Ministry News

ມະຫາວິທະຍາໄລ ຄົມມະນາຄົມ ຂົນສົ່ງ ຮ່າໂນ້ຍ, ສສຫວຽດນາມ ມອບໃບປະກາດສະນີຍະບັດປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງ ຍທຂ

2012-12-28 - Administrator







ໂດຍ​ເຫັນ​ໄດ້​ເຖິງ​ຜົນງານ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ ​ແລະ ​ບໍ່ຮູ້​ອິດ​ຮູ້​ເມື່ອຍຕະລອດ​ມາ ​ໃນ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ການ​ຮ່ວມ​ມືດ້ານ​ຄົມມະນາຄົມ ຂົນ​ສົ່ງ ລະຫວ່າງ ສປປລາວ ​ແລະ ສສຫວຽດນາມ ຂອງ ທ່ານ ສົມ​ມາດ ພົລເສນາ, ລັດຖະມົນຕີ​ວ່າການ ກະຊວງ ​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ​,  ມະຫາວິທະຍາ​ໄລ ຄົມມະນາຄົມ ຂົນ​ສົ່ງ ຮ່າ​ໂນ້ຍ, ສສຫວຽດນາມ ຈຶ່ງໄດ້​ຕົກລົງ​ມອບ​ໃບ​ປະກາດ​ສະ​ນີຍະ​ບັດປະລິ​ນຍາ​ເອກ​ກິດ​ຕິ​ມະ​ສັກ ​ໃຫ້​ແກ່ ທ່ານ ສົມມາດ ພົລ​ເສນາ, ​ໂດຍ​ໄດ້​ຈັດພິທີ​ຂື້ນໃນຕອນ​ເຊົ້າ ຂອງ ວັນ​ທີ 27 ທັນວາ 2012 ທີ່ຫໍ​ປະຊຸມ​ໃຫ່ຍຂອງ​ມະຫາວິທະຍາ​ໄລ ​ໂດຍ​​ແມ່ນທ່ານ ສຈ ດຣ. ​ເຈິນ ດັກ ຊູ, ອະທິການ​ບໍດີ ​ເປັນ​ຜູ້​ມອບ​​ໃບ​ປະກາດ​ສະ​ນີຍະ​ບັດ​ ​ແລະ ​ໃຫ້ກຽດ​ເຂົ້າຮ່ວມພິທີ​ມີ ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ສຶກສາ​ທິການ ​ແລະ ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ຄົມມະນາຄົມ ຂົນ​ສົ່ງ ສສຫວຽດນາມ, ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ສປປລາວ, ທ່ານ ຮອງ​ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ທ່ານ ຜູ້ຕາງໜ້າສະຖານ​ເອກ​ອັກຄະ​ລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ, ພ້ອມ​ດ້ວຍບັນດາ​ທ່ານ ຮອງ​ອະທິການ​ບໍດີ, ຄະນະບໍດີ ​ແລະ ນັກ​ສຶກສາ​ຂອງ ມະຫາ​ວິທະຍາ​ໄລ​ດັ່ງກ່າວ. ​​ໃນ​ໂອກາດ​ນີ້, ທ່ານ ລັດຖະມົນ​ຕີ​ວ່າການ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຢ່າ​ງຈິງ​ໃຈ​ມາ​ຍັງ​ທາງ​ມະຫາວິທະຍາ​ໄລ​ ທີ່​ໄດ້​ມອບ​ໃບ​ປະກາດ​ດັ່ງກ່າວ​ໃຫ້ ​ແລະ ການ​ປະກອບສ່ວນ​ຢ່າງ​ຫຼວງຫຼາຍ​ໃນ​ການ​ກໍ່ສ້າງ​ພັດທະນາ​ຊັບພະຍາກອນ​ມະນຸ​ດຂອງລາວ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຢືນຢັນ​ຈະ​ສືບຕໍ່ຮັດ​ແໜ້ນ​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ ​​ລາວ - ຫວຽດນາມ ໃຫ້​ໄດ້​ຮັບ​ການ​ພັດທະນາ​ດີ​ຍິ່ງ​ຂື້ນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250