Ministry News

ພິທີມອບ-ຮັບໂຄງການຍົກລະດັບສະໜາມບິນສາກົນ

2012-10-16 - Administrator



ຢູ່​ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ໄດ້​ຈັດ​ໃຫ້​ມີ​ພິທີ​ມອບ-ຮັບ​ໂຄງການ​ຍົກ​ລະດັບ​ສະໜາມ​ບິນ​ສາກົນ​ວັດ​ໄຕ​ຂື້ນ​ທີ່​ເດີນ​ສະໜາມ​ບິນ​ເອງ. ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກ, ລັດຖະມົນຕີ​ວ່າການ​ກະຊວງ ການ​ຕ່າງປະ​ເທດ, ທ່ານ ສົມ​ມາດ ພົລ​ເສນາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນ​ຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ, ທ່ານ ສົມ​ດີ ດວງ​ດີ ກຳມະການ​ສູນກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ, ທ່ານ ນ. ປູ​ຈ້ຽ​ນກົວ (BU JiaGUO) ​ເອກ​ອັກຄະລັດຖະທູດ ສ​ປ ຈິນ ປະຈຳ​ລາວ, ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ດະ​ຊວງ ຍທຂ, ທ່ານ ນ. ລຸນ​ຢັນ (LUO YAN) ປະທານ​ບໍລິສັດ ​ແຄມ​ຊີວິສະວະກຳ​ກໍ່ສ້າງ​ຈິນ ຈຳກັດ (CAMCE) ຜູ້​ຮັບ​ເໝົາ​ກໍ່ສ້າງ,  ທ່ານ ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າ​ຫ້ອງການ​ກະຊວງ ຍທຂ, ທ່ານ ວັນ​ເພັງ ຈັນທະ​ພອນ ຮອງ​ຫົວໜ້າ​ກົມ​ການບິນ​ພົລະ​ເຮືອນ ​ເຈົ້າ​ຂອງ​ໂຄງການ ພ້ອມ​ດ້ວຍ​ບັນດາ​ພະ​ແນ​ກການ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.


     ​ໂຄງການ​ປັບປຸງ​ຍົກ​ລະດັບ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ໄດ້​ເລີ່​ມປະ​ຕິ​ບັດ​ແຕ່​ເດືອນ ພຶດສະພາ 2011​ເປັນ​ຕົ້ນ​ມາ ມີ​ໄລຍະ​ການ​ກໍ່ສ້າງ 1 ປີ ປ​ແຕ່​ການຈັດ​ຕັ້ງ​ປະຕິບັດ​ແມ່ນ​ສຳ​ເລັດ​ກ່ອນ 5 ​ເດືອນ​ດ້ວຍ​ຄຸນ​ນະພາ​ບດີ ດັ່ງ​ນັ້ນ ມາ​ຮອດ​ວັນ​ທີ່ 09 ຕຸລາ 2012 ຈື່ງ​ໄດ້​ຈັດ​ພິທີ​ມອບ-ຮັບ​ໂຄງການ​ດັ່ງກ່າວ​ເປັນ​ທາງ​ການ ​ເຊີ່ງ​ມອບ​ໂດ​ຍ ບໍລິສັດ ​ແຄມ​ຊີວະສະ​ວະ​ກຳ​ກໍ່ສ້າງ​ຈິນ ຈຳກັດ (CAMCE) ຜູ້​ຮັບ​ເໝົາ​ກໍ່ສ້າງ ​ແລະ​ຮັບ​ໂດ​ບກົມ​ການບິນ​ພົລລະ​ເຮືອ​ນກະຊວງ ຍທຂ (​ເຈົ້າ​ຂອງ​ໂຄງການ)

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250