Ministry News

ກອງປະຊຸມຜັນຂະຫາຍາຍຜົນສຳເລັດຂອງກອງປະຊຸມ ຈັດຕັ້ງທົ່ວປະເທດ ຄັ້ງທີ 9 ຂອງພັກ, ກະຊວງ ຍທຂ

2012-12-25 - Administrator





 ​ໃນ​ວັນ​ທີ 20 ທັນວາ 2012 ຢູ່​ທີ່​ຫ້ອງ​ປະຊຸມ​ເບີ 01 ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະ​ຫຍາຍຜົນສຳເລັດ ຂອງ​ກອງ​ປະຊຸມ​ຈັດ​ຕັ້ງ ​ທົ່ວ​ປະ​ເທດ ຄັ້ງ​ທີ 9 ຂອງ​ພັກ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ​ ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ,​ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ຈັນ​ສີ ​ໂພ​ສີຄຳ ​ເລຂາທິການ​ສູນ​ກາງ​ພັກ,​ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ,​ ມີ​ບັນດາ​ຫົວໜ້າ​ກົມ, ຫ້ອງການ​,​ ອົງການ, ສະ​ຖາ​ບັນ, ສະພາ​ວິທະຍາ​ສາດ,​ ກອງ​ວິຊາ​ການ, ສູນ​ຝຶກ ​ແລະ​ພະນັກງານ​ ທີ່​ເຮັດ​ວຽກ​ຈັດ​ຕັ້ງ​ບໍລິຫານ​ຂອງ​ແຕ່​ລະ​ພາກ​ສ່ວນ​ເຂົ້າ​ຮ່ວມ​ທັງ​ໝົດ 125 ທ່ານ.


      ​ໃນ​ນີ້ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກໍ​ໄດ້​ແຜີ​ຍ​ແຜ່​ບົດ​ລາຍ​ງານ​​ຜົນສຳ​ເລັດ​ຂອງ ກອງ​ປະຊຸມ​ຈັດ​ຕັ້ງ ​ທົ່ວ​ປະ​ເທດ ຄັ້ງ​ທີ 9 ຂອງ​ພັກ (ສະບັບ​ຄັດ​ຈ້ອນ) ​ເພື່ອ​ເຮັດ​​​ໃຫ້​ພະນັກງານ​, ລັດຖະກອນ, ສະມາຊິກ​ພັກ ມີ​ຄວາມ​ຮັບ​ຜິດຊອບ​ໃນ​ໜ້າ​ທີ່​ວຽກ​ງານ​ ວິຊາ​ສະ​ເພາະ​ຈັດ​ຕັ້ງຂອງ​ຕົນ​ໃຫ້ມີ​ຄວາມ​ກ້າວໜ້າ​ໄປ​ເລື້ອຍໆ, ຈາກ​ນັ້ນ, ທ່ານ​ບຸນ​ກອງ ໜູ​ຟອງ​ສະ​ໝຸດ ທີ່​ປຶ​ກສາ​ລັດຖະມົນ​ຕີ ກໍ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​​ແຜນ​ບຳລຸງ-ກໍ່ສ້າງ​ພະນັກງານ​ຫຼັກ​ແຫຼ່ງ, ​ສືບທອດ​ການ​ນຳ ​ແຕ່​ປີ 2006-2010, ​ແຜນ​ບຳລຸງ-ພະນັກງານ​ແຕ່​ນີ້​ເຖີງປີ 2020 ​ແລະ​ຕອນ​ບ່າຍ​ກໍ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ ຈັນ​ສີ ​ໂພ​ສີຄຳ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ເພື່ອ​ເປັນ​ການ​ທົບ​ທວນຄືນ​ສະພາບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍມະ​ຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ​ແລະຄັ້ງ​ທີ IX ຂອງ​ພັກ,​ ກອງ​ປະຊຸມ​ ວຽກ​ງານ​ຈັດ​ຕັ້ງ ​ທົ່ວ​ປະ​ເທດ ຄັ້ງ​ທີ 9 ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ ຍທຂ ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ-ພະນັກງານ ​ໃນ​ຂະ​​ແໜງການ ຍທຂ. ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໃນ​ຊຸມ​ປີ​ຕໍ່ໜ້າ (2013- 2015), ​ແນ່​ໃສ່​ເຮັດ​ໃຫ້​ຂົງ​ເຂດວຽກ​ງານຈັດ​ຕັ້ງ​ກໍ່ສ້າງ​ພັກ-ພະນັກງານ ຢູ່​ໃນ​ຂະ​ແໜງ​ການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ມີ​ການ​ຫັນປ່ຽນ​ດີ​ຂື້ນ ດ້ວຍ​ຈິດ​ໃຈ 4 ບຸກທະລຸ​ຂອງ​ພັກ ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ບຸກຄະລາ​ກອນ ​ໃຫ້​ແກ່​ ກາ​ນພັດທະນາ​ວຽກ​ງານ​ຂະ​ແໜງ​ການໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250