Ministry News

ກົມຈັດຕັ້ງ ກະຊວງ ຍທຂ ເປີດບັ້ນດຳເນີນຊີວິດການເມືອງ ພາຍໃນໜ່ວຍພັກຂອງກົມ

2012-09-14 - Administrator

    ໃນຕອນເຊົ້າ ວັນທີ 04 ກັນຍາ 2012 ຢູ່ທີ່ ກົມຈັດຕັ້ງ ແລະພະນັກງານ ກະຊວງໂຍທາ ທິການ ແລະ ຂົນສົ່ງ ໄດ້ເປີດບັ້ນດຳເນີນຊີວິດ ການເມືອງ ພາຍໃນໜ່ວຍພັກຂອງກົມ, ພາຍໃຕ້ ການເປັນປະທານຂອງສະຫາຍ ລັນ ແສງອາພອນ ຄະນະພັກກະຊວງ, ເລຂາໜ່ວຍພັກ; ສະຫາຍຮອງ ເລຂາ ພ້ອມດ້ວຍສະມາຊິກພັກປະຊາຊົນປະຕິວັດ ລາວ  18 ສະຫາຍ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.


    ຈຸດປະສົງຂອງການເປີດບັ້ນດຳເນີນ ຊີວິດ ການເມືອງພາຍໃນໜ່ວຍພັກໃນຄັ້ງນີ້ ແມ່ນຜັນຂະ ຫຍາຍມະຕິຂອງກອງປະຊຸມ ໃຫຍ່ອົງຄະນະພັກ ກະຊວງ ສະໄໝທີ III ແລະ ປະຕິບັດຕາມ ແຜນການປະຈຳປີ ຂອງໜ່ວຍພັກໄດ້ກຳນົດໄວ້, ສໍາລັບຂັ້ນຕອນ ແລະ ເນື້ອໃນທີ່ຈະໄດ້ພ້ອມກັນ ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດມີດັ່ງນີ້: ຮັບຟັງ ແລະ ປະກອບຄຳຄິດເຫັນ ຕໍ່ບົດສຳຫລວດການ ຊີ້ນຳ-ນຳພາລວມ ຂອງຄະນະໜ່ວຍພັກໃນສະໄຫມທີ V ຜ່ານມາ. ຜ່ານບົດສຳຫລວດກວດກາ ແລະ ຕີລາຄາ ແບ່ງປະເພດ ສະມາຊິກພັກ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ, ທັງເປັນພື້ນຖານ ໃຫ້ແກ່ການປະເມີນ ຕີລາຄາການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ. ຈະໄດ້ທາບທາມ ແລະ ກະກຽມ ບຸກຄະລາກອນທີ່ຈະ ສະໝັກເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ການເປີດບັ້ນດຳເນີນຊີວິດການເມືອງ ພາຍໃນໜ່ວຍ ພັກກົມຈັດຕັ້ງ ແລະ ພະນັກງານໃນຄັ້ງນີ້ ຄາດວ່າຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250