Ministry News

ປາຖະກະຖາ ວັນຊາດທີ 2 ທັນວາຄົບຮອບ 37 ປີ ແລະວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 92 ປີ

2012-12-14 - Administrator







ເນື່ອງໃນໂອກາດວັນຊາດທີ 2 ທັນວາຄົບຮອບ 37 ປີແລະ ວັນເກີດປະທານໄກສອນ ພົມວິຫານຄົບຮອບ 92 ປີໃຫ້ມີຄວາມໝາຍ, ມີເນື້ອໃນເລິກເຊິ່ງແລະມີບັນຍາກາດອັນຟົດຟື້ນ. ໃນຕອນເຊົ້າຂອງວັນທີ 13 ທັນວາ 2012 ຄະນະພັກ, ຄະນະນຳ ກະຊວງໂຍທາທິການແລະຂົນສົ່ງພ້ອມດ້ວຍຄະນະພັກ ບັນດາຮາກຖານ, ຫົວໜ້າ ຫ້ອງການ, ກົມ,ອົງການ, ສະຖາບັນ, ສະພາວິທະຍາສາດ-ເຕັກນິກ, ກອງວິຊາການ, ສູນຝຶກ, ຫ້ອງການດັດສົມນໍ້າປະປາແລະ ປະທານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງໄດ້ເຂົ້າຮ່ວມວາງພວງມາລາຢູ່ພິພິຕະພັນໄກສອນພົມວິຫານພາຍໃຕ້ການນຳພາຂອງທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ແລະຄະນະພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ.


      ຫຼັງຈາກນັ້ນ, ທີ່ີຫ້ອງປະຊຸມໃຫຍ່ຂອງກະຊວງໂຍທາທິການແລະຂົນສົ່ງກໍໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 37 ປີແລະວັນເກີດປະທານໄກສອນ ພົມວິຫານຄົບຮອບ 92 ປີໂດຍການເຂົ້າຮ່ວມ ຂອງ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ແລະຄະນະພັກລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍຄະນະພັກ, ຄະນະນຳກະຊວງ ແລະສະມາຊິກພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ. ໃຫ້ກຽດປາຖະກະຖາໂດຍທ່ານດຣໄຊສົມພອນພົມວິຫານກຳມະການສູນກາງພັກ, ຮອງປະທານສະພາແຫ່ງ ຊາດ. ຊຶ່ງທ່ານໄດ້ຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ພະນັກງານ, ສະມາຊິກພັກ ພາຍໃນອົງຄະນະພັກກະຊວງໂຍທາທິການແລະຂົນສົ່ງມີຄວາມຮັບຮູ້, ເຂົ້າໃຈແລະມີຄວາມເອກອ້າງ ທະນົງໃຈຕໍ່ມູນ ເຊື້ອ ປະຫວັດສາດແລະວິລະກຳຂອງຊາດ, ການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ ໃນໄລຍະ 37 ປີຜ່ານມາ. ເພື່ອເປັນການລະນຶກເຖິງຄວາມຮູ້ບຸນຄຸນຕໍ່ຜົນງານ, ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ໃນການຮ່ຳຮຽນເອົາຄຸນສົມບັດ, ທັດສະນະ ປະຕິວັດ, ແບບ ແຜນດຳລົງຊີວິດ ແລະອຸດົມຄະຕິປະຕິວັດຂອງ ປະທານ ໄກສອນ ພົມວິຫານ. ເປັນການສຶກສາອົບຮົມໃຫ້ພະນັກ ງານສະມາຊິກພັກທຸກຄົນໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນອົງອາດກ້າຫານແລະມູນເຊື້ອສາມັກຄີພາຍໃນຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃນການເພີ່ມທະ ວີຄວາມຮັບຜິດຊອບແລະເປັນເຈົ້າການຂອງ ຖັນແຖວພະນັກງານສະມາຊິກພັກພາຍໃນກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການສືບຕໍ່ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ຂອງລັດ. ມະຕິກອງ ປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ແລະມະຕິກອງປະຊຸມໃຫຍ່ ຂອງບັນດາຮາກຖານພັກ ໃຫ້ປາກົດຜົນເປັນຈິງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250