄດ້​ເຂົ້າຢ້ຽມຂຳ​ນັບ ພະນະທ່ານ ປະທານາທິບໍດີ ​ເທນ ​ເຊນ ​ແຫ່ງ ສ.ມຽນມາ. ​ໃນ​ໂອກາດ​ນີ້ ທ່ານ ປະທານາທິບໍດີ ​ໄດ້​ຕີ​ລາຄາ​ສູງ​ຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ ລາວ-ມຽນມາ ຊຶ່ງ​​ເປັນສອງ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ ​ແລະ ​ເປັນ​ເພື່ອນ​ມິດ​ທີ່​ດີ​ນຳກັນ​ມາ​ແຕ່​ດົນ​ນານ ​ແລະ ​ໄດ້​ຊົມ​ເຊີຍຕໍ່ການ​ມາ​ເຮັດ​ວຽກຂອງຄະນະ​ຜູ້​ແທນ ກະຊວງ ຍທຂ ລາວ ​ໃນ​ຄັ້ງນີ້, ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍສຳຄັນ​ຂອງ​​ໂຄງການ​ກໍ່ສ້າງ​ຂົວ​ດັ່ງກ່າວ ​ຊຶ່ງຈະ​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ ການ​ຄົມມະ ນາຄົມ-ຂົນ​ສົ່ງ ກໍ​ຄືການ​ໄປມາຫາສູ່ຂອງ​ປະຊາຊົນ​ສອງ​ຊາ​ດ ລາວ-ມຽນມາ ແລະ ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ ​​ເປັນຕົ້ນ​ແມ່ນ ສສ ຫວຽດນາມ ແລະ ສປ ຈີນ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ທ່ອງ​ທ່ຽວ ​ຮ່ວມກັນ ແລະ ຮຽກຮ້ອງ ໃຫ້ທັງສອງຝ່າຍ ລາວ - ມຽນມາ ໃຫ້ມີການປະສານສົມທົບກັນ ເພື່ອເຮັດໃຫ້ການກໍ່ສ້າງຂົວດັ່ງ ກ່າວ ສໍາເລັດໄວ ຕາມແຜນການ. ສຳລັບ​ຝ່າຍ​ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ປະທານາທິບໍດີ ເທນ ເຊນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ການຊີ້ນຳຊຸກຍູ້ຕໍ່ໂຄງການດັ່ງກ່າວເປັນພິເສດ, ພ້ອມທັງ​ໄດ້​ແຈ້ງ​ໃຫ້ ທ່ານ ຜູ້ນຳ​ສູງ​ສຸດ ຂອງ ມຽນມາ​ ຊາບ​ ກ່ຽວກັບການ​ປຶກສາ​ຫາລື ກັບ​ກະຊວງ ກໍ່ສ້າງ​ ມຽນມາ ​​ໂດຍທັງສອງຝ່າຍ ສາມາດຕົກລົງບັນຫາ ຕ່າງໆໄດ້ຕາມຄາດໝາຍ, ພ້ອມທັງການກະກຽມວາງສີລາລືກເປີດການກໍ່ສ້າງຂົວດັ່ງກ່າວ ໃນວັນທີ 16 ກຸມພາ 2013.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250