Ministry News

ທ່ານລັດຖະມົນຕີວ່າການ ກະຊວງ ຍທຂ ພ້ອມດ້ວຍຄະນະ ລົງເຮັດວຽກຢູ່ເມືອງຈັນທະບູລີ

2012-11-01 - Administrator







ໃນຕອນບ່າຍຂອງວັນສຸກ, ວັນທີ 26/10/2012 ທີ່ຜ່ານມາ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍພະນັກງານການນໍາຂອງກະຊວງ ຍທຂ ໄດ້ລົງໄປເຮັດວຽກທົດລອງສາມສ້າງ ຢູ່ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໂດຍມີທ່ານ ພອນຄໍາ ຮວງບຸນຍວງ, ຄະນະປະຈໍາພັກນະຄອນຫລວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຈັນທະບູລີ, ບັນດາຄະນະນໍາຂອງເມືອງດັ່ງກ່າວ, ທ່ານຮອງຫົວໜ້າພະແນກ ຍທຂ ນະຄອນຫລວງ ແລະຫ້ອງການ ຍທຂ ຂັ້ນເມືອງເຂົ້າຮ່ວມປະມານ 40 ຄົນ. ພາຍຫລັງທີ່ໄດ້ຮັບຟັງລາຍງານການ ຈັດຕັ້ງປະຕິບັດທົດລອງສາມສ້າງ ຈາກອໍານາດການປົກຄອງເມືອງ ເຫັນວ່າປະຈຸບັນ ເມືອງຈັນທະບູລີ ແມ່ນໄດ້ກໍາ ນົດເອົາ 7 ບ້ານຈຸດສຸມ ເປັນບ່ອນທົດລອງເຮັດວຽກ 3 ສ້າງ ແລະພວມດໍາເນີນວຽກດັ່ງກ່າວນີ້ຢ່າງເປັນເຈົ້າການ, ອັນທີ່ພົ້ນເດັ່ນແມ່ນເມືອງໄດ້ຈັດຕັ້ງໜ່ວຍງານ ຍທຂ ຄົບໝົດຈໍານວນ 30 ບ້ານໃນທົ່ວເມືອງ. ພ້ອມກັນນັ້ນກໍ່ໄດ້ ມອບບາງວຽກ ໃຫ້ບ້ານຮັບຜິດຊອບເຊັ່ນ ການຈອດລົດຢູ່ສະຖານທີ່ສາທາລະນະຂອງບ້ານ, ສໍາລັບໂຄງການກໍ່ສ້າງ ເສັ້ນທາງຮອ່ມ ແມ່ນຫ້ອງການ ຍທຂ ເມືອງ ໄດ້ສົມທົບກັບໜ່ວຍງານ ຍທຂ ບ້ານເປັນເຈົ້າການ ສົມທົບກັບປະຊາ ຊົນໃນການຈັດຕັ້ງປະຕິບັດ ໂດຍສົມທົບທຶນກັນລະຫວ່າງລັດ 70 ເປີເຊັນ ແລະປະຊາຊົນ 30 ເປີເຊັນ, ປະຈຸບັນ ສໍາເລັດ ແລະນໍາໃຊ້ແລ້ວ 2 ເສັ້ນທາງ ຈາກທັງໝົດ 8 ເສັ້ນທາງ. ຈາກນັ້ນ, ທ່ານ ລັດຖະມົນຕີວ່າການ ສົມມາດ ພົລເສນາ ກໍໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໃຫ້ບັນລຸຜົນຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້ ໂດຍທ່ານໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍ ແລະເອົາໃຈໃສ່ປະຕິບັດຕາມມະຕິ 03 ຂອງກົມການເມືອງສູນກາງພັກ ແລະຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງແຂວງໃຫ້ເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໂດຍການກ້າມອບວຽກ, ມອບຄວາມຮັບຜິດຊອບ, ມອບພະນັກງານໄປໃຫ້ເມືອງເພີ່ມອີກ ແລະໃນນັ້ນ, ໃຫ້ເອົາໃຈໃສ່ ຈັດສັນລະບຽບການຈອດລົດ, ການຂັບຂີ່, ການປຸກສ້າງ, ການກໍ່ສ້າງເສັ້ນທາງຮ່ອມ ແລະຮ່ອງລະບາຍນໍ້າ ໃຫ້ມີ ປະສິດທິພາບ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250