Ministry News

ກອງປະຊຸມໜ່ວຍງານປະຕິບັດງານພິເສດ ໂຄງການທາງລົດໄຟ ເຊື່ອມຕໍ່ ສິງກະໂປ-ຄຸນໝິງ, ຄັ້ງທີ 14 ທີ່ນະຄອນຫຼວງວຽງຈັນ

2012-09-20 - Administrator

 ໃນ​ວັນ​ທີ 19 ກັນຍາ 2012 ຢູ່​ທີ່​ຫ້ອງ​ປະຊຸມ​ອົງການ​ທາງ​ລົດ​ໄຟ ​ໄດ້​ຈັດ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ຮັບ   ຜິ​ດຊອບ ​ຈັດ​ກອງ​ປະຊຸມ​ໜ່ວຍ​ງານ​ພິ​ເສດ ​ໂຄງການ​ທາງ​ລົດ​​ໄຟ​ເຊື່ອມ​ຕໍ່ ສິງກະ​ໂປ-ຄຸນໝິງ, ຄັ້ງ​ທີ 14 ທີ່​ຈະ​ຈັດ​ຂື້ນ​ໃນ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 11/10/2012. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ຄຳ​ແສງ ​ໄຊ​ຍະ​ກອນ ຫົວໜ້າ​ອົງການ​ທາງ​ລົດ​ໄຟ ພ້ອມ​ດ້ວຍ​ຫົວໜ້າ​ອະນຸ​ກຳມະການ​​ເນື້ອ​ໃນ, ບໍລິຫານ-ພິທີການ, ງົບ​ປະມານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ບັນ​ດາ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໃນ​ຂໍ້​ຕົກລົງ​ສະບັບ​ເລກທີ 15134/ຍທຂ, ລົງ​ວັນ​ທີ 11 ກັນຍາ 2012 ວ່າ​ດ້ວຍ​ການ​​ແຕ່ງຕັ້ງ​ກອງ​ປະຊຸມ​ດັ່ງ​ກ່າວ. ຫຼັງ​ຈາກ​ນັ້ນ, ປະທານ​ກອງ​ປະຊຸມ​ກໍ​ໄດ້​ສະ​ເໜີ​ກ້າວຈຸດປະສົງ​ໃນ​ໜ້າ​ວຽກ​ລວມຂອງ​ຄະນະ ​ແລະ​ອະນຸ​ກຳມະການ​ ​ແລະ​ສະມາຊິກ​ໝົດ​ທຸກ​ຄົນ​ ​ເພື່ອ​ໃຫ້​ເອົາ​ໃຈ​ໃສ່​ໃນ​ໜ້າ​ທີ່​ວຽກ​ງານ​ທີ່​ການ​ຈັດ​ຕັ້ງ​ມອບ​ໝາຍໃຫ້ ​ແລ້ວ​ປະທານ​ກໍ​ໄດ້​ມອບ​ວຽກ​​ຂອງ​ແຕ່​ລະ​ອະນຸ​ກຳມະການ​​ໄປ​ຂື້ນ​ແຜນ​ງົບ​ປະມານຂອງ​ຕົນ​ ​ໃຫ້​ອະນຸ​ກຳມະການ​ງົບ​ປະມານ ​ເປັນ​ຜູ້​ສັ່ງ​ລວມ​ໃຫ້​ຫົວໜ້າ​ຄະນະ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250