Ministry News

ທ່ານລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຄົມມະນາຄົມ-ຂົນສົ່ງ ອາຊຽນ ຄັ້ງທີ 18

2012-12-11 - Administrator







 ກອງປະຊຸມລັດຖະມົນຕີຄົມມະນາຄົມ-ຂົນສົ່ງ ອາຊຽນ ຄັ້ງທີ 18 ກັບຄູ່ເຈລະຈາ ຄື: ສປຈີນ, ຍີ່ປຸ່ນ ແລະເກົາຫລີ ໄດ້ຈັດຂື້ນທີ່ ບາລີ, ປະເທດອິນໂດເນເຊຍ ລະຫວ່າງວັນທີ 29-30 ພະຈິກ 2012, ຊຶ່ງຫົວໜ້າຄະນະຜູ້ແທນ ຝ່າຍລາວ ນໍາໂດຍທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ, ກອງປະຊຸມ ຄັ້ງນີ້ ໄດ້ມີການປຶກສາຫາລືບັນຫາທີ່ສຳຄັນຫລາຍຢ່າງ ເປັນຕົ້ນແມ່ນການຮ່ວມມືດ້ານການຂົນສົ່ງທາງອາກາດ ລະ ຫວ່າງ ອາຊຽນ-ຈີນ, ອາຊຽນ-ເກົາຫລີ, ການພັດທະນາຕາໜ່າງເສັ້ນທາງລົດໄຟ, ການຂົນສົ່ງທາງທະເລ ແລະ ການ ຂົນສົ່ງ ທາງບົກ.


      ກ່ອນໜ້ານີ້, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ (ສປຈີນ, ຍີ່ປຸ່ນ, ເກົາຫລີ) ຄັ້ງທີ 34 ລະຫວ່າງວັນທີ 25-27 ພະຈິກ 2012. ສໍາລັບກອງປະຊຸມລັດຖະມົນຕີ ຄົມມະນາຄົມ-ຂົນສົ່ງ ອາຊຽນ ຄັ້ງທີ 19 ຈະໄດ້ຈັດຂື້ນ ຢູ່ ສປປ ລາວ ໃນປີ 2013.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250