Ministry News

ກອງປະຊຸມໂຍທາທິການ ແລະຂົນສົ່ງ ທົ່ວປະເທດ ທີ່ເມືອງ ສາມັກຄີໄຊ ແຂວງ ອັດຕະປື 2012

2012-12-06 - Administrator















ກອງປະຊຸມໂຍທາທິການ ແລະຂົນສົ່ງ ທົ່ວປະເທດປະຈຳປີ 2012 ໄດ້ຈັດຂຶ້ນລະຫວ່າງ ວັນທີ 5-7 ທັນວາ 2012 ຢູ່ທີ່ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍການເປັນປະທານ ຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ. ກອງປະຊຸມໄດ້ຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດຂອງລັດຖະບານ ທີ່ໄດ້ໃຫ້ກຽດດຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທ່ານ ດຣ ຄຳພັນ ພົມມະທັດ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື ນອກນັ້ນຍັງມີ ບັນດາຮອງເຈົ້າແຂວງ, ບັນດາກົມ, ສະຖາບັນ, ສະພາວິທະຍາສາດ ແລະບັນດາກອງອ້ອມຂ້າງກະຊວງ, ບັນດາຫົວໜ້າພະແນກ ຍທຂ ແຂວງ ແລະ ນະຄອນຫຼວງ ວຽງຈັນ, ບັນດາວິສາຫະກິດທັງພາກລັດ ແລະເອກະຊົນອ້ອມຂ້າງຂະແໜງ ຍທຂ ກໍໄດ້ເຂົ້າຮ່ວມ. ພິເສດກອງປະຊຸມ ໃນຄັ້ງນີ້ໄດ້ເຊີນບັນດາເຈົ້າເມືອງ ແລະຫົວໜ້າຫ້ອງການ ຍທຂ ເມືອງຈາກ 51 ເມືອງເປົ້າໝາຍທົດລອງສາມສ້າງ ເຂົ້າຮ່ວມ.


ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການສົກປີ 2010-2012, 2011-2012 ແລະ ຜ່ານ ແຜນການສົກປີ 2012-2013 ຂອງຂະແໜງ ຍທຂ ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາ ກາດທີ່ທົ່ວພັກ ທົ່ວ ກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນ ຕໍ່ຜົນສຳເລັດຂອງກອງປະຊຸມສຸດ ຍອດອາເຊັມຄັ້ງທີ IX , ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 37 ປີ. ລະນຶກວັນວັນຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 92 ປີ ແລະຢູ່ໃນໄລຍະກາງສະໄໝຂອງການຈັດຕັ້ງແຜນການ 5 ປີຄັ້ງທີ VII ແລະການຈັດຕັ້ງຜັນຂະຫຍາຍມະຕິ IX ຂອງພັກທີ່ມີຄວາມໝາຍ ເຊຶ່ງຂະແໜງ ຍທຂ ກໍ່ກຳລັງຂຸ້ນຂ້ຽວຫັນເອົາມະຕິ ແລະເນື້ອໃນຂອງແຜນການດັ່ງກ່າວ ເຂົ້າໃນຂະບວນແຂ່ງຂັນ ແລະການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຢ່າງຄັ້ງໜ້າ ແລະເປັນຈະບວນຟົດຟື້ນ.


