Ministry News

ຄະນະຜູ້ແທນຂັ້ນສູງ ກະຊວງ ຍທຂ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງ ຄົມມະນາຄົມ ຂົນສົ່ງ, ສປຈີນ ທີ່ນະຄອນຫຼວງປັກກິ່ງ, ລະຫວ່າງວັນທີ 17-21 ພະຈິກ 2012

2012-11-28 - Administrator











  ຕອບສະໜອງຕາມ​ການ​ເຊື້ອ​ເຊີນ​ຂອງ ທ່ານ ຢັງ ຈວນ ຖັງ, ລັດຖະມົນຕີ​ວ່າການ ກະ​ຊວງ ຄົມມະນາຄົມ ຂົນ​ສົ່ງ, ສປຈີນ, ທ່ານ ສົມ​ມາດ ພົລ​ເສນາ, ລັດຖະມົນຕີ​ວ່າການ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ພ້ອມ​ຄະນະ ​ໄດ້​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັ​ດວຽກກັບ ກະຊວງ ຄົມມະນາຄົມ ຂົນ​ສົ່ງ, ສປຈີນ ທີ່​ນະຄອນຫຼວງ​ປັກ​ກິ່ງ ລະຫວ່າງ ວັນ​ທີ 17-21 ພະຈິກ 2012.


    ການພົບ​ປະ​ສອງ​ຝ່າຍ ​ໄດ້​ຈັດ​ຂື້ນຢູ່ທີ່ ກະຊວງ ຄົມມະນາຄົມ ຂົນ​ສົ່ງ ​ໃນ​ວັນ​ທີ 19 ພະຈິກ 2012, ​ໂດຍ​ທັງ​ສອງ​ຝ່າຍ ​ໄດ້​ເຫັນ​ດີ​ເປັນ​ກະພາບ​ກັນຈະສືບຕໍ່ຮັດ​ແໜ້ນສາຍ​ພົວພັນ​ການ​ຮ່ວມ​ມື ​ໃນ​ຂະ​ແໜງ ຄົມມະນາຄົມ ຂົນ​ສົ່ງ ລະຫວ່າງ​ສອງ​ປະ​ເທດ​ທີ່​ມີ​ມາ​ແຕ່​ດົນ​ນານໃຫ້​ໄດ້ຮັບ​ການ​ພັດທະນາ​ຍິ່ງ​ຂື້ນ ​ເປັນຕົ້ນ​ແມ່ນ ຈະ​ສູ້​ຊົນ​​ໃຫ້​ໄດ້​ເຊັນບົດ​ບັນທຶກ​ສາມ​ຝ່າຍ ລາວ-​ໄທ-ຈີນ ກ່ຽວກັບ​ການຈັດຕັ້ງປະຕິບັດ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ຜ່ານ​ແດນ ຢູ່ ດ່ານ​ຊາຍ​ແດນ​ບໍ່​ເຕັນ-ມໍ​ຫານ ​ແລະ ຫ້ວຍ​ຊາຍ-ຊຽງຂອງ ​ຜ່ານ​ເສັ້ນທາງR3, ຊຸກຍູ້​ບັນດາ​ໂຄງການກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຂອງ​ລາວ ​ທີ່ຢູ່​ໃນ​ແຜນການ​ຮ່ວມ​ມື​ລາວ-ຈີນ ​​ໃຫ້​ໄດ້​ຮັບ​ການຈັດຕັ້ງປະຕິບັດ, ການ​ປັບປຸງ​ຄອງ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ-​ແມ່ນ້ຳລ້ານ​ຊ້າງ ​ແລະ ການ​ຮ່ວມ​ມື​ດ້ານ​ວິຊາ​ການ​ໃນ​ຂະ​ແໜງການບິນ​ພົນລະ​ເຮືອນ ​ແລະ ຂະ​ແໜງ​ໂຍທາ​ທິການ​ທາງນ້ຳ. ​ໃນ​ໂອກາດ​ນີ້, ທ່ານ ສົມ​ມາດ ພົລ​ເສນາ, ລັດຖະມົນຕີ​ວ່າການ ກະຊວງ ຍທຂ ໄດ້​ສະ​ແດງ​ຄວາມຍ້ອງຍໍຊົມ​ເຊີຍຕໍ່ ທ່ານ ຢັງ ຈວນ ຖັງ ທີ່​​ໄດ້ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນອີກ​ສະ​ໄໝນຶ່ງ ​ແລະ ຖືກ​​ແຕ່ງຕັ້ງ​ເປັນລັດຖະມົນຕີ​ວ່າການ ກະຊວງ ຄົມມະນາຄົມ ຂົນ​ສົ່ງ ຜູ້​ໃໝ່, ​ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ຈິງ​ໃຈ​ຕໍ່ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຈາກ ຝ່າຍ​ຈີນ. ​ໃນ​​ໂອກາດ​ພົບ​ປະ​ໃນ​ຄັ້ງນີ້, ກະຊວງ ຍທຂ ຍັງ​ໄດ້​ເຊັນບົດ​ບັນທຶກ ກັບ​ບໍລິສັດ ຂົວ​ທາງ​ຈີນ, ຊຶ່ງ​ເປັນ​ລັດ​ວິ​ສາ​ຫະກິດ​ກໍ່ສ້າງ​ຂະໜາດ​ໃຫ່ຍຂອງ ສປຈີນ ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ ​ແລະ ສຶກສາ​ຄວາມ​ເປັນ​ໄປ​ໄດ້ ສຳລັບ​ໂຄງການ​ກໍ່ສ້າງ​ປັປປຸງ​ຄອງ​ເດີນ​ເຮືອ​ຕາມ​ລຳ​ນ້ຳຂອງ ​ແຕ່ ຫ້ວຍ​ຊາຍ - ນະຄອນຫຼວງວຽງຈັນ ​ແລະ ​ໂຄງການ​ກໍ່ສ້າງ​ທ່າ​ເຮືອ​ບ້ານ​ວັງ, ​ແ​ຂວງ​ວຽງຈັນ.


  ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ ກະຊວງ ຍທຂ ຍັງ​ໄດ້​ພົບ​ປະກັບ ປະທານ​ທະນາຄານ​ຂາ​ເຂົ້າ-ຂາ​ອອກ, ສປຈີນ, ​ໂດຍ​ຝ່າຍ​ຈີນ ຢືນຢັນ​ຈະ​ສືບຕໍ່​ໃຫ້ການ​ສະໜັບສະໜູນດ້ານ​ທຶນຮອນ​ສຳລັບ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ຢູ່ ສປປລາວ.


      ນອກຈາກ​ການ​ພົບ​ປະ​ເຮັດ​ວຽກ​ແລ້ວ, ຄະນະ​ຜູ້​ແທນ ຍັງ​ໄດ້​ໄປ​ຢ້ຽມຢາມ ​ແລະ ທັດສະນະ​ສຶກສາ ການ​ດຳ​ເນີນ​ທຸລະ​ກິດ​​ໂຄງການ​ສຳ​ປະທານ​ເສັ້ນທາງ​ແຕ່ ​​ໃຈກາງ​​ເມືອງ​ - ສະໜາມບິນ​ສາກົນປັກ​ກິ່ງ ລວງ​ຍາວ 18.5 ກມ, ຊຶ່ງ​​ເປັນ​ການ​ຮ່ວມ​ທຸລະ​ກິດ​ລະຫວ່າງ ບໍລິສັດ​ຂົວ​ທາງ​ຈີນ, ຊຶ່ງ​ເປັນ​ລັດ​ວິ​ສາ​ຫະກິດຂອງ​ລັດ ​ແລະ ໜ່ວຍງານ​ຮັບຜິດຊອບ​ຄຸ້ມ​ຄອງ​ເສັ້ນທາງ​ຂອງ ນະຄອນ​ປັກ​ກິ່ງ. ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ ຍັງ​ໄດ້​​ໄປ​ຢ້ຽມຢາມ​ຫໍພິພິດ​ຕະພັນ​ແຫ່ງ​ຊາດ​ຈີນ ​ແລະ ສະຖານ​ທີ່​ປະ​ຫັວດສາດຈຳນວນ​ໜຶ່ງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250