Ministry News

ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການດັດສົມທຸລະກິດນ້ຳປະປາ ປະຈຳປີ 2012 ແລະແຜນການປະຈຳປີ 2013

2012-11-30 - Administrator









ໃນ​ວັນ​ທີ 29 ພະຈິກ 2012 ທີ່ີຫ້ອງ​ປະຊຸມ​ເບີ 1 ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼູ​ບການ​ຈັດ​ຕັ້ງ​  ປະ​ຕີ​ບັດວຽກ​ງານຂອງ​ຄະນະ​ກຳມະການ​ດັດສົມທຸລະ​ກິດ​ນ້ຳ​ປະປາທົ່ວ​ປະ​ເທດປະຈຳ​ສົກ​ປີ 2012 ​ແລະ​ວາງ​​ແຜນການປະຈຳ​ສົກ​ປີ 2013, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານບຸນ​ຈັນສິນ​ທະ​ວົງລັດຖະມົນຕີ​ຊ່ວຍ​ວ່າການປະທານ​ຄະນະ​ກຳມະການ​ດັດສົມທຸລະ​ກິດ​ນ້ຳ​ປະປາພ້ອມ​ຄະນະ, ມີ​  ບັນ​ດາ​ຫົວໜ້າ​ພະ​ແນ​ກຍທຂ ​ແຂວງ, ມີບັນດາ​ຜູ້ອຳນວຍການລັດ​ວິ​ສາ​ຫະກິດນ້ຳ​ປະປາ​ແຂວງ, ມີບັນດາ​ຫົວໜ້າ​ກາ​ນ​ເງິນ​ແຂວງ ​ແລະ​ບັນ​ກາ​ຫົວໜ້າ​ພະ​ແນ​ກຂອງ​ອົງການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງ​ໝົດ 85 ທ່ານ.


      ກອງ​ປະຊຸມ​ຄັ້ງ​ນີ້ທ່ານສົມ​ວັນມົງພະຈັນຫົວໜ້າ​ຫ້ອງການ​ດັດສົມທຸລະ​ກິດ​ນ້ຳປະປາ, ຜູ້​ປະຈຳ​ການ, ທັງ​ເປັນ​ຫົວໜ້າ​ກອງ​ເລຂາຂອງ​ຄະນະ​ດັ່ງກ່າວ ​ໄດ້​ສະ​ເໜີ​ໂຄງ​ປະ​ຫອບ​ການ​ຈັກ​ຕັ້ງສຳລັບ​ວຽກ​ງານ​ທຸລະ​ກິດ​ນ້ຳ​ປະປາລວມມີ​ຄະນະ​ກຳມະການ​ດັດສົມທຸລະ​ກິດ​ນ້ຳ​ປະປາ ​ເຊີ່ງ​ລວມມີ: ລັດຖະມົນຕີ​ຊ່ວຍ​ວ່າການກະຊວງຍທຂ ​ເປັນ​ປະທານ, ມີ​ຮອງ​ປະທານ 3 ທ່ານ ​ແລະ​ມີ 14 ທ່ານ ​ເຊີ່ງ​ມາ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ຂອງ​ຂະ​ແໜງ​ການ​ນ້ຳປະປາປະກອບ​ເຂົ້າ​ເປັນ​ຄະນະ ​ແລະ​ຫ້ອງການ​ດັດສົມ​ນ້ຳ​ປະປາ​ເປັນ​ກອງ​ເລຂາ, ​ເປັນ​ຜູ້​ປະຈຳການ​ຂອງ​ຄະນະ​ກຳມະການ​ດັດສົມ​ທຸລະ​ກິດ​ນ້ຳ​ປະປາ, ​ເປັນ​ຜູ້​ຕິດຕາມ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ, ​ເອື້ອ​ອຳນວຍ​ຄວາມ​ສະດວກ​ແກ້​ການ​ດຳ​​ເນີນງານ ​ໃນ​ຂະ​ແໜງ​ການ​ນ້ຳ​ປະປາ ​ໄດ້​ມີ​ຄວາມ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ການ​ບໍລິການ,​ ປັບ​ປຸງ​ປະສິດທິ ພາບ​ທັງ​ດ້ານ​ການ​ດຳ​ເນີນ​ງານ​ຂອງ​ຕົນ​ຢ່າງ​ຕໍໍ່ເນື່ອງ​ໃນ​ໂອກາດ​ນີ້ທ່ານ​ປະທານ​ກໍ​ໄດ້​ຍັກ​ວິທີ​ແກ້​ໄຂ​ບັນຫາ​ທີ່​ຄ້າງ​ຄາ​ໃນ​ປີຜ່ານມາ ​ເພື່ອ​​ໃຫ້ການ​ດຳ​ເນີນ​ທຸລະ​ກິດ​ນຳ​ປະປາ​ມີ​ຜົນ​ກຳ​ໄລ ​ແລະ​ການບໍລິການ​ທີ່​ດີ​ໃຫ​ເປະຊາຊົນ​ມີ​ຄວາມ​ເພີ້​ງພໍ​ໃຈ ​ແລະ​ທ່ານ​ຍັງ​ກ່າວ​ອິກວ່າ ​ໃນ​ຊຸມ​ປີຕໍ່ໜ້າ​ນີ້​ຕ້ອງ​ໄດ້​ປັບປຸງ ​ແລະ​ຜັນ​ຂະຫຍາຍ 5 ໜ້າ​ທີ່​ວຽກ​ໃຫຍ່​ຄື: 1) ການ​ພັດທະນາ ​ແລະ​ປັບປຸງ​ການ​ຈັດ​ຕັ້ງ, 2) ວຽກ​ພັດທະນາ​ບຸກຄະລາ​ກອນ, 3) ວຽກ​ນິຕິ​ກຳ, 4) ວຽກ​ດັດສົມ​ທາງ​ດ້ານ​ເຕັກນິກ, 5) ວຽກ​ດັດສົມ​ທາງ​ດ້ານ​ເສດຖະກິດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250