Ministry News

ກອງປະຊຸມວຽກງານກວດກາຢູ່ກະຊວງ ຍທຂ

2012-10-04 - Administrator





 ຢູ່​ທີ່​ຫ້ອງ​ປະຊຸມ​ເບີ 1 ກະຊວງ ຍທຂ ​ໄດ້​ຈັດ​ກອງ​ປະຊຸມ​ວຽກ​ງານ​ກວດກາຂື້ນ ​ເພື່ອ​ຜັນ​ຂະຫຍາຍ​ກ່ຽວ​ກັບ​ເນື້ອ​ໃນ​ກອງ​ປະຊຸມ​ວຽກ​ງານ​ກວດກາ ທົ່ວ​ປະ​ເທດ ຄັ້ງ​ທີ II  ​ແລະຮ່າງ​ສະຫຼູ​ບຕີ​ລາຄາ ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ​ພັກ-ລັດ ​ແຕ່​ປີ 2006-2011 ​ແລະ​ທີ​ດທາງ​ແຜນການ ​ແຕ່​ປີ 2011-2016 ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າ​ການ​ກະຊວງ ຍທຂ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ ດຣ. ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ຄະນະກວດກາສູນ​ກາງ​ພັກ, ປະທານ​ອົງການ​ກວດກາ​ລັດ​ຖະບານ ​ແລະ​ຫົວໜ້າ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ພ້ອມ​ດ້ວຍ​ສະຫາຍ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ​ໜ່ວຍ​ພັກ​ຮາກ​ຖານ, ຜູ້​ເຮັດ​ວຽກ​ກວດກາ​ປະຈຳ​ຮາກ​ຖານ​ພັກ ​ແລະ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ກະຊວງ​​ເຂົ້າ​ຮ່ວມ 60 ທ່ານ.


      ​​ກອງ​ປະຊຸມ​ຄັ້ງ​ນີ້ ທ່ານ ​ແຂວງ​ລິດ ​​ໂຄດ​ໂຍທາ ຫົວໜ້າ​ກົມ​ກວດກາ​ກະຊວງ ຍທຂ ​ໄດ້​ຜ່ານ​ຮ່າງ​ສະຫຼູ​ບຕີ​ລາຄາ ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ​ພັກ-ລັດ ​ແຕ່​ປີ 2006-2011 ​ແລະ​ທິ​ດທາງ​ແຜນການ ​ແຕ່​ປີ 2011- 2016 ​ເພື່ອ​ເຮັດ​ໃຫ້​ຜູ້​ທີ່​ເຮັດ​ວຽກກວດກາ​ເຂົ້າ​ໃຈ ​ແລະ​ເຊື່ອມ​ຊືມວຽກ​ງານ​ກວດກາ​ທີ່​ຜ່ານ​ມາ ​ແລະ​​ແຜນການໃນ​ຕໍ່ໜ້າ. ​ໃນ​ໂອກາດ​ນີ້ ທ່ານ ລັດຕະນະມະນີ ຄູນ​ນີວົງ ປະທານ​ກວດກາ​ພັກ​-ລັດ​ຂັ້ນ​ກະຊວງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຍທຂ ກໍ​ໄດ້​​ເຜີຍ​ແຜ່​ບັນດາ​ຂໍ້​ກຳນົດ, ມະຕິ, ບົດ​ຄັດ​ຈ້ອນ, ບົດ​ແນະນຳ ​ແລະ​ບົດ​ໂອ້​ລົ​ມກ່ຽວ​ກັບ​ວຽກ​ງານ​ກວດກາ ທົ່ວ​ປະ​ເທດ ຄັ້ງ​ທີ II ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ. ​ໃນ​​ເວລາຕໍ່​ມາ ທ່ານ ດຣ. ບຸນ​ທອງ​ ຈິດ​ມະນີ ກໍ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ໃນ​ເທື່ອ​ນີ້ວ່າ:


ກ: ບັນຫາ​ລວມ​ໃນ​ຕໍ່ໜ້າ​ຄື:


1) ບັນຫາ​ພື້ນຖານ​ແມ່ນ​ໃຫ້ສຶບຕໍ່​ພ້ອມ ກັນ​ເຊື່ອມ​ຊືມ-ກຳ​ແໜ້ນ ​ແລະ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ​ວາງ​ອອກ.


2) ​ໃຫ້​ເພີ່ມ​ທະວີ​ການ​ປະຕິບັດ​ບົດບາດ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ກະຊວງ ບົນ​ຈິດ​ໃຈ​ບຸກທະລຸກວ່າ​ເກົ່າ.


3) ສຶບຕໍ​ຄົ້ນ​ຄ້ວາ​ກຳ​ແໜ້ນ ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະຕິ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ວຽກ​ງານ 3 ສ້າງ ​ແລະ​ມະຕິ 03 ວ່າ​ດ້ວຍ​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ​ພັດທະນາ​ຊົນນະບົດ-​ແກ້​ໄຂ​ຄວາມທຸກ​ຍາກ. 4) ​ເອົາ​ໃຈ​ໃສ່​​ໃຫ້ຫຼາຍ​ຂື້ນ​ຕື່ມ​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ.


ຂ: ກ່ຽວກັບວຽກ​ງານ​ກວດກາ, ສະກັດ​ກັ້ນ-ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ຕໍ່ໜ້າ​ຄື:


1) ​ໃຫ້​ສຶບຕໍ່​ກຳ​ແໜ້ນ ​ແລະ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຈີດ​ໃຈ​ບົດ​ໂອ້​ລົມ​ຂອງ​ສະຫາ​ຍ​ເລຂາ​ທິການ​ໃຫຍ່​ກອງ​ປະຊຸມ​ກວດກາ ທົ່ວ​ປະ​ເທດ ຄັ້ງ​ທີ II, ​ມະຕິ 02/ຄບສພ ​ແລະ​ຂໍ້​ກຳນົ​ດ​ເລກທີ 01, 02, 03 ຕໍ່ກອງ​ປະຊຸມ​ດັ່ງກ່າວ.


2) ຄະນະ​ພັກ, ຄະນະ​ນຳ​ແຕ່ລະ​ຂັ້ນ ​ແລະ​ພະນັກງານ​ສະມາຊິກ​ພັກ​ທຸກ​ລະດັບ​ພາຍ​ໃນ​ກະຊວງ​ຕ້ອງບຸກທະລຸ​ທາງ​ດ້ານ​ທັດສະນະ ​ແລະ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈຕໍ່​ວຽກ​ງານ​ກວດກາ.


3) ພວກ​ເຮົາ​ຕ້ອງ​ກຳ​ແໜ້ນ ​ແລະ​ປະຕິບັດ​ຢ່າງ​ຖືກຕ້ອງ​ການ​ຕິດຕາມ-ກວດກາ​ພາຍ​ໃນ​ພັກ.


4) ຕ້ອງ​ກຳ​ແໜ້ນ ​ແລະ​ປະຕິບັດ​ໃຫ້​ຖືກຕ້ອງ, ​ເຂັ້ມ​ງວດ ​ແລະ​ເປັນ​ປົກກະຕິ​ຕໍ່​ການ​ກວດກາ​ລັດ, ການ​ສະກັດ​ກັ້ນ ​ແລະ​ຕ້ານການສໍ້​ລາດ​ບົງ​ຫຼວງ.


5) ກ່ຽວ​ກັບ​ການ​ຄົ້ນ​ຄ້ວາ​ແກ້​ໄຂ​ຄຳ​ຮ້ອງ-ຄຳ​ສະ​ເໜີ​ຂອງ​ພະນັດ​ງານ ສະມາຊິກ​ພັກ ​ແລະ​ຂອງ​ພົລ​ເມືອງ.


6) ຄະນະ​ພັກ​ກະຊວງ, ຄະນະ​ພັກ​ຮາກ​ຖານ ​ແລະ​ໜ່ວຍ​ພັກ​ກໍ​ຄື​ການ​ນຳ​​ແຕ່ລະ​ຂັ້ນ ຕ້ອງ​ເອົາ​ໃຈ​ໃສ່​ປັບ​ປຸງ​ການຈັດ​ຕັ້ງ ​ແລະ​ພະນັກງານ​ທີ່​ເຮັດ​ວຽກ​ກວດກາ ທັງ​ຢູ່​ຂັ້ນ​ກະຊວງ ​ແລະ​ທ້ອງ​ຖີ່​ນ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂື້ນ​ຕື່ມ.


7) ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ຄະນະ​ພັກ​ກະຊວງ, ຄະນະ​ພັກ​ຮາກ​ຖານ​ແລະ​ຄະນະ​​ໜ່ວຍ​ກໍ​ຄື​ການ​ນຳ​ທຸກ​ຂັ້ນ, ທຸກ​ລະດັບ​ຕໍ່​ວຽກ​ງານ​ກວດກາ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250