Ministry News

ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ກະຊວງໂຍທາທິການ ແລະຂົນສົ່ງ

2013-01-09 - Administrator







 ໃນຕອນເຊົ້າຂອງວັນທີ 7 ມັງກອນ 2013 ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ວຽກງານເສດຖະກິດໄດ້ລົງຊີ້ນຳຂົງເຂດວຽກງານຂະແໜງໂຍທາທິການແລະຂົນສົ່ງທີ່ສູນຮ່ວມມືສາກົນແລະຝືກອົບຮົມ (ICTC), ໂດຍມີທ່ານສົມມາດພົລເສນາລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ມີບັນດາຫົວໜ້າກົມ, ຮອງກົມ, ສູນເຝືກ, ສະຖາບັນ, ສະພາວິທະຍາສາດ-ເຕັກໂນໂລຊີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານອາວຸໂສ, ພະນັກງານບຳນານ ແລະ ບັນດາລັດວິຫາຫະກິດອ້ອມຂ້າງ, ກໍໄດ້ເຂົ້າຮ່ວມ.    ໃນການລົງຊີ້ ນຳຂົງເຂດວຽກງານ ພາຍໃນກະຊວງ ຍທຂ ໃນຄັ້ງນີ້ ທ່ານຮອງນາຍຍົກລັດຖະມົນຕີ ໄດ້ຍົກເອົາບົດຮຽນທີ່ສຳຄັນໃນບາງຕອນ ຂອງ ທ່ານປະທານ ໄກສອນ ພົມວິຫານ, ຊື່ງເພື່ນໄດ້ມີຄວາມເຫັນຕໍ່ກອງປະຊຸມຂອງວຽກງານຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ທົ່ວປະເທດຄັ້ງທີ 1 ໃນວັນທີ 11-15 ກຸມພາ 1991 ທີ່ຜ່ານມາ, ເພື່ອນຳເອົາແນວຄວາມຄິດຂອງ ເພື່ນມາເປັນບ່ອນອີງ ແລະ ເປັນແນວ ທາງໃນ ການປະຕິບັດໜ້າທີ່ວຽກງານດັ່ງກ່າວແລະບົດລາຍງານ ຂອງທ່ານ ບົວທອງ ວົງລໍຄຳ ກ່ຽວກັບວຽກງານຄົມມະນາ ຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ເຫັນວ່າ “ໃນ 15 ປີທີ່ຜ່ານມາ ພັກ-ລັດຖະບານພວກເຮົາໄດ້ສຸມທຶນຮອນເປັນ ຈຳນວນຫຼວງຫຼາຍ ແລະ ແຮງງານໃນຈຳນວນບໍ່ໜ້ອຍ ເພື່ອການພັດ ທະນາວຽກງານຄົມມະນາຄົມ ທີ່ພັກເຮົາຖືເອົາ ເປັນຂະແໜງການປາຍແຫຼມຂອງການພັດທະນາພື້ນຖານໂຄງລ່າງເສດ ຖະກິດແຫ່ງຊາດ ແລະ ຂະແໜງການຂອງ ພວກເຮົາກໍສາມາດຍາດຜົນງານອັນໃຫຍ່ຫຼວງ, ທີ່ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນນັ້ນພວກເຮົາຍັງສາມາດສ້າງພະນັກງານ, ກຳມະກອນ, ວິສະວະກອນ, ເຕັກນິກທີ່ຜ່ານ ການເຮັດ ວຽກງານຕົວຈິງ ແລະ ໄດ້ສະສົມບົດຮຽນອັນລ້ຳຄ່າ ເພື່ອເປັນຕົວແບບ ໃນການກ້າວໄປຂ້າງໜ້າໃຫ້ມີ ປະສິດທິຜົນສູງ” ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນຕື່ມອີກ ໃນບາງ ບັນຫາບໍ່ວ່າຈະເປັນດ້ານ ການຂົນສົ່ງທາງບົກ, ທາງນ້ຳ, ທາງອາກາດ ແລະ ການກໍ່ສ້າງເສັ້ນທາງຄົມມະນາຄົມ ຂົນສົ່ງ ບາງສາຍຍັງພົບບັນຫາເປັນຕົ້ນ ແມ່ນທາງເລກ 9, ທາງ 13 ແຕ່ສາມແຍກດອນໜູນ ຫາບ້ານໄຮ່ທີ່ໄດ້ຮັບ ການເປ່ເພ ແລະ ເປັນຫາງສຽງຂອງປະຊາຊົນ.


      ໃນຕອນທ້າຍຍັງມີການປະກອບຄຳຄິດເຫັນຂອງພະນັກງານບຳນານ, ຫົວໜ້າກົມແລະ ລັດວິສາຫະກິດ. ເພື່ອ ຊ່ວຍກັນແກ້ໄຂບັນຫາທີ່ເກີດຂຶ້ນແລະຈະເກີດຂື້ນໃນຕໍ່ໜ້າ. ນີ້ແມ່ນຂີດໝາຍໜຶ່ງຂອງການເລີ່ມຕົ້ນປະຕິບັດ ວຽກງານ ໃນປີ 2013 ເພື່ອຍາດແຍ່ງຜົນງານ, ຜົນປະໂຫຍດອັນສູງມາສູ່ສັງຄົມກໍຄືປວງຊົນລາວທັງຊາດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250