ກອງປະຊຸມ ຍທຂ ໃນທົ່ວປະເທດໃນສົກປີ 2012 ໄດ້ດຳເນີນໄປເປັນເວລາ 3 ວັນ ທີ່ມີຄວາມ ໝາຍສຳຄັນ ຢ່າງຍິ່ງເພາະໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຍທຂ ໃນສົກປີ 2010-2011, 2011 - 2012 ແລະກໍານົດທິດທາງແຜນການສໍາລັບສົກປີ 2012-2013 ໂດຍສະເພາະກອງປະຊຸມໄດ້ເນັ້ນໃສ່ການປຶກ ສາຫາລື ບັນດາແຜນຍຸດທະສາດ ວຽກງານໃຫ້ຈະແຈ້ງ ແລະ ສອດຄ່ອງກັບສະພາບການໃໝ່ ແນ່ໃສ່ພັດທະນາ ຂະແໜງການ ຍທຂ ໃຫ້ມີປະສິດທິຜົນດີຍິ່ງຂຶ້ນ ກໍຄືປະກອບສ່ວນຊ່ວຍເສີມສ້າງທ່ານແຮງໃຫ້ແກ່ຂະບວນການຜະລິດ ເປັນສິນຄ້າ ແລະລົບລ້າງຄວາມທຸກຍາກຂອງ ປະຊາ ຊົນລາວບັນດາເຜົ່າ. ພ້ອມນັ້ນຍັງໄດ້ຄົ້ນຄວ້າ ແລະ ປຶກສາ ຫາລືກ່ຽວກັບບັນດາແຜນຍຸດທະສາດ, ບັນດາຫົວຂໍ້ທີ່ພົ້ນເດັ່ນ, ການກວດກາ ແລະອື່ນໆ ທັງໜົດນີ້ແມ່ນເພື່ອແນ່ໃສ່ ເພີ້ມທະວີບາດກ້າວບຸກທະລຸໃນ 4 ດ້ານຂອງຂະແໜງ ໂຍທາທິການ ແລະຂົນສົ່ງ ທີ່ເປັນຂະແໜງປາຍແຫຼມທີ່ຊ່ວຍ ເສີມສ້າງທຸກທ່າແຮງ ໃຫ້ທຸກພາກສ່ວນເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ການຊຸກຍູ້ ແລະສົ່ງເສີມຢ່າງແຂງແຮງໃຫ້ແກ່ຂະບວນການຜະລິດເປັນສິນຄ້າ ແລະລົບລ້າງຄວາມທຸກຍາກ ຕາມແນວ ທາງຂອງພັກ ແລະລັດຖະບານວາງອອກ ໃຫ້ປາກົດຜົນເປັນຈິງ ດັ່ງຄຳຂວັນທີ່ວ່າ “ເປັນປາຍແຫຼມທີ່ລົ່ງລ່ຽນ, ສະດວກ, ປອດໄພ, ທັນສະໄໝ, ເຊື່ອມໂຍງ ແລະໂປ່ງໃສ ໃນການປະຕິບັດສອງໜ້າທີ່ຍຸດທະສາດ.


ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ພົບປະແລກປ່ຽນ ແລະຖອດຖອນບົດຮຽນລະຫວ່າງສູນກາງ ແລະ ທ້ອງຖິ່ນ ຊຶ່ງຜູ້ແທນຂອງກອງປະຊຸມ ຕ່າງກໍໄດ້ສຸມສະຕິປັນຍາຂອງຕົ້ນເຂົ້າໃນການຄົ້ນຄວ້າ ແລະປະກອບຄຳຄິດເຫັນ ຢ່າງຈິງໃຈ, ມີຫົວຄິດປະດິດສ້າງ ກົງໄປກົງມາ ແລະຮັບຜິດຊອບສູງເຮັດໃຫ້ການສະຫຼຸບວຽກງານທີ່ປະຕິບັດ ໄດ້ຜ່ານ ມາ ແລະແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ມີຄວາມຖືກຕ້ອງຊັດເຈນ ແລະຈະແຈ້ງ ທັງມີຄວາມສາມາດ ແລະ ການ ຕອບສະໜອງດ້ານງົບປະມານ ແນ່ໃສ່ຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ແລະຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເຮັດທົດລອງສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ປາກົດຜົນເປັນຈິງ ພິເສດກອງປະຊຸມ ໄດ້ ເຊັນບົດບັນທຶກການແບ່ງຄວາມຮັບຜິດຊອບ ເພື່ອເຮັດທົດລອງສາມສ້າງລະຫວ່າງບັນດາກົມຂອງກະຊວງກັບພະແນກ ຍທຂ 16 ແຂວງ ແລະຫ້ອງການ ຍທຂ 48 ເມືອງ (ຍົກເວັ້ນ ນະຄອນຫຼວງວຽງຈັນ ທີ່ໄດ້ເຊັນບົດບັນທຶກນໍາກັນ ແລ້ວ ໃນວັນທີ 19/11/2012).


 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250