Ministry News

ກະຊວງ ຍທຂ ປະກາດການຈັດຕັ້ງ ຂອງກົມຈັດຕັ້ງ-ພະນັກງານ ແລະກົມກວດກາ

2012-11-16 - Administrator







ວັນ​ທີ 09 ພະຈິກ 2012 ກອງ​ປະຊຸມປະກາດ​ການຈັດ​ຕັ້ງ​ ​ກົມ​ຈັດ​ຕັ້ງ-ພະນັກງານ ​ແລະ​ກົມກວດກາ ຂອງ ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ, ​ໄດ້​ຈັດ​ຂື້ນທີ່​ຫ້ອງ​ປະຊຸມ ​ເບີ 1, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ພ້ອມ​ດ້ວຍ​ຄະນະ​ນຳ ຫົວໜ້າ​ກົມ, ຮອງ​ກົມ ​ແລະ​ຫົວໜ້າ​ພະ​ແນ​ກທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ທ່ານ ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າ​ຫ້ອງການ​ກະຊວງ ຍທຂ ​ໃນ​ນາມ​ຄະນະ​ຈັດ​ຕັ້ງ​ພິທີ ໄດ້​ປະກາດດຳລັດວ່າ​ດ້ວຍ​ການ​​ແຕ່ງຕັ້ງ​ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ ​ແລະ​ກົມ​ກວດກາ ກະຊວງ ​ຍທຂ, ອີງ​ຕາມ ດຳລັດ​ຂອງ​ນາຍົກລັດຖະມົນຕີ​ເລກທີ 467/ນຍ, ລົງ​ວັນ​ທີ 09 ຕຸລາ 2012, ​​ແຕ່ງ​ຕັ້ງທ່ານ ລັນ ​ແສງ​ອາພອນ ຮອງ​​ກົມເປັນ​ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ (ຜູ້​ໃໝ່) ແລະໄດ້ຍົກຍ້າຍ​ທ່ານ ບຸນ​ກອງ​ ໜູ​ຟອງ​ສະໝຸດ ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກ​ງານ(ຜູ້​ເກົ່າ) ​ໄປ​ຮັບ​ໜ້າ​ທີ່​ວຽກ​ງານ​ໃໝ່ ແລະ​ອີງ​ຕາມດຳລັດ​​ເລກທີ 466/ນຍ, ລົງ​ວັນທີ 09 ຕຸລາ 2012, ​ແຕ່ງ​ຕັ້ງ ທ່ານ ຈັນ​ຕຸລາ ພະນະ​ລາສີ ຮອງ​ກົມ ​ເປັນ​ຫົວໜ້າ​ກົມ​ກວດກາ (ຜູ້​ໃໝ່)  ​ແລະ​ໄດ້​ຍົກຍ້າຍ ທ່ານ ​ແຂວງ​ລິດ ​ໂຄດ​ໂຍທາ ຫົວໜ້າ​ກົມ​ກວດກາ (ຜູ້​ເກົ່າ) ​ໄປ​ຮັບ​ໜ້າ​ທີ່​ວຽກ​ງານ​ໃໝ່.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250