Ministry News

ກະຊວງ ຍທຂ ຮ່ວມກັບສູນການແພດ ບົ່ງມະຕິພະຍາດສາກົນ ກວດສຸຂະພາບປະຈຳປີ ໃຫ້ພະນັກງານ-ລັດຖະກອນ

2012-11-26 - Administrator



ໃນ​ວັນ​ທີີ່ 12–14 ພະຈິກ 2012 ນີ້ ຢູ່​ທີ່​ຫ້ອງ​ປະຊຸ​ມ​ເບີ 1 ​​ກະຊວງ ​ໂຍທາ​ທິການ ​ແລະ  ຂົນ​ສົ່ງ ຮ່ວມ​ກັບ ສູນ​ການ​ແພດ ບົ່ງມະຕິ​ພະຍາດ​ສາກົນ ກະຊວງ ສາທາ​ລະນະ​ສຸກ ​ເຊີ່ງ​ນຳ​ໂດຍ ທ່ານ ນາງ ຕຸ່ນ​ນະພາ ສີ​ຫາ​ວົງ  ​ເປັນ​ພະນັກງານ ຝ່າຍ​ການ​ຕະຫຼາດຂອງ​ສູນ​ດັ່ງກ່າວ ລົງ​ກວດ​ສຸຂະພາບ​ປະຈຳ​ປີ ​ໃຫ້​ພະນັກງານ, ລັດຖະກອນ ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ​ເພື່ອ​​​ເປັນ​ການ​ເບີ່ງ​ແຍງ ​ແລະ​ຮັກສາ​ສຸຂະພາບ ໃຫ້​ພະນັກງານ, ລັດຖະກອນ ກໍ​ຄື ປະຊາຊົນ​ບັນ​ດາ​ເຜົ່າ ມີ​ສຸຂະພາບ​ແຂງ​ແຮງ​ມີ​ພາລະ​ນາ​ໄມ​ສົມບູນ​​ ແລະຢູ່​ດີ​ກິນ​ດີ ​ເພື່ອ​ເຮັດ​ຮ້ອນ​ໜ້າ​ທີ່​ວຽກ​ງານ​ທີ່​ຊາດ​ມອບ​ໝາຍ​ໃຫ້. ​ອິກປະກາດ​ໜື່ງກໍ​ເພື່ອ​ເຮັດ​ໃຫ້ ສອງ​ກະຊວງ ມີຄວາມ​ຮັດ​ແໜ້ນ​ສາມັກຄີກັນ​ຂື້ນ​ໄປ​ເລື້ອຍ​ໆ. ສ່ວນ​ລາຍການ​ກວດ​ສຸຂະພາບ​ນັ້ນ​ມີ 32 ລາຍການ ພິ​​ເສດ​ສຳລັບ ລາຍການ​ກວດ​ທາດ​ແຄລຊ່ຽມ​ໃນ​ຮ່າງກາຍ (Calclum) ​ແລະ​ລາຍການ​ກວດ​ສຸຂະ​ພາບ​ຮ່າງກາຍ​ໂດຍ​ທ່ນນໝໍ (Physical Examlnation) ​ແມ່ນບໍ່​ໄດ້​ເສຍ​ຄ່າ. ນອກ​ຈາກ​ນັ້ນ​ກໍ​ແມ່ນ​ລາຍການ​ກວດ​ຕາມ​ໃບ​ສະ​ເໜີ​ລາຄາ​ທີ່​ສູນ​ການ​ແພດ ບົ່ງມະ​ຕີ​ພະຍາດ​ສາກົນ​ ໄດ້​ສະ​ເໜີ​ມາ ການ​ກວດ​ເຊັກສຸຂະພາບ​ຢູ່​ກະຊວງ ຍທຂ ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ດຳ​ເນີນ​ໄປ​​ເປັນ​​ເວລາ 2 ມື້ ນັບ​ແຕ່​ວັນ​ທີີ່ 12 ຮອດ​ວັນ​ທີ່ 14 ພະຈິກ 2012 ນິ້ ມີ​ຜູ້​ເຂົ້າ​ກວດ​ສຸຂະພາບ​ທັງ​ໝົດ 83 ສະຫາຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